ໃນຕອນເຊົ້າຂອງວັນທີ 22 ມີນາ 2024, ກະຊວງການຕ່າງປະເທດ ໂດຍສົມທົບກັບບັນດາກະຊວງ, ຂະແໜງ ການຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດພິທີທາງການ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2024 ພາຍໃຕ້ຫົວຂໍ້ "ສ້າງ, ປະດິດສ້າງ, ດໍາເນີນງານ ເປັນພາສາຝຣັ່ງ" ຢູ່ຫ້ອງປະຊຸມໃຫ່ຍຂອງຄະນະເສດຖະເສດ ແລະ ບໍລິຫານ-ທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ທີ່ ນະຄອນຫຼວງວຽງຈັນ. ພິທີທາງການດັ່ງກ່າວ...
ໃນວັນທີ 21 ມີນາ 2024, ທີ່ສຳນັກງານ ສະຖານເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ. ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫງວຽນ ມິງ ເຕິມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...
ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2016, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊິີວິດ ໃນປາງສົງຄາມຢູ່ລາວ ຈາກຜົນຂອງການປະຕິບັດງານຮ່ວມ ລາວ-ອາເມລິກາ ໃນການຂຸດຄົ້ນເພື່ອຊອກຫາ ຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາໃນປາງສົງຄາມຢູ່ລາວ, ຄັ້ງທີ 3 ແລະ 4 ປະຈໍາສົກປີ 2015-2016, ຢູ່ກໍລະນີ 1552 ບໍລິເວນບ້ານມາກາ, ເມືອງນາກາຍ, ແຂວງຄໍາມ່ວນ, ກໍລະນີ 1529 ບໍລິເວນບ້ານອໍອັນ, ເມືອງແປກ, ກໍລະນີ 1408 ບໍລິເວນບ້ານຄາບ, ເມືອງຄູນ, ແຂວງຊຽງຂວາງ ແລະ ກໍລະນີ 1541 ບໍລິເວນບ້ານນາກູດ, ເມືອງຮ້ຽມ, ແຂວງຫົວພັນ.
ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບໃນຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ MIA,ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມລິກາ ແມ່ນທ່ານ Daniel A. Clune, ເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ, ເປັນຜູ້ກ່າວຮັບ, ໃນພິທີດັ່ງກ່າວຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ພ້ອມດ້ວຍພະນັກ ງານວິຊາການ ລາວ-ອາເມລິກາ ທີ່ປະຕິບັດວຽກງານຕົວຈິງໃນພາກສະໜາມຈໍານວນໝຶ່ງເຂົ້າຮ່ວມນໍາ.
ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍ່ຄືຍາດພີ່ນ້ອງ ຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາໃນການແກ້ໄຂບັນຫາດັ່ງກ່າວ, ຕະຫຼອດໄລຍະເວລາ 30 ກວ່າປີ ແຫ່ງ ການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນການດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໄດ້ຮັບຜົນຫຼາຍກວ່າ 50% ຂອງຈໍານວນຜູ້ຫາຍສາບສູນທັງໝົດ. ອີງຕາມຕົວເລກທີ່ຝ່າຍອາເມລິກາແຈ້ງຝ່າຍລາວຊາບ, ທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທັງໝົດມີ 574 ຄົນ. ນັບແຕ່ສອງຝ່າຍ ໄດ້ມີການຮ່ວມມືກັນມາແຕ່ປີ 1985 ຈົນເຖິງ ປັດຈຸບັນ, ລັດຖະບານລາວໄດ້ມອບສິ່ງເສດເຫຼືອທະຫານອາເມລິກາທີ່ເສຍຊີວິດຢູ່ລາວທີ່ສັນນະສູດໄດ້ແລ້ວຈຳນວນ 273 ຄົນ ແລະ ຍັງອີກ 301 ຄົນທີ່ຍັງເຫຼືອແມ່ນຈະໄດ້ຮ່ວມກັນສືບຕໍ່ສໍາຫຼວດ ແລະ ຄົ້ນຫາໃນການປະຕິບັດງານຄັ້ງຕໍ່ໄປ.
ການທີ່ທັງສອງຝ່າຍ ລາວ-ອາເມລິກາ ໄດ້ຮັບຜົນສຳເລັດອັນດີດັ່ງກ່າວໃນວຽກງານການສໍາຫຼວດ ແລະ ຂຸດຄົ້ນ ກໍ່ຍ້ອນຄວາມເອົາໃຈໃສ່ຢ່າງຈິງໃຈຂອງລັດຖະບານ ແລະ ເຈົ້າໜ້າທີ່ຂອງລາວ ທຸກໆຂັ້ນແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ການຮ່ວມມືອັນດີຂອງປະຊາຊົນບັນດາເຜົ່າ.