ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal
ພິທີສະເຫຼີມສະຫຼອງວັນສາກົນ ວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ຄົບຮອບ 19 ປີ
ລາວ-ຈີນ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຢູ່ສະຖານທູດ ຣັດເຊຍ ປະຈໍາ ລາວ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານ ສປປ ລາວ ມອບໃບຢັ້ງຢືນພົນລະເມືອງກິດຕິມະສັກ ໃຫ້ແກ່ ທ່ານ ດຣ. ກິໂດ ກາແປນລີ, ອະດີດກົງສຸນ ກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ປະເທດ ສະວິດ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ມາຢ້ຽມຢາມທາງການ ທີ່ ສປປ ລາວ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ແຫ່ງ ສ. ອາແຊັກໄບຊານ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ
ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024
ມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກ ລັດຖະບານ ແຫ່ງ ສປ ຈີນ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024
ກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ
ການເຄື່ອນໄຫວຂອງຄະນະນຳກະຊວງການຕ່າງປະເທດ

ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກ ທີ່ ດ່ານທ້ອງຖິ່ນປາກຕາພານ, ເມືອງລະຄອນເພັງ, ແຂວງສາລະວັນ

ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກ ທີ່ ດ່ານທ້ອງຖິ່ນປາກຕາພານ, ເມືອງລະຄອນເພັງ, ແຂວງສາລະວັນ

      ໃນຕອນບ່າຍຂອງວັນທີ 9 ເມສາ 2024 ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງໄປພົບປະເຮັດວຽກຮ່ວມກັບ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງສາລະວັນ ເພື່ອຮ່ວມກັນ ລົງກວດກາ, ເກັບກໍາຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບ ຄວາມຄືບໜ້າການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານທ້ອງຖິ່ນປາກຕາພານ, ເມືອງລະຄອນເພັງ, ແຂວງສາລະວັນ ເພື່ອກະກຽມຄວາມພ້ອມໃນການຍົກຂຶ້ນເປັນດ່ານສາກົນ.

ການເຄື່ອນໄຫວຂອງສະຖານທູດ ແລະ ບັນດາກົມ

ກອງປະຊູມສະຫຼູບຜົນການກວດກາ, ບູລະນະ ແລະ ກໍ່ສ້າງຫຼັກໝາຍຊາຍແດນ ທີ່ເປ່ເພຄືນໃໝ່ ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ຄັ້ງທີ 6

ກອງປະຊູມສະຫຼູບຜົນການກວດກາ, ບູລະນະ ແລະ ກໍ່ສ້າງຫຼັກໝາຍຊາຍແດນ  ທີ່ເປ່ເພຄືນໃໝ່ ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ຄັ້ງທີ 6

    ກອງປະຊູມສະຫຼູບຜົນການກວດກາ, ບູລະນະ  ແລະ ກໍ່ສ້າງຫຼັກໝາຍຊາຍແດນ ທີ່ເປ່ເພຄືນໃໝ່ ລະຫວ່າງ ລາວ-ມຽນມາ ຄັ້ງທີ 6 ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2024 ທີ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ຄະນະວິຊາການເຕັກນິກຝ່າຍລາວ ນໍາໂດຍ ທ່ານ ບຸນພຽງ ຈັນທະວົງ, ຮອງຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະວິຊາການເຕັກນິກຝ່າຍມຽນມາ ນໍາໂດຍ...

ຂ່າວອື່ນໆ

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ  (JCC CLV DTA) ຄັ້ງທີ 13

                  ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...

ໂທລະສານ

ສານຊົມເຊີຍວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ

    ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ,   ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...

ສປປ ລາວ - ຣາ​ຊະ​ອາ​ນາ​ຈັກ​ ນອກແວ ເພີ່ມທະວີການຮ່ວມມື

 

Norway 1 Norway 2

Norway 3

 

 

ໃນວັນ​ທີ 18-19 ພຶດສະພາ 2016 ນີ້, ທ່ານ ນາງ Tone Skogen, ຮອງລັດຖະມົນຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ຣາ​ຊະ​ອາ​ນາ​ຈັກ​ ນອກ​ແວ, ພ້ອມ​ດ້ວຍ​ຄະ​ນະ ໄດ້​ເດີນທາງຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ ຢ່າງ​ເປັນ​ທາງ​ການ ຢູ່ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.

 

ໃນ​ໄລ​ຍະ​ການຢ້ຽມ​ຢາມ, ທ່ານ ນາງ Tone Skogen ແລະ ຄະ​ນະ​ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ, ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປ​ປ ລາວ, ທີ່ ກະຊວງການຕ່າງປະເທດ. ໃນການພົບປະ ທັງສອງຝ່າຍໄດ້​ປຶກ​ສາ​ຫາ​ລື ​ກ່ຽວກັບ ການ​ເສີມ​ຂະ​ຫ​ຍາຍ​ການ​ພົວ​ພັນ​ຮ່ວມ​ມື ​ລະຫວ່າງ ສອງປະເທດໃນ​ຕໍ່​ໜ້າ. ນອກຈາກ​ນັ້ນ, ສອງຝ່າຍຍັງ​ໄດ້​ແລກ​ປ່ຽນ​ຄຳ​ຄິດ​​ເຫັນ​ຕໍ່​ບັນ​ຫາ​ພາກ​ພື້ນ ແລະ ສາກົນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ ເຊັ່ນ: ປຶກສາຫາລື ກ່ຽວກັບ ການຮ່ວມມືດ້ານນິຕິກຳອັນຈຳເປັນຈຳນວນໜຶ່ງ ເພື່ອເປັນພື້ນຖານໃຫ້ແກ່ການເປີດກວ້າງການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນຢູ່ ສປປ ລາວ; ການຮ່ວມມືດ້ານພະລັງງານໄຟຟ້ານໍ້າຕົກ, ສາຍສົ່ງໄຟຟ້າແຮງສູງ, ການພັດທະນາຕົວເມືອງ ແລະ ເກັບກູ້ລະເບີດທີ່ບໍ່ທັນແຕກ (UXO); ການເປັນປະທານອາຊຽນຂອງ ສປປ ລາວ ປີ 2016 ແລະ ການພົວພັນຮ່ວມມື ນອກແວ-ອາຊຽນ ໃນຖານະທີ່ເປັນຄູ່ຮ່ວມເຈລະຈາຂະແໜງການກັບອາຊຽນ.

 

ໃນໄລຍະຜ່ານມາ, ຣາຊະອານາຈັກ ນອກແວ ໄດ້​ໃຫ້​ການ​ສະ​ໜັ​ບ​ສ​ະ​ໜູນ​ຊ່ວຍ​ເຫຼືອ​ ສ​ປ​ປ ລາວ ໃນຫຼາຍຂະແໜງການ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ​ ໃນນັ້ນມີ: ການ​ພັດ​ທະ​ນາ​ ພະ​ລັງ​ງ​ານ​ໄຟ​ຟ້າ, ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ການ​ສົ່ງ​ເສີມ​ຂະ​ແໜງ​ການ​ເອ​ກະ​ຊົນ​ໃນ​ໄລ​ຍະ​ເສດ​ຖະ​ກິດ​ຂ້າມ​ຜ່ານ, ການ​ພັ​ດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ດ້ານສາ​ທາ​ລະ​ນະ​ສຸກ​ຂັ້ນ​ພື້ນ​ຖານ, ການສະ​ໜັບ​ສະ​ໜູນສ້າງ​ຂີດ​ຄວາມ​ສາ​ມາດ​ໃຫ້ແກ່ສະ​ຖາ​ບັນ​ຂອງ​ລັດ​.

 

ພາຍຫຼັງ​ການ​ພົບ​ປະ, ທັງ​ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ລົງ​ນາ​ມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ວ່າດ້ວຍ​ ການສ້າງຕັ້ງກົນໄກການ​ປຶກ​ສາ​ຫາ​ລື​ ລະຫວ່າງ ສອງ​ກະ​ຊວງ​ການ​ຕ່າງ​ປະເ​ທດ​ລາວ ແລະ ນອກ​ແວ.

 

ການ​ຢ້ຽມ​ຢາມ​ຢ່​າງ​ເປັນ​ທາງ​ການ​ຂອງ​ ທ່ານ ນາງ Tone Skogen, ຮອງລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປະ​ເທດ​ນອກ​ແວ, ພ້ອມ​ດ້ວຍ​ຄະ​ນະໃນຄັ້ງນີ້ ເປັນ​ຂີດ​ໝາຍ​ອັນ​ສຳ​ຄັນໃນການສົ່ງເສີມການພົວພັນ-ຮ່ວມມືຂອງສອງປະເທດໃຫ້ມີບາດກ້າວໃໝ່, ນອກຈາກ ພົບປະກັບການນຳກະຊວງການຕ່າງປະເທດແລ້ວ, ຄະນະຜູ້ແທນນອກແວ ຍັງໄດ້ເຂົ້າພົບປະກັບ ທ່ານ ຄຳມະນີ ອິນທິລາດ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ຢ້ຽມຢາມ ໂຄງການຮ່ວມມືດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ່ (COPE) ແລະ ໂຄງການຮ່ວມມືສອງຝ່າຍທີ່ກຳລັງຈັດຕັ້ງປະຕິບັດໃນປັດຈຸບັນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484727
ມື້ນີ້38
ມື້ວານ205
ອາທິດນີ້1165
ເດືອນນີ້4032