ໃນວັນທີ 22 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂຣບິນ ມູດີ (Robyn MUDIE), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແຫ່ງ ອົດສະຕຣາລີ, ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ໃນວັນທີ 29 ເມສາ ນີ້, ຢູ່ ນະຄອນຫລວງວຽງຈັນ, ສະຫະພັນກຳມະບານ ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາ ສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 130 ປີ (01/05/1886-01/05/2016) ເພື່ອເຮັດໃຫ້ບັນດາສະມາຊິກກຳມະບານ ຢູ່ ກະຊວງການຕ່າງປະເທດ ໄດ້ເຊື່ອມຊຶມຢ່າງເລິກເຊິ່ງເຖິງປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ພາລະກຳປະຫວັດສາດ ຂອງຂະບວນການກຳມະກອນສາກົນ, ຮຽນຮູ້ເຖິງທາດແທ້ຂອງຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ໃນອະດີດເຖິງປັດຈຸບັນ.
ໂອກາດນີ້, ທ່ານ ວັນນາ ດວງພະຈັນ, ຮອງປະທານສູນກາງສະຫະພັນກຳມະບານລາວ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດຄວາມເປັນມາ ຂອງການຕໍ່ສູ້ຂອງຊົນຊັ້ນກຳມະກອນສາກົນ ອອກຈາກການບັງຄັບ ແລະ ກົດຂີ່ຂູດຮີດຂອງພວກນາຍທຶນ, ແຕ່ລະມື້ກຳມະກອນຖືກບັງຄັບໃຫ້ເຮັດວຽກເປັນເວລາ 14-15 ຊົ່ວໂມງ, ແຕ່ມີຄ່າແຮງຕ່ຳ, ບໍ່ມີສະຫວັດດີການສັງຄົມຕໍ່ກຳມະກອນ. ໃນວັນທີ 01 ພຶດສະພາ 1886, ໄດ້ມີການຕໍ່ສູ້ຂອງກຳມະກອນ ຢູ່ ເມືອງຊິກາໂກ, ສະຫະລັດອາເມລິກາ ແລະ ໄດ້ກາຍເປັນບາດລ້ຽວປະຫວັດສາດຂອງຊົນຊັ້ນກຳມະກອນ ທີ່ໄດ້ທວງເອົາສິດຂອງຕົນ ເຮັດວຽກມື້ໜຶ່ງ 8 ຊົ່ວໂມງ, ພັກຜ່ອນ 8 ຊົ່ວໂມງ ແລະ ຄົ້ນຄວ້າຮ່ຳຮຽນເພື່ອຄວາມກ້າວໜ້າ 8 ຊົ່ວໂມງ, ກໍຄື ຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳພາຂອງພັກ ໄດ້ປະກອບສ່ວນພາລະກິດຂອງຕົນເຂົ້າໃນການຕໍ່ສູ້ກູ້ຊາດ, ເຕົ້າໂຮມກຳລັງປະຕິວັດນຳພາຊົນຊັ້ນກຳມະກອນ ຕໍ່ສູ້ຍາດເອົາເອກະລາດ, ເສລີພາບ ແລະ ສັນຕິສຸກ ມາສູ່ປວງຊົນລາວທັງຊາດ ໂດຍສະເພາະໃນໄລຍະຕໍ່ສູ້ຕ້ານຈັກກະພັດອາເມລິກາ. ຊົນຊັ້ນກຳມະກອນລາວ ໄດ້ປະກອບສ່ວນປົກປັກຮັກສາເຂດປົດປ່ອຍ, ເຮັດໜ້າທີ່ການຜະລິດ, ສ້າງສາເຂດປົດປ່ອຍ, ທວງເອົາສິດເສລີພາບ, ຄວາມເປັນເອກະລາວແຫ່ງຊາດ ມາໃຫ້ຊົນຊັ້ນກຳມະກອນລາວເຖິງປັດຈຸບັນ.
ຊົນຊັ້ນກຳມະກອນລາວ ກໍໄດ້ເປັນເຈົ້າການໃນການປົກປັກຮັກສາ ແລະ ພັດທະນາສ້າງສາເສດຖະກິດສັງຄົມ ຢ່າງຕັ້ງໜ້າ.