ໃນຕອນເຊົ້າຂອງວັນທີ 22 ມີນາ 2024, ກະຊວງການຕ່າງປະເທດ ໂດຍສົມທົບກັບບັນດາກະຊວງ, ຂະແໜງ ການຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດພິທີທາງການ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2024 ພາຍໃຕ້ຫົວຂໍ້ "ສ້າງ, ປະດິດສ້າງ, ດໍາເນີນງານ ເປັນພາສາຝຣັ່ງ" ຢູ່ຫ້ອງປະຊຸມໃຫ່ຍຂອງຄະນະເສດຖະເສດ ແລະ ບໍລິຫານ-ທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ທີ່ ນະຄອນຫຼວງວຽງຈັນ. ພິທີທາງການດັ່ງກ່າວ...
ໃນວັນທີ 21 ມີນາ 2024, ທີ່ສຳນັກງານ ສະຖານເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ. ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫງວຽນ ມິງ ເຕິມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...
ໃນຕອນບ່າຍ ຂອງວັນທີ 14 ກໍລະກົດ 2016 ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Hu Zhengyue, ຮອງປະທານສາມະຄົມການທູດປະຊາຊົນ ຂອງ ສປ ຈີນ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດ ຄະນະດັ່ງກ່າວມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອຈັດຕັ້ງປະຕິບັດ ໂຄງການປິ່ນປົວພະຍາດແກ່ນຕາຂຸ້ນ ຫລື (ໂຄງການເຄື່ອນໄຫວນໍາແສງສະຫວ່າງມາສູ່ປະເທດແມ່ນໍ້າຂອງ)ພາຍໃຕ້ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ຄະນະຜູ້ແທນດັ່ງກ່າວ ຈະຮ່ວມກັບກະຊວງສາທາລະນະສຸກ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ໃນການຄັດເລືອກຄົນເຈັບ ທີ່ເປັນພະຍາດແກ່ນຕາຂຸ້ນ ແລະ ຢ້ຽມຢາມສະຖານທີ່ຕົວຈິງ ເພື່ອດໍາເນີນການຜ່າຕັດ ແລະ ປິ່ນປົວ.
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການມາເຮັດວຽກ ຂອງສະມາຄົມການທູດປະຊາຊົນຂອງຈີນ ໃນຄັ້ງນີ້, ໂດຍສະເພາະການຈັດຕັ້ງປະຕິບັດ ໂຄງການປິ່ນປົວພະຍາດແກ່ນຕາຂຸ້ນນີ້ ຈະເປັນປະໂຫຍດຫລາຍ ໃນການຍົກລະດັບດ້ານສຸຂະພາບ ຂອງປະຊາຊົນລາວໃຫ້ດີຂຶ້ນ ແລະ ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການບັນລຸເປົ້າຫມາຍສະຫັດສະວັດແຫ່ງການພັດທະນາ (MDGs) ໃນປີ 2020 ຂອງລັດຖະບານ ສປປ ລາວ, ທັງເປັນການປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນ ລະຫວ່າງ 2 ປະເທດ ໃຫ້ນັບມື້ນັບມີຄວາມແຫນ້ນແຟ້ນຍິ່ງໆຂຶ້ນ.