ໃນຕອນບ່າຍຂອງວັນທີ 9 ເມສາ 2024 ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງໄປພົບປະເຮັດວຽກຮ່ວມກັບ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງສາລະວັນ ເພື່ອຮ່ວມກັນ ລົງກວດກາ, ເກັບກໍາຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບ ຄວາມຄືບໜ້າການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານທ້ອງຖິ່ນປາກຕາພານ, ເມືອງລະຄອນເພັງ, ແຂວງສາລະວັນ ເພື່ອກະກຽມຄວາມພ້ອມໃນການຍົກຂຶ້ນເປັນດ່ານສາກົນ.
ກອງປະຊູມສະຫຼູບຜົນການກວດກາ, ບູລະນະ ແລະ ກໍ່ສ້າງຫຼັກໝາຍຊາຍແດນ ທີ່ເປ່ເພຄືນໃໝ່ ລະຫວ່າງ ລາວ-ມຽນມາ ຄັ້ງທີ 6 ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2024 ທີ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ຄະນະວິຊາການເຕັກນິກຝ່າຍລາວ ນໍາໂດຍ ທ່ານ ບຸນພຽງ ຈັນທະວົງ, ຮອງຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະວິຊາການເຕັກນິກຝ່າຍມຽນມາ ນໍາໂດຍ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...
ປັດຈຸບັນ ການກະກຽມສຳລັບການເປັນ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ຂອງ ສປປ ລາວ ແມ່ນມີຄວາມຄືບໜ້າດີທັງດ້ານເນື້ອໃນ, ພາລາທິການ ແລະ ບຸກຄະລາກອນ ໂດຍໄດ້ຮັບການຮ່ວມມື, ຊ່ວຍເຫລືອເປັນຢ່າງດີ ຈາກພາຍໃນ ແລະ ຕ່າງປະເທດ ກໍຄື ໄດ້ສ້າງຕັ້ງຄະນະກຳມະການຮັບຜິດຊອບຊີ້ນຳລວມ ໂດຍແມ່ນ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ແຕ່ງຕັ້ງ 13 ຄະນະອະນຸກຳມະການຮັບຜິດຊອບແຕ່ລະໜ້າວຽກ ແຕກຕ່າງກັນ.
ໃນວັນທີ 19 ກໍລະກົດ ນີ້, ຢູ່ ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໃຫ້ສຳພາດຕໍ່ບັນດາສື່ມວນຊົນວ່າ: ໃນກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ທີ່ຈະໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 21-26 ກໍລະກົດ 2106, ຢູ່ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສປປ ລາວ ຈະປະກອບມີ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ 16 ກອງປະຊຸມ ໃນນີ້ລາວຈະເປັນປະທານ 6 ກອງປະຊຸມ ແລະ ເປັນປະທານຮ່ວມກັບ ຣັດເຊຍ 1 ກອງປະຊຸມ ແລະ ອີກ 9 ກອງປະຊຸມ ແມ່ນປະເທດສະມາຊິກອາຊຽນ ຈະໄດ້ສັບປ່ຽນກັນ ເປັນປະທານຮ່ວມ ກັບຄູ່ເຈລະຈາທີ່ຕົນ ເປັນປະເທດ ປະສານງານ.
ທ່ານ ສະເຫລີມໄຊ ກົມມະສິດ ກ່າວຕື່ມວ່າ: ໃນຖານະເປັນປະທານອາຊຽນ ສປປ ລາວ ໄດ້ກຳ ນົດ 8 ບູລິມະສິດ ສຳລັບການເປັນປະທານອາຊຽນໃນປີນີ້ ເພື່ອປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງ ໃຫ້ປະຊາຄົມອາຊຽນຄື: ຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025; ຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ການອຳນວຍຄວາມສະດວກ ດ້ານການຄ້າ, ພັດທະນາວິສາຫະກິດ ຂະໜາດນ້ອຍ-ກາງ, ພັດທະນາການທ່ອງທ່ຽວ, ການເຊື່ອມຈອດ, ຫັນປ່ຽນການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກ ທີ່ມີຄຸນຄ່າໃນອາຊຽນແລະ ສົ່ງເສີມການຮ່ວມມືພາກພື້ນ ເພື່ອການອະນຸລັກ, ປົກປັກຮັກສາ ແລະ ສົ່ງເສີມມໍລະດົກ ທາງດ້ານວັດທະນະທຳອາຊຽນ.