ໃນຕອນບ່າຍຂອງວັນທີ 9 ເມສາ 2024 ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງໄປພົບປະເຮັດວຽກຮ່ວມກັບ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງສາລະວັນ ເພື່ອຮ່ວມກັນ ລົງກວດກາ, ເກັບກໍາຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບ ຄວາມຄືບໜ້າການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານທ້ອງຖິ່ນປາກຕາພານ, ເມືອງລະຄອນເພັງ, ແຂວງສາລະວັນ ເພື່ອກະກຽມຄວາມພ້ອມໃນການຍົກຂຶ້ນເປັນດ່ານສາກົນ.
ກອງປະຊູມສະຫຼູບຜົນການກວດກາ, ບູລະນະ ແລະ ກໍ່ສ້າງຫຼັກໝາຍຊາຍແດນ ທີ່ເປ່ເພຄືນໃໝ່ ລະຫວ່າງ ລາວ-ມຽນມາ ຄັ້ງທີ 6 ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2024 ທີ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ຄະນະວິຊາການເຕັກນິກຝ່າຍລາວ ນໍາໂດຍ ທ່ານ ບຸນພຽງ ຈັນທະວົງ, ຮອງຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະວິຊາການເຕັກນິກຝ່າຍມຽນມາ ນໍາໂດຍ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...
ໃນວັນທີ 08 ກັນຍາ 2015, ທ່ານ ມີຄາຍອິນ ບາຣານົບ, ເອກອັກຄະລັດຖະທູດ ແຫ່ງ ສ. ລັດເຊຍ ປະຈຳລາວໄດ້ຈັດງານສົ່ງນັກສຶກສາລາວ ທີ່ໄດ້ຮັບທຶນການສຶກສາຈາກລັດເຊຍຈຳນວນທັງໝົດ 37 ທຶນ. ໃນນີ້, ມີທຶນປະລິນຍາຕີ 26 ທຶນ ແລະທຶນປະລິນຍາໂທ 11 ໃນຂະແໜງການຕ່າງໆເຊັ່ນ: ໄອທີ, ການປົກຄອງລັດ, ການພົວພັນສາກົນ, ວິທະຍາສາດການເມືອງ, ເສດຖະກິດ ແລະ ພາສາສາດເປັນຕົ້ນ. ໃຫ້ກຽດເຂົ້າຮ່ວມຝ່າຍລາວໂດຍ ທ່ານ ກອງສີ ແສງມະນີ, ລັດຖະມົນຕີຊ່ວຍວ່າການກະ ຊວງສຶກສາ ແລະ ກິລາ, ມີຜູ້ຕາງໜ້າງຈາກກະຊວງການຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ ແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.