ໃນຕອນບ່າຍຂອງວັນທີ 9 ເມສາ 2024 ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງໄປພົບປະເຮັດວຽກຮ່ວມກັບ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງສາລະວັນ ເພື່ອຮ່ວມກັນ ລົງກວດກາ, ເກັບກໍາຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບ ຄວາມຄືບໜ້າການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານທ້ອງຖິ່ນປາກຕາພານ, ເມືອງລະຄອນເພັງ, ແຂວງສາລະວັນ ເພື່ອກະກຽມຄວາມພ້ອມໃນການຍົກຂຶ້ນເປັນດ່ານສາກົນ.
ກອງປະຊູມສະຫຼູບຜົນການກວດກາ, ບູລະນະ ແລະ ກໍ່ສ້າງຫຼັກໝາຍຊາຍແດນ ທີ່ເປ່ເພຄືນໃໝ່ ລະຫວ່າງ ລາວ-ມຽນມາ ຄັ້ງທີ 6 ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2024 ທີ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ຄະນະວິຊາການເຕັກນິກຝ່າຍລາວ ນໍາໂດຍ ທ່ານ ບຸນພຽງ ຈັນທະວົງ, ຮອງຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະວິຊາການເຕັກນິກຝ່າຍມຽນມາ ນໍາໂດຍ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...
ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ແຄຣີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ ໄດ້ເປັນປະທານຮ່ວມຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສະຫະລັດ ອາເມລິກາ, ໃນຕອນບ່າຍຂອງວັນທີ 25 ກໍລະກົດ 2016, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍມີບັນດາລັດຖະມົນຕີກະຊວງການຕ່າງປະເທດຂອງ ກໍາປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຜູ້ແທນ ເຂົ້າຮ່ວມຢ່າງພ້ອມພຽງ.
ບັນດາລັດຖະມົນຕີ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ໂຄງການຕ່າງໆ ໃນ 6 ເສົາຄໍ້າບູລິມະສິດ ເປັນຕົ້ນແມ່ນບັນດາໂຄງການ ທີ່ເປັນສັນຍາລັກຂອງຂອບຮ່ວມມືດັ່ງກ່າວ ຊຶ່ງໃນນັ້ນ ສປປ ລາວ ກໍໄດ້ຮ່ວມກັບ ສ. ອາເມລິກາ ກໍາລັງຈັດຕັ້ງປະຕິບັດ 3 ໂຄງການ ພາຍໃຕ້ແຜນວຽກຂອງໂຄງການພື້ນຖານໂຄງລ່າງທີ່ທັນສະໄໝ ສໍາລັບແມ່ນໍ້າຂອງ ແລະ 1 ໂຄງການຝຶກອົບຮົມພາສາອັງກິດສະເພາະດ້ານແບບຕໍ່ເນື່ອງ ໃຫ້ແກ່ບັນດາພະນັກງານລັດຖະກອນຂອງ ສປປ ລາວ ຢູ່ ສະຖາບັນການຕ່າງປະເທດ. ນອກຈາກນີ້, ບັນດາລັດຖະມົນຕີ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ເອກະສານແນວຄວາມຄິດໃໝ່ທີ່ ສະຫະລັດ ອາເມລິກາ ສະເໜີຂຶ້ນ ຊື່ວ່າ: “ຄູ່ຮ່ວມມືເພື່ອການສ້າງພື້ນຖານໂຄງລ່າງທີ່ຍືນຍົງ” ພ້ອມທັງແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ຂົງເຂດຈຸດສຸມຂອງການຮ່ວມມືໃນຕໍ່ໜ້າ.
ກອງປະຊຸມດັ່ງກ່າວ ໄດ້ຮັບຮອງເອົາເອກະສານສໍາຄັນ ຈໍານວນ 2 ສະບັບຄື: ບົດຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ. ອາເມລິກາ ຄັ້ງທີ 9 ແລະ ເອກະສານແນວຄວາມຄິດ ກ່ຽວກັບ ຄູ່ຮ່ວມມືເພື່ອການສ້າງພື້ນຖານໂຄງລ່າງທີ່ຍືນຍົງ ເພື່ອເປັນທິດທາງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ແນໃສ່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃນອະນຸພາກພື້ນແມ່ນໍ້າຂອງ ໃຫ້ດີຂຶ້ນເທື່ອລະກ້າວ.