ໃນຕອນເຊົ້າຂອງວັນທີ 22 ມີນາ 2024, ກະຊວງການຕ່າງປະເທດ ໂດຍສົມທົບກັບບັນດາກະຊວງ, ຂະແໜງ ການຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດພິທີທາງການ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2024 ພາຍໃຕ້ຫົວຂໍ້ "ສ້າງ, ປະດິດສ້າງ, ດໍາເນີນງານ ເປັນພາສາຝຣັ່ງ" ຢູ່ຫ້ອງປະຊຸມໃຫ່ຍຂອງຄະນະເສດຖະເສດ ແລະ ບໍລິຫານ-ທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ທີ່ ນະຄອນຫຼວງວຽງຈັນ. ພິທີທາງການດັ່ງກ່າວ...
ໃນວັນທີ 21 ມີນາ 2024, ທີ່ສຳນັກງານ ສະຖານເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ. ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫງວຽນ ມິງ ເຕິມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ...
ປະຫວັດຫຍໍ້
ຊື່ ແລະ ນາມສະກຸນ : ຄໍາເພົາ ເອີນທະວັນ
ວັນ/ເດືອນ/ປີເກີດ : 20 ພະຈິກ 1961
ສະຖານທີ່ເກີດ : ແຂວງ ຊຽງຂວາງ, ສປປ ລາວ
ສະຖານະພາບ : ສົມລົດກັບ ທ່ານ ຈັນທະໄລ ເອີນທະວັນ, ມີລູກຊາຍ ແລະ ລູກສາວ
ສາສະໜາ : ພຸດ
ຕຳແໜ່ງ : ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ປະຫວັດການສຶກສາ
1981 - 1985 : ປະລິນຍາຕິ (ວິຊາຄູສອນພາສາຕ່າງປະເທດ) ຈາກສະຖາບັນສ້າງຄູພາສາຕ່າງປະເທດ, ນະຄອນຫຼວງ ກີແອບ, ອູແກຣນ.
1985 - 1987 : ປະລິນຍາໂທ (ສາຂາອັກສອນສາດ) ຈາກສະຖາບັນສ້າງຄູພາສາຕ່າງປະເທດ,ນະຄອນຫຼວງ ກີແອບ, ອູແກຣນ.
ພາສາຕ່າງປະເທດ : ຫວຽດນາມ, ລັດເຊຍ ແລະ ອັງກິດ.
ປະສົບການ:
1987 - 1996 : ເປັນຄູສອນທັງເປັນພະນັກງານວິຊາການ ຢູ່ສູນຝຶກອົບຮົມການພົວພັນຕ່າງປະເທດ, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ.
1996 - 1999 : ຮອງຫົວໜ້າພະແນກ ຝຶກອົບຮົມ ຂອງສະຖາບັນການຕ່າງປະເທດ ຮັບຜິດຊອບການສ້າງຫລັກສູດ ແລະ ການພັດທະນາຫລັກສູດ ພາສາອັງກິດ ແລະ ການຝຶກອົບຮົມວຽກງານການຕ່າງປະເທດໃຫ້ແກ່ ພະນັກງານລັດຖະກອນ.
1999 -2002 : ປະຈຳການ ເລຂາສອງ ສະຖານທູດລາວ ທີ່ ກົວລາລຳເປີ, ປະເທດ ມາເລເຊຍ;
2006 - 2009 : ຫົວໜ້າພະແນກຝຶກອົບຮົມ ແລະ ທັງເປັນສະມາຊິກເວທີສົນທະນາ ກ່ຽວກັບ ກົນໄກ ຄູສອນພາສາອັງກິດເປັນພາສາທີ່ສອງຂອງລາວ.
2009 - 2011 : ຮອງຫົວໜ້າສະຖາບັນ ການຕ່າງປະເທດ ກະຊວງການຕ່າງປະເທດ ແລະ ທັງ ເປັນສະມາຊິກ ສູນຄັງປັນຍາລະດົມຄວາມຄິດ ອາຊຽນ ແລະ ເປັນສະມາຊິກ ຂອງກົນໄກຫົວໜ້າສະຖາບັນຝືກອົບຮົມການທູດ ຂອງອາຊຽນ + 3; ທັງເປັນ ສະມາຊິກຂອງເວທີສົນທະນາ ກ່ຽວກັບການຝຶກອົບຮົມການທູດສາກົນ.
2009 -2014 : ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ.
2011 - ກຸມພາ 2014 : ຫົວໜ້າສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ທັງເປັນຫົວໜ້າສະຖາບັນ ຄົ້ນຄ້ວາ ອາຊີຕາເວັນອອກ ອາຊຽນ ຂອງ ສປປ ລາວ ແລະ ເປັນຜູ້ປະສານງານ ເວທີສົນທະນາໂປອາວ ແລະ ຜູ້ປະສານງານເຄືອຄ່າຍອົງການ FEALAC.
ມີນາ 2014 - ມິຖຸນາ 2015: ຫົວໜ້າຫ້ອງການກະຊວງການຕ່າງປະເທດ, ສະມາຊິກ ເວທີສົນທະນາພາກພື້ນອາຊຽນ ລະດັບຊ່ຽວຊານ ແລະ ຜູ້ຊົງວຸດທິ ອາຊຽນ;
ມິຖຸນາ 2015 - ປະຈຸບັນ : ຮອງລັດຖະມົນຕີ ກະຊວງການຕ່າງປະເທດ.
ກິລາ : ເປຕັງ ແລະ ກອ໋ບ.
**********************************************