ໃນວັນທີ 22 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂຣບິນ ມູດີ (Robyn MUDIE), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແຫ່ງ ອົດສະຕຣາລີ, ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກ ກໍາປູເຈຍ ໄດ້ຈັດການ ແຂ່ງຂັນກິລາ ມິດຕະພາບ ກັບກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຢູ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 60 ປີ (15/06/1956-15/06/2016) ໃນວັນສຸກ, ທີ 10 ມິຖຸນາ 2016 ໂດຍມີ ພະນະທ່ານ ອຸງ ຊຽນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພັນລະຍາ, ພະນະທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ເປັນກຽດເຂົ້າຮ່ວມຊົມການແຂ່ງຂັນ ນອກຈາກນັ້ນຍັງມີ ທ່ານ ຫົວໜ້າ ແລະ ຮອງຫົວໜ້າກົມ ອາຊີ I ແລະ ກົມພິທີການທູດ ພ້ອມດ້ວຍພະນັກງານຈາກກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ, ສະຖານທູດລາວ ແລະ ນັກສຶກສາລາວເຂົ້າຮ່ວມ ໂດຍມີການແຂ່ງຂັນ 3 ປະເພດກິລາຄື: ກິລາຕີດອກປີກໄກ່, ກິລາເປຕັງ ແລະ ກິລາປິ່ງປ່ອງ ໂດຍມີການແຂ່ງຂັນຂອງທີມຍິງ ແລະ ທີມຊາຍ ເພື່ອຊິງຂັນລາງວັນທີ 1 ແລະ ລາງວັນທີ 2 ໃນແຕ່ລະປະເພດກິລາ, ການຈັດການແຂ່ງຂັນກິລາດັ່ງກ່າວ ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອມາແຕ່ບູຮານນະການ ກໍຄືການສ້າງຄວາມສາມັກຄີຮັກແພງກັນລະຫວ່າງກະຊວງ ແລະ ສະຖານທູດ. ການແຂ່ງຂັນແມ່ນໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຄວາມສາມັກຄີອັນແຫນ້ນແຟ້ນ. ພາຍຫຼັງສໍາເລັດການແຂ່ງຂັນກໍໄດ້ມີການມອບລາງວັນ ແລະ ຮ່ວມພາເຂົ້າສາມັກຄີ ພ້ອມທັງມ່ວນຊື່ນລໍາວົງສາມັກຄີຮ່ວມກັນ.