ໃນວັນທີ 22 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂຣບິນ ມູດີ (Robyn MUDIE), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແຫ່ງ ອົດສະຕຣາລີ, ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ພະນະທ່ານ ທອງລຸນ ສີສຸລິດ,
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ພະນະທ່ານ ທອງລຸນ ສີສຸລິດ ທີ່ນັບຖື,
ຕາງໜ້າລັດຖະບານ ແຫ່ງ ສະຫະພັນ ຣັດເຊຍ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງພະນະທ່ານ ທີ່ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຣັດເຊຍ ແລະ ລາວ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ຍາວນານ. ການພົວພັນຮ່ວມມືຊຶ່ງກັນ ແລະ ກັນ ດ້ານເສດຖະກິດ, ການຄ້າ, ພະລັງງານ, ວິທະຍາສາດ-ເຕັກນິກ, ວັດທະນະທຳ ແລະ ມະນຸດສະທຳ ໄດ້ຮັບການຂະຫຍາຍຕົວເປັນກ້າວໆ ພ້ອມທັງ ບັນດາໂຄງການຮ່ວມກັນ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສຳເລັດດີ.
ຂ້າພະເຈົ້າ ກຽມພ້ອມຢ່າງຕັ້ງໜ້າທີ່ຈະເຮັດວຽກກັບພະນະທ່ານ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງ ຣັດເຊຍ ແລະ ລາວ.
ຂ້າພະເຈົ້າ ຂໍອວຍພອນມາຍັງພະນະທ່ານ ນາຍົກລັດຖະມົນຕີ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ຮັບຜິດຊອບຂອງພະນະທ່ານ ທຸກປະການ.
ດ້ວຍຄວາມນັບຖືຢ່າງສູງ,
ດີມີຕຼີ ເມດເວເດັບ,
ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ນະຄອນຫຼວງມົດສະກູ
ວັນທີ 25 ເມສາ 2016