ໃນຕອນເຊົ້າຂອງວັນທີ 22 ມີນາ 2024, ກະຊວງການຕ່າງປະເທດ ໂດຍສົມທົບກັບບັນດາກະຊວງ, ຂະແໜງ ການຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດພິທີທາງການ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2024 ພາຍໃຕ້ຫົວຂໍ້ "ສ້າງ, ປະດິດສ້າງ, ດໍາເນີນງານ ເປັນພາສາຝຣັ່ງ" ຢູ່ຫ້ອງປະຊຸມໃຫ່ຍຂອງຄະນະເສດຖະເສດ ແລະ ບໍລິຫານ-ທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ທີ່ ນະຄອນຫຼວງວຽງຈັນ. ພິທີທາງການດັ່ງກ່າວ...
ໃນວັນທີ 21 ມີນາ 2024, ທີ່ສຳນັກງານ ສະຖານເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ. ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫງວຽນ ມິງ ເຕິມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...
ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 15 ໄດ້ໄຂຂຶ້ນຢ່າງເປັນທາງການ, ທີ່ ແຂວງຫລວງພະບາງ, ໃນວັນທີ 04 ມິຖຸນາ ນີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ເລເລືອງມິງ, ເລຂາທິການໃຫຍ່ອາຊຽນ, ພ້ອມດ້ວຍບັນດາ ລັດຖະມົນຕີວັດທະນະທຳ-ສັງຄົມອາຊຽນ 10 ປະເທດ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ແມ່ນຈັດຂຶ້ນເປັນຄັ້ງທຳອິດ ແລະ ປີທຳອິດຂອງ ສປປ ລາວ ພາຍຫລັງສ້າງຕັ້ງເປັນປະຊາຄົມອາຊຽນ ເຊິ່ງຈະເປັນຂີດໝາຍອັນສຳຄັນ ໃຫ້ແກ່ບັນດາລັດຖະມົນຕີວັດທະນະທຳ-ສັງຄົມອາຊຽນ ຈະໄດ້ພ້ອມກັນພິຈາລະນາບັນດາເອກະສານສຳຄັນຕ່າງໆ ເພື່ອນຳສະເໜີໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ທີ່ຈະຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ ໃນປີນີ້.
ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນປະທານກອງປະຊຸມດັ່ງກ່າວ ໄດ້ແຈ້ງໃຫ້ຮູ້ວ່າ: ໃນວາລະທີ່ ສປປ ລາວ ເປັນປະທານອາຊຽນ, ພວກເຮົາໄດ້ນຳສະເໜີ ຈຳນວນ 8 ຂົງເຂດບູລິມະສິດ ແລະ ໄດ້ຄົ້ນຄວ້າ 5 ເອກະສານທີ່ສຳຄັນ ໂດຍແມ່ນຂະແໜງການທີ່ກ່ຽວຂ້ອງເປັນຜູ້ສະເໜີ ແລະ ອີກ 3 ເອກະສານທີ່ຄ້າງໄວ້ຢູ່ໃນ ກອງປະຊຸມປະຊາຄົມວັດທະນະທຳ-ສັງຄົມ ຄັ້ງຫລ້າສຸດຜ່ານມາຄື: ຖະແຫລງການອາຊຽນ ວ່າດ້ວຍອາຊຽນເປັນໜຶ່ງດຽວກັນ ໃນການຕອບໂຕ້ໄພພິບັດຂະໜາດໃຫຍ່ຢູ່ໃນພາກພື້ນ ແລະ ນອກພາກພື້ນ. ຖະແຫລງການອາຊຽນ ວ່າດ້ວຍຊີວະນາໆພັນ ແລະ ຖະແຫລງການອາຊຽນ ວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ຊາວໜຸ່ມອອກໂຮງຮຽນ.
ພ້ອມດຽວກັນນີ້ ຍັງມີ 2 ເອກະສານໃໝ່ຄື: ຖະແຫລງການວຽງຈັນ ວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກເຮັດງານທີ່ມີຄຸນຄ່າ ແລະ ເປັນທຳໃນອາຊຽນ. ຖະແຫລງການວຽງຈັນວ່າດ້ວຍການຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານມໍລະດົກວັດທະນະທຳອາຊຽນ. ຜ່ານການຄົ້ນຄວ້າພິຈາລະນາ ໄດ້ເຫັນດີເປັນເອກະພາບຮ່ວມກັນຂອງບັນດາເຈົ້າໜ້າທີ່ອາວຸໂສ ດ້ານວັດທະນະທຳ-ສັງຄົມອາຊຽນ.
ຂ່າວຈາກ: ຂປລ