ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຢູ່ສະຖານທູດ ຣັດເຊຍ ປະຈໍາ ລາວ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານ ສປປ ລາວ ມອບໃບຢັ້ງຢືນພົນລະເມືອງກິດຕິມະສັກ ໃຫ້ແກ່ ທ່ານ ດຣ. ກິໂດ ກາແປນລີ, ອະດີດກົງສຸນ ກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ປະເທດ ສະວິດ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ມາຢ້ຽມຢາມທາງການ ທີ່ ສປປ ລາວ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ແຫ່ງ ສ. ອາແຊັກໄບຊານ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ
ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024
ມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກ ລັດຖະບານ ແຫ່ງ ສປ ຈີນ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024
ກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ
ຜູ້ນຳສອງປະເທດ ເຫັນດີຍົກລະດັບການພົວພັນຮ່ວມມືຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ” ລາວ-ອົດສະຕຣາລີ
ນາຍົກລັດຖະມົນຕີ ແຫ່ງ ສປ ລາວ ພົບປະກັບ ປະທານາທິບໍດີ ແຫ່ງ ສປ ຕີມໍ-ເລສເຕ
ລັດຖະບານໄທ ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024
ສປປ ລາວ - ສປ ຕີມໍ-ເລສເຕ ເສີມຂະຫຍາຍການຮ່ວມມືສອງຝ່າຍ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມໃນວາລະອະພິປາຍລະດັບສູງ ຂອງ ກອງປະຊຸມສະພາສິດທິມະນຸດ ຄັ້ງທີ 55
ລາວ-ສະວິດ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທູດປະເທດເພື່ອນມິດ
ລາວ - ຣັດເຊຍ ເສີມຂະຫຍາຍການຮ່ວມມືສອງຝ່າຍ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທູດປະເທດເພື່ອນມິດ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາທູດປະເທດເພື່ອນມິດ
ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນລຸກຊໍາບວກ
ລັດຖະບານລຸກຊຳບວກ ປະດັບຫຼຽນກຽດຕິຍົດ ໃຫ້ແກ່ ການນຳຂອງ ສປປ ລາວ
ລາວ - ລຸກຊຳບວກ ເພີ່ມທະວີການຮ່ວມມືສອງຝ່າຍ
ລາວ - ຕວັກກີ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ
ການເຄື່ອນໄຫວຂອງຄະນະນຳກະຊວງການຕ່າງປະເທດ

ພິທີທາງການ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ ປະຈຳປີ 2024 ທີ່ ນະຄອນຫຼວງວຽງຈັນ

ພິທີທາງການ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ ປະຈຳປີ 2024 ທີ່ ນະຄອນຫຼວງວຽງຈັນ

        ໃນຕອນເຊົ້າຂອງວັນທີ 22 ມີນາ 2024, ກະຊວງການຕ່າງປະເທດ ໂດຍສົມທົບກັບບັນດາກະຊວງ, ຂະແໜງ ການຕ່າງໆທີ່ກ່ຽວຂ້ອງ ​ໄດ້ຈັດພິທີທາງການ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2024 ພາຍໃຕ້ຫົວຂໍ້ "ສ້າງ, ປະດິດສ້າງ, ດໍາ​ເນີນ​ງານ ເປັນ​ພາ​ສາ​ຝຣັ່ງ" ຢູ່ຫ້ອງປະຊຸມໃຫ່ຍຂອງຄະນະເສດຖະເສດ ແລະ ບໍລິຫານ-ທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ທີ່ ນະຄອນຫຼວງວຽງຈັນ. ພິທີທາງການດັ່ງກ່າວ...

ການເຄື່ອນໄຫວຂອງສະຖານທູດ ແລະ ບັນດາກົມ

ເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ

ເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ

         ໃນ​ວັນ​ທີ 21 ມີ​ນາ 2024, ທີ່​ສຳ​ນັກ​ງານ ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ ສ​ສ ຫວຽດ​ນາມ ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ. ສະ​ຫາຍ ​ນາງ ຄ​ຳ​ເພົາ ເອີນ​ທະ​ວັນ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນ​າດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​​ສະ​ຫາຍ ຫງວຽນ ມິງ ເຕິມ, ຮອງ​ຫົວ​ໜ້​າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ...

ຂ່າວອື່ນໆ

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ  (JCC CLV DTA) ຄັ້ງທີ 13

                  ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...

ໂທລະສານ

ສານຊົມເຊີຍວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ

    ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ,   ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...

ລາວ-ໄທ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການການພົວພັນຮ່ວມມື

saluemxay thai

 

ໂດຍ ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ ທ່ານ ດອນ ປຣະມັດ​ວິ​ໄນ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ຣາຊະອາ​ນາ​ຈັກ​ໄທ, ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​​ໄຕ ປະຊາຊົນ​ລາວ ​ແລະ ຄະນະ ​ໄດ້​ເດີນທາງ​ຢ້ຽມຢາມ ຣາຊະ​ອານາຈັກ​ໄທ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 9-10 ສິງຫາ 2016 ​ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ຖານ​ບ້ານ​ໃກ້​ເຮືອນຄຽງທີ່​ດີ ມີ​ມາ​ແຕ່​ດົນ​ນານ ​ແລະ ການ​ຮ່ວມ​ມື​ອັນ​ດີ ລະຫວ່າງ​ສ​ອງປະ​ເທດ ລາວ ​ແລ​ະ ​ໄທ ​ໃຫ້​ແໜ້ນ​ແຟ້ນ ​ແລະ ກວ້າງຂວາງ​ຍິ່ງໆຂຶ້ນ.

 

ໃນ​ວັນ​ທີ 9 ສິງຫາ 2016, ທີ່ ກະຊວງ​ການ​ຕ່າງປະ​ເທດ ຣາຊະ​ອານາຈັກ​ໄທ, ທ່ານ ສະ​ເຫຼີມ​ໄຊ​ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ, ​ໄດ້​ຖືກ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ຈາກ ທ່ານ ດອນ​ ປຣະມັດ​ວິ​ໄນ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ຣາຊະອາ​ນາ​ຈັກ​ໄທ ​ແລະ ຫຼັງຈາກ​ນັ້ນ​ກໍ່​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ຢ່າງ​ເປັນ​ທາງ​ການຂຶ້ນ. ​ໃນ​ການ​ພົບ​ປະ,​ ສອງ​ຝ່າຍ​ຕີ​ລາຄາ​ສູງ ຕໍ່ມູນ​ເຊື້ອສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ຍາວ​ນານ ຖານ​ບ້ານ​ໃກ້​ເຮືອນຄຽງທີ່​ດີ ລະຫວ່າງ​ສອງ​ປະ​ເທດ ສອງ​ລັດຖະບານ ກໍ​ຄື ສອງ​ກະຊວງ​ການ​ຕ່າງປະ​ເທດ ທີ່ມີ​ການ​ຂະຫຍາຍຕົວຢ່າງ​ເລິກ​ເຊິ່ງໜັກ​ແໜ້ນ ​ແລະ ຮອບດ້ານ​ ​ເຫັນ​ໄດ້​ຈາ​ກການ​ໄປມາຫາສູ່​ມີ​ການ​ແລກປ່ຽນການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ ຂັ້ນ​ຕ່າງໆ;​ ສອງ​ຝ່າຍ​ຕົກລົງ​ເຫັນ​ດີ​ຮ່ວມ​ມື​ກັນ​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ ຄົນ​ບໍ່ດີ ທີ່​ລັກລອບ​ຂົນ​ສົ່ງ​ສິນຄ້າ-ຄ້າຂາຍ​ຢາ​ເສບ​ຕິດ, ການ​ຄ້າ​ໄມ້​ເຖື່ອນ, ການ​ຄ້າ​ມະນຸດ ​ແລະ ການກໍ່ຄວາມ​ບໍ່ສະຫງົບຢູ່​ຕາມ​ບໍລິ​ເວນ​ຊາຍ​ແດນ;​ ສືບຕໍ່ພະຍາຍາມ​ຮ່ວມ​ກັນ​ປັກຫຼັກໝາຍຊາຍ​ແດນ​ທາງບົກ​ທີ່​ຍັງ​ຄົງ​ຄ້າງ ຈຳນວນ 14 ຈຸດ ​ໃຫ້​ສຳ​ເລັດ​ໃນ​ປີ 2016 ​ແລະ ການ​ປັກຫຼັກໝາຍຊາຍ​ແດນ​ທາງນ້ຳ ​ໃຫ້​ສຳ​ເລັດ​ໃນ​ປີ 2018; ສອງ​ຝ່າຍ​ເຫັນ​ດີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຂົ່ນສົ່ງ​ສິນຄ້າ​ຜ່ານ​ຊາຍ​ແດນ ​ໃຫ້​ວ່ອງ​ໄວ​ຂຶ້ນກວ່າ​ເກົ່າ, ອໍານວຍ​ຄວາມ​ສະດວກ​ໃນ​ການນຳ​ເຂົ້າ-ສົ່ງ​ອອກ​ສິນຄ້າ​ ຂອງ​ ສປປ ລາວ ​ເພື່ອ​ສົ່ງຕໍ່​ໄປ​ປະ​ເທດ​ທີ່​ສາມ ​ແລະ ໃນ​ປີ 2015 ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງປະ​ເທດ ​ເພີ່ມ​ຂຶ້ນຈາກ 2,105 ລ້ານ​ໂດ​ລາ ​ໃນ​ປີ 2014 ​ເປັນ 5,633 ລ້ານ​ໂດ​ລາ; ສອງ​ຝ່າຍ​ເຫັນ​ດີ​ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ດ້ານ​ພະລັງງານ​ໄຟຟ້າ, ດ້ານ​ແຮງ​ງານ, ດ້ານ​ການ​ສຶກສາ, ພື້ນຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ລະຫວ່າງ ​ແຂວງ ​ແລະ ຈັງຫວັດ ຊາຍ​ແດນ​ ລາວ-​ໄທ ​ແລະ ການ​ດູດ​ແຮ່ ​ແລະ ຊາຍ ຕາມ​ລຳ​ແມ່ນ້ຳຂອງ ​ແລະ ​ແມ່ນ້ຳ​ເຫຼືອງ. ນອກ​ນັ້ນ​ສອງ​ຝ່າຍ ຍັງ​ເຫັນ​ດີ​ຈະ​ສືບຕໍ່​ໃຫ້ການ​ຮ່ວມ​ມື​ກັນ ​ໃນ​ຂອບ​ການ​ຮ່ວມມື CLMVT, ຂອບ​ກາ​ນຮ່ວມ​ມື ACMECS, ກອບ​ການ​ຮ່ວມ​ມື ອາຊຽນ, ​ໃນ​ພາກພື້ນ ​ແລະ ສາກົນ. ​ໃນ​ຕອນ​ທ້າຍ​ການ​ພົບ​ປະ ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່ລັດຖະບານ​ໄທ ທີ່​ໃຫ້ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ເປັນ​ຢ່າງ​ດີ ​ແກ່​ການ​ເປັນ​ເຈົ້າພາບ​ ຈັດ​ກອງ​ປະຊຸມ AMM ຄັ້ງ​ທີ 49 ​ແລະ ກອງ​ປະຊຸມ​ປິ່ນອ້ອມ​ອື່ນໆ​ ທີ່ ນະຄອນຫຼວງວຽງຈັນ ​ແລະ ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ແລະ ຮ່ວມ​ມືຕື່ມ​ອີກ ​ໃນ​ໂອກາດ​ທີ່ ສປປ ລາວ ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ​ໃນ​ເດືອນ​ກັນຍາ 2016 ນີ້.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480315
ມື້ນີ້145
ມື້ວານ157
ອາທິດນີ້713
ເດືອນນີ້6546