ໃນຕອນເຊົ້າຂອງວັນທີ 22 ມີນາ 2024, ກະຊວງການຕ່າງປະເທດ ໂດຍສົມທົບກັບບັນດາກະຊວງ, ຂະແໜງ ການຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດພິທີທາງການ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2024 ພາຍໃຕ້ຫົວຂໍ້ "ສ້າງ, ປະດິດສ້າງ, ດໍາເນີນງານ ເປັນພາສາຝຣັ່ງ" ຢູ່ຫ້ອງປະຊຸມໃຫ່ຍຂອງຄະນະເສດຖະເສດ ແລະ ບໍລິຫານ-ທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ທີ່ ນະຄອນຫຼວງວຽງຈັນ. ພິທີທາງການດັ່ງກ່າວ...
ໃນວັນທີ 21 ມີນາ 2024, ທີ່ສຳນັກງານ ສະຖານເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ. ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫງວຽນ ມິງ ເຕິມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...
ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 7 ( 7/2016 CPR Meeting )ໄດ້ຈັດຂື້ນໃນວັນທີ 5 ພຶດສະພາ 2016, ທີ່ ໂຮງແຮມຫຼວງພະບາງວິວ, ແຂວງຫຼວງພະບາງ ພາຍໃຕ້ການເປນປະທານຂອງ ທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອາຊຽນ ໂດຍມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນປະເທດສະມາຊິກອາຊຽນ, ຮອງເລຂາທິການໃຫຍ່ອາຊຽນຮັບຜິດຊອບວຽກເສົາຄໍ້າການເມືອງ-ຄວາມໝັ້ນຄົງ, ພະນັກງານການທູດຈາກບັນດາປະເທດສະມາຊິກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຫລັກຂອງກອງປະຊຸມຄັ້ງທີ 7 ປະຈຳປີ 2016 ນີ້ ແມ່ນເລັ່ງໃສ່ສືບຕໍ່ປຶກສາຫາລືບັນດາໜ້າວຽກປົກກະຕິ ຂອງຄະນະກຳມະການຜູ້ຕາງໜ້າຖາວອນ ແລະ ກະກຽມເນື້ອໃນໃຫ້ແກ່ບັນດາກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN SOM), ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (APT SOM), ກອງປະຊຸມລະດັບເຈົ້າໜ້າທີອາວຸໂສກອງປະຊຸມສຸດຍອດາອາຊີຕາເວັນອອກ (EAS SOM) ແລະ ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສເວທີປຶກສາຫາລືພາກພື້ນອາຊຽນ (ARF SOM), ເຊິ່ງຈະມີຂຶ້ນໃນລະຫວ່າງວັນທີ 6-8 ພຶດສະພາ 2016 ທີ່ ເມືອງຫຼວງພະບາງ. ນອກຈາກນີ້, ພາຍຫລັງສຳເລັດກອງປະຊຸມຂອງຕົນ, ຄະນະກຳມະການຜູ້ຕາງຫນ້າຖາວອນຈະໄດ້ສືບຕໍ່ຈັດກອງປະຊຸມເຈລະຈາ ກັບ ຣັດເຊຍ, ເຊິ່່ງໄດ້ສຸມໃສ່ການຮ່າງ 2 ເອກະສານສຳຄັນ ທີ່ຈະຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດ ສະເຫລີມສະຫລອງການພົວພັນຮ່ວມມື ອາຊຽນ-ຣັດເຊຍ ຄົບຮອບ 20 ປີ ທີ່ຈະຈັດຂື້ນໃນວັນທີ 19-20 ພຶດສະພາ ທີ່ ໂຊຈິ, ຣັດເຊຍ ຄື: (1) ຮ່າງຖະແຫລງການໂຊຈິ ວ່າດ້ວຍ ການສະເຫລີມສະຫລອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 20 ປີ; ແລະ (2) ແຜນປະຕິບັດງານ ອາຊຽນ-ຣັດເຊຍ ສະບັບໃໝ່ ສຳລັບໄລຍະປີ 2016-2020.
ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈຳອາຊຽນ ຈັດຂຶ້ນ ສອງຄັ້ງຕໍ່ເດືອນ ແລະ ຄັ້ງຕໍ່ໄປ (8/2016) ຈະຈັດຂຶ້ນໃນວັນທີ 26 ພຶດສະພາ 2016 ທີ່ ຈາກາກຕາ, ປະເທດອິນໂດເນເຊຍ.