ໃນວັນທີ 22 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂຣບິນ ມູດີ (Robyn MUDIE), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແຫ່ງ ອົດສະຕຣາລີ, ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ໃນວັນທີ 25 ມີນາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ Andrew YANG, ປະທານບໍລິສັດມັງກອນຄຳ ຊຶ່ງມີບໍລິສັດຕັ້ງຢູ່ ພະນົມເປັນ, ປະເທດກຳປູເຈຍ ໄດ້ເຂົ້!ຢ້ຽມຂໍ່ຳນັບຄະນະນຳກະຊວງການຕ່າງປະເທດ ແລະ ມອບຄອມພິວເຕີ້ໂນດບຸກ ຈຳນວນ 50 ເຄື່ອງ ມູນຄ່າ 149,990,000 ກີບ ໃຫ້ແກ່ກະຊວງການຕ່າງປະເທດ ເພື່ອເຂົ້າໃນການປະຕິບັດວຽກງານຂອງກະຊວງການຕ່າງປະເທດ, ຕາງໜ້າຝ່າຍບໍລິສັດມັງກອນຄຳ ມອບໂດຍທ່ານ Andrew YANG, ປະທານບໍລິສັດມັງກອນຄຳ ແລະ ຕາງໜ້າກະຊວງການຕ່າງປະເທດ ຮັບໂດຍທ່ານ ແສງເພັດ ຮຸ່ງບຸນຍວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ.
ໃນໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຂອງບໍລິສັດມັງກອນຄຳຄັ້ງນີ້ ຊຶ່ງຈະເປັນສິ່ງອຳນວຍຄວາມສະດວກໃນການປະຕິບັດວຽກງານຂອງພະນັກງານກະຊວງການຕ່າງປະເທດ ໂດຍສະເພາະໃນໄລຍະນີ້ ທີ່ ສປປ ລາວ ກຳລັງເປັນປະທານອາຊຽນ ແລະ ກະກຽມເປັນເຈົ້າພາບກອງປະຊຸມສາກົນຕ່າງໆ ໃນຕໍ່ໜ້າ.