ໃນວັນທີ 22 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂຣບິນ ມູດີ (Robyn MUDIE), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແຫ່ງ ອົດສະຕຣາລີ, ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ໃນຕອນຄ່ຳວັນທີ 20 ສິງຫາ 2015 ນີ້, ທ່ານ ກວນ ຮວາ ປິງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວໄດ້ເປັນເຈົ້າພາບຈັດງານລ້ຽງສົ່ງນັກສຶກສາລາວ ທີ່ສະຖານທູດຈີນນະຄອນຫລວງວຽງຈັນ, ໂດຍມີ ທ່ານ ລີຕູ້ ບົວປາວ, ລັດຖະມົນຕີຊ່ວຍວ່າການກະຊວງສຶກ ສາທິການ ແລະ ກິລາ, ຮອງປະທານສະມາຄົມມິດຕະພາບລາວ-ຈີນ, ບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ກວນ ຮວາ ປີງ ກ່າວວ່າ: ປີນີ້ ລັດຖະບານ ສປ ຈີນ ໄດ້ສະໜອງທຶນການສຶກສາ ຫລາຍປະເພດໃຫ້ແກ່ ສປປ ລາວ, ຈຳນວນ 82 ຄົນໄປສຶກສາຕໍ່ຢູ່ປະເທດຈີນ ໃນນັ້ນ ຈະໄປສຶກສາຕໍ່ໃນລະດັບປະລິນຍາເອກ 10 ຄົນ, ຍິງ 3 ຄົນ, ປະລິນຍາໂທ 35 ຄົນ, ຍິງ 12 ຄົນ ແລະ ປະລິນຍາຕີ 37 ຄົນ, ຍິງ 14 ຄົນ. ເຊິ່ງເປັນເງື່ອນໄຂທີ່ດີເຮັດໃຫ້ນັກສຶກສາລາວຈຳນວນດັ່ງກ່າວໄດ້ມີໂອກາດ ສຶກສາຮ່ຳຮຽນເອົາວິຊາຄວາມຮູ້ ແລະ ປະສົບການຈາກ ສປຈີນ ຢ່າງຕັ້ງໜ້າ ແລະ ຮຽນຮູ້ກ່ຽວ ກັບປະເທດຈີນຢ່າງຮອບດ້ານ, ຮຽນຮູ້ວັດທະນະທຳຈີນ ທີ່ມີປະຫວັດສາດຍາວນານ, ອຸດົມສົມບູນ ແລະການປ່ຽນແປງຢ່າງຫລວງຫລາຍ ທາງດ້ານເສດຖະກິດ-ສັງຄົມຂອງ ສປ ຈີນ.ການສະໜອງທຶນ ການສຶກສາດັ່ງກ່າວເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະ ພາບຈີນ-ລາວ ພ້ອມທັງເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ລະຫວ່າງປະຊາຊົນສອງຊາດ ຈີນ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນໂອກາດນີ້ ທ່ານ ລີຕູ້ ບົວປາວ ໄດ້ຮຽກຮ້ອງໃຫ້ນັກສຶກສາທີ່ໄດ້ຮັບທຶນໃນຄັ້ງນີ້ ເພີ່ມທະວີຄວາມສາມັກຄີ ແລະເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ດ້ວຍຄວາມຮັບຜິດຊອບສູງເອົາໃຈໃສ່ໃນການສຶກສາຮ່ຳຮຽນ, ຄົ້ນຄວ້າໃຫ້ສົມກັບຄວາມເອົາໃຈໃສ່ຂອງພັກ-ລັດຖະບານ ຂອງສອງປະເທດ, ເປັນຕົວແທນເຜີຍແຜ່ສິລະປະ, ວັນນະຄະດີ ແລະ ວັດທະນະທຳ ອັນດີງາມຂອງຊາດ ໃນວັນສຳຄັນ ຕ່າງໆຂອງລາວ ແລະ ຈີນ.