ໃນຕອນບ່າຍຂອງວັນທີ 9 ເມສາ 2024 ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງໄປພົບປະເຮັດວຽກຮ່ວມກັບ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງສາລະວັນ ເພື່ອຮ່ວມກັນ ລົງກວດກາ, ເກັບກໍາຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບ ຄວາມຄືບໜ້າການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານທ້ອງຖິ່ນປາກຕາພານ, ເມືອງລະຄອນເພັງ, ແຂວງສາລະວັນ ເພື່ອກະກຽມຄວາມພ້ອມໃນການຍົກຂຶ້ນເປັນດ່ານສາກົນ.
ກອງປະຊູມສະຫຼູບຜົນການກວດກາ, ບູລະນະ ແລະ ກໍ່ສ້າງຫຼັກໝາຍຊາຍແດນ ທີ່ເປ່ເພຄືນໃໝ່ ລະຫວ່າງ ລາວ-ມຽນມາ ຄັ້ງທີ 6 ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2024 ທີ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ຄະນະວິຊາການເຕັກນິກຝ່າຍລາວ ນໍາໂດຍ ທ່ານ ບຸນພຽງ ຈັນທະວົງ, ຮອງຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະວິຊາການເຕັກນິກຝ່າຍມຽນມາ ນໍາໂດຍ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...
ວັນທີ 27 ເມສາ 2016
ພະນະທ່ານ ບຸນຍັງ ວໍລະຈິດ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ພະນະທ່ານ ບຸນຍັງ ວໍລະຈິດ ທີ່ນັບຖື,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງພະນະທ່ານ ໃນໂອກາດທີ່ໄດ້ຮັບເລືອກຕັ້ງດຳລົງຕຳແຫນ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ້າພະເຈົ້າ ມີຄວາມເພິ່ງພໍໃຈຕໍ່ພົວພັນມິດຕະພາບ ທີ່ມີລັກສະນະສ້າງສັນ ລະຫວ່າງ ສ.ຣັດເຊຍ ແລະ ສປປ ລາວ.ຂ້າພະເຈົ້າ ຂໍຢືນຢັນຄວາມພ້ອມ ທີ່ຈະຮ່ວມໄມ້ຮ່ວມມືນຳກັນຢ່າງຫ້າວຫັນ ເຂົ້າໃນການເສີມຂະຫຍາຍການຮ່ວມມືສອງຝ່າຍ ຢ່າງຮອບດ້ານ, ຊຶ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ເພື່ອສັນຕິພາບ ແລະ ຄວາມຫມັ້ນຄົງ ຢູ່ໃນຂົງເຂດ ອາຊີ-ປາຊີຟິກ.
ຂ້າພະເຈົ້າ ຂໍອວຍພອນໄຊມາຍັງພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການເຄື່ອນໄຫວວຽກງານຂອງພະນະທ່ານ ໃນນາມປະມຸກລັດຂອງປະເທດ.
ດ້ວຍຄວາມນັບຖືຢ່າງສູງ,
ວາລາດີເມຍປູຕິນ
ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ນະຄອນຫຼວງມົດສະກູ
------------------------------------------------------------------------------------------------------------------
ພະນະທ່ານ ສະເຫຼີມໄຊ ກົມມະສິດ,
ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ພະນະທ່ານ ສະເຫຼີມໄຊ ກົມມະສິດ ທີ່ນັບຖື,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງພະນະທ່ານ ທີ່ໄດ້ຮັບແຕ່ງຕັ້ງຕຳແໜ່ງເປັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ພວກເຮົາຢືນຢັນເຖິງຄວາມກຽມພ້ອມ ທີ່ຈະສືບຕໍ່ພັດທະນາເວລາການທົດສອບແຫ່ງສາຍພົວພັນ ຣັດເຊຍ-ລາວ ບົນຈິດໃຈຂອງຖະແຫຼງການ ວ່າດ້ວຍການເປັນຄູ່ຮ່ວມມືຍຸດທະສາດນຳກັນໃນຂົງເຂດ ອາຊີ-ປາຊີຟິກ ໃນປີ 2011 ຜ່ານມາ. ພວກເຮົາເຊື່ອໝັ້ນວ່າ ການຊຸກຍູ້ປຶກສາຫາລືດ້ານການເມືອງ ແລະ ການຮ່ວມມືຢ່າງສຸດກົກສຸດປາຍ ໃນຂົງເຂດພາກປະຕິບັດຕົວຈິງ ຈະຕອບສະໜອງໄດ້ຜົນປະໂຫຍດໄລຍະຍາວ ຂອງປະຊາຊົນສອງຊາດພວກເຮົາ.
ໂດຍຄຳນຶງເຖິງການເປັນປະທານອາຊຽນ ຂອງ ສປປ ລາວ ແລະ ບົດບາດຂອງນະຄອນຫຼວງວຽງຈັນ ໃນຖານະເປັນຜູ້ປະສານງານຄູ່ຮ່ວມມືການປຶກສາຫາລື ຣັດເຊຍ-ອາຊຽນ, ຂ້າພະເຈົ້າ ຄາດຫວັງສືບຕໍ່ຮ່ວມມືໃນວຽກງານການກະກຽມກອງປະຊຸມສຸດຍອດ ອາຊຽນ-ຣັດເຊຍ ທີ່ຈະມາເຖິງ ຢູ່ ເມືອງໂຊຈີ ໃນລະຫວ່າງວັນທີ 19-20 ພຶດສະພາ 2016 ຂອງພວກເຮົາ ເພື່ອບັນລຸເປົ້າໝາຍທ່າແຮງທີ່ສຳຄັນແຫ່ງການຮ່ວມມື ລະຫວ່າງ ຣັດເຊຍ ແລະ ປະຊາຄົມ ອາຊຽນ.
ຂ້າພະເຈົ້າ ຂໍອວຍພອນມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດທຸກປະການ.
ດ້ວຍຄວາມນັບຖືຢ່າງສູງ,
ເຊເກຼ ລາວາຮົບ,
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ນະຄອນຫຼວງມົດສະກູ