ໃນວັນທີ 22 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂຣບິນ ມູດີ (Robyn MUDIE), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແຫ່ງ ອົດສະຕຣາລີ, ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ກົມອາຊຽນ, ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມ ປືກສາຫາລືແລະອະທິບາຍ ກ່ຽວກັບ ການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມກ່ຽວຂ້ອງເຊຶ່ງຈະໄດ້ຈັດຂຶ້ນ ວັນທີ 21-26 ກໍລະກົດ 2016 ນີ້, ທີ່ນະຄອນຫລວງວຽງຈັນ,ໃຫ້ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ທີ່ມີສໍານັກງານ ສະຖານທູດຢູ່ ສປປ ລາວ, ບາງກອກ, ຮ່າໂນ່ຍ ແລະ ກົວລາລໍາເປີ ໃຫ້ຮັບຮູ້, ເຂົ້າໃຈແຈ້ງຕື່ມ. ເພື່ອປະສານງານ ໄປຍັງປະເທດຂອງຕົນ ກ່ຽວກັບການກະກຽມຄວາມພ້ອມ ໃນດ້ານຕ່າງໆ ເປັນຕົ້ນແມ່ນ ດ້ານພະລາທິການ, ດ້ານພິທີການ, ການຮັກສາ ຄວາມປອດໄພ, ການຄຸ້ມຄອງບັນດາສື່ມວນຊົນ ຕ່າງປະເທດແລະດ້ານອື່ນໆ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 4 ກໍລະກົດ 2016 ນີ້, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ, ບັນດາທູຕານຸທູດແລະຜູ້ຕາງໜ້າ ອົງການຈັດຕັ້ງສາກົນ ປະຈໍາລາວ, ມີບັນດາຫົວໜ້າກົມ, ຮອງກົມຈາກ ກະຊວງການຕ່າງປະເທດ ແລະ ກະຊວງກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ບັນດາທີມງານອະນຸກໍາມະການກອງເລຂາ ແລະ ອະນຸກໍາມະການພິທີການໄດ້ນໍາພາ ບັນດາຜູ້ເຂົ້າຮ່ວມ ກອງປະຊຸມ ໄດ້ໄປຢ້ຽມຊົມ ແລະ ກວດກາຄວາມພ້ອມ ຂອງສະຖານທີ່ຫ້ອງປະຊຸມ ທີ່ຈະນໍາໃຊ້ ເຂົ້າໃນການຈັດກອງປະຊຸມໃນຄັ້ງນີ້.