ໃນຕອນບ່າຍຂອງວັນທີ 9 ເມສາ 2024 ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງໄປພົບປະເຮັດວຽກຮ່ວມກັບ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງສາລະວັນ ເພື່ອຮ່ວມກັນ ລົງກວດກາ, ເກັບກໍາຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບ ຄວາມຄືບໜ້າການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານທ້ອງຖິ່ນປາກຕາພານ, ເມືອງລະຄອນເພັງ, ແຂວງສາລະວັນ ເພື່ອກະກຽມຄວາມພ້ອມໃນການຍົກຂຶ້ນເປັນດ່ານສາກົນ.
ກອງປະຊູມສະຫຼູບຜົນການກວດກາ, ບູລະນະ ແລະ ກໍ່ສ້າງຫຼັກໝາຍຊາຍແດນ ທີ່ເປ່ເພຄືນໃໝ່ ລະຫວ່າງ ລາວ-ມຽນມາ ຄັ້ງທີ 6 ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2024 ທີ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ຄະນະວິຊາການເຕັກນິກຝ່າຍລາວ ນໍາໂດຍ ທ່ານ ບຸນພຽງ ຈັນທະວົງ, ຮອງຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະວິຊາການເຕັກນິກຝ່າຍມຽນມາ ນໍາໂດຍ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...
ໃນວັນທີ 19 ມີນາ 2016 ທີ່ຜ່ານມາ, ທີ່ສະຖານທູດລາວ ປະຈຳບາງກອກ, ຣາຊາອານາຈັກໄທ ໄດ້ຈັດການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂດ 1 ນະຄອນຫລວງວຽງຈັນ ຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຫລີ ບຸນຄ້ຳ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ພ້ອມດ້ວຍພະນັກງານສະຖານທູດ ແລະ ຄອບຄົວ, ຕົວແທນບໍລິສັດການບິນລາວ, ນັກຮຽນ, ນັກສຶກສາລາວ ຈາກກຸ່ມ ມ.ຈຸລາລົງກອນ, ມ. ກະເສດ ແລະ ຄະນະປັບປຸງສະຖານະພາບແຮງງານລາວ ລວມທັງໝົດ 168 ທ່ານ ເປັນຍິງ 55 ທ່ານ.
ພິທີຢ່າງເປັນທາງການໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ເວລາ 7 ໂມງເຊົ້າ ໂດຍໃນໂອກາດກ່າວເປີດ ທ່ານ ຫລີ ບຸນຄ້ຳ ໄດ້ກ່າວເຖິງຄວາມໝາຍຄວາມສຳຄັນຂອງບັ້ນເລືອກຕັ້ງໃນຄັ້ງນີ້ ແລະ ໄດ້ຮຽກຮ້ອງໃຫ້ ຜູ້ມາໃຊ້ສິດເລືອກຕັ້ງທັງໝົດ ຈົ່ງເຊີດຊູນ້ຳໃຈຮັບຜິດຊອບ, ເລືອກເອົາຄົນດີມີມາດຖານຄົບຖ້ວນ ເຂົ້າເປັນຕົວແທນຂອງປະຊາຊົນຢ່າງສົມກຽດ.
ການເລືອກຕັ້ງ ໄດ້ສຳເລັດລົງ ດ້ວຍຜົນສຳເລັດຢ່າງຈົບງາມໃນເວລາ 17 ໂມງ ໂດຍຮັບປະກັນໄດ້ຕາມຄາດໝາຍ 300% ຄື: ຜູ້ມີສິດເລືອກຕັ້ງ ໄປໃຊ້ສິດເລືອກຕັ້ງ 100%, ຜູ້ມີສິດເລືອກຕັ້ງ ໄປໃຊ້ສິດປະຊາທິປະໄຕຂອງຕົນ ລົງຄະແນນສຽງຢ່າງຖືກຕ້ອງ 100% ແລະ ຮັບປະກັນ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ການເລືອກຕັ້ງ 100%.