ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຸດຍອດສະເຫຼີມສະຫຼອງ ການພົວພັນ ອາຊຽນ-ລັດເຊຍ ຄົບຮອບ 20 ປີ

asean rusia meeting    ໃນ​ວັນ​ທີ 19-20 ພຶດສະພາ 2016, ພະນະ​ທ່ານ ທອງ​ລຸນ ສີສຸລິດ, ນາຍົກ​ລັດຖະມົນຕີ​ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ລັດເຊຍ ຄົບຮອບ 20 ປີ, ຊຶ່ງໄດ້ຈັດຂຶ້ນທີ່ເມືອງໂຊຈິ, ສະຫະພັນ ລັດເຊຍ. ​​​

ໃນ​ຖານະ​ທີ່ ສປປ ລາວ ​​ໄດ້​ຮັບ​ມອບ​ໝາຍ​ໜ້າ​ທີ່ເປັນ​ປະ​ທານໝູນວຽນ​ອາຊຽນ​ໃນ​ປີ 2016, ທ່ານນາຍົກ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ກັບ ປະທານາທິບໍດີ ປູ​ຕິນ ​ແຫ່ງ ສະຫະພັນ ລັດ​ເຊຍ ໂດຍມີການເຂົ້າຮ່ວມຂອງບັນດາຜູ້ນຳ ແລະ ຄະນະຜູ້ແທນ ລວມທັງພາກທຸລະກິດ ຈາກບັນດາປະເທດອາຊຽນ ແລະ ລັດເຊຍ.

ໃນກອງປະຊຸມສຸດຍອດສະເຫຼີມສະຫຼອງຄັ້ງນີ້, ບັນດາຜູ້ນຳອາຊຽນ ແລະ ລັດເຊຍ ໄດ້ທົບທວນຄືນ ການພົວພັນ ​ແລະ ຮ່ວມມື ລະຫວ່າງ ອາຊຽນ ​ແລະ ລັດເຊຍ ຕະລອດໄລຍະ 20 ປີ ນັບຕັ້ງແຕ່ໄດ້ ສ້າງຕັ້ງການພົວພັນໃນຖານະຄູ່ຮ່ວມເຈລະຈາໃນປີ 1996 ​ເປັນຕົ້ນມາ, ຊຶ່ງ​ເຫັນ​ວ່າ​ໄດ້ຮັບການເສີມຂະ ຫຍາຍເປັນກ້າວໆມາຢ່າງໜ້າເພິ່ງພໍໃຈ ​ແລະ ສາມາດ​ຍາດ​ໄດ້ຜົນ​ສຳ​ເລັດ​ທີ່​ສຳຄັນ​ຫຼາຍດ້ານ.

ຜູ້ນຳ​ອາ​ຊຽນ ​ແລະ ລັດ​ເຊຍ ​ໄດ້ຕີ​ລາຄາ​ສູງ​ຕໍ່​ການ​ຮ່ວມ​ມືດ້ານ​ການ​ເມືອງ-ຄວາມໝັ້ນຄົງ​ ລະຫວ່າງ​ອາຊຽນ ​ແລະ ລັດ​ເຊຍ ​ແລະ ການ​ເຂົ້າຮ່ວມ​ຢ່າ​ງ​ຕັ້ງໜ້າຂອງ​ລັດ​ເຊຍ​ໃນ​ທຸກ​ກົນ​ໄກ​ການ​ຮ່ວມ​ມື​ທີ່​ອາຊຽນ​ເປັນ​ຜູ້​ລິ​ເລີ່​ມ ​ເຊັ່ນ: ອາຊຽນບວກໜຶ່ງກັບ​ລັດ​ເຊຍ, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາຊຽນບວກ, ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ແລະ ​ເວທີ​ພາກພື້ນອາຊຽນ, ອັນ​ໄດ້​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ​ເຊິ່ງກັນ ແລະ ກັນ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ ລະຫວ່າງ​ ອາຊຽນ ​ແລະ ລັດ​ເຊຍ ພ້ອມ​ທັງປະກອບສ່ວນເຂົ້າ​ໃນ​ການ​ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມ​ສົມ​ບູນພູນ​ສຸກໃນ​ພາກພື້ນ. ​ໃນ​ດ້ານ​ເສດຖະກິດ, ບັນດາ​ຜູ້ນຳ​ເຫັນ​ວ່າ ອາຊຽນ ​ແລະ ລັດ​ເຊຍ ​ຍັງ​ມີ​ທ່າ​ແຮງ​ບົ່​ມຊ້ອນ​ຫຼາຍຢ່າງ ເພື່ອຮັດ​ແໜ້ນການ​ຮ່ວມ​ມື​ດ້ານ​ເສດຖະກິດໃນຕໍ່ໜ້າ ​ໂດຍ​ສະ​ເພາະ​ແມ່ນ ກາລະໂອກາດ​ຈາກ​ປະຊາ​ຄົມ​ເສດຖະກິດ​ອາຊຽນ. ຜູ້ນຳ​ອາຊຽນ ​ແລະ ລັດ​ເຊຍ ຍັງ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່ໝາກຜົນ​ຂອງ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ-ສັງຄົມ ​​ແລະ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່ການກຳນົດເອົາປີ 2016 ເປັນປີ ວັດທະນະທໍາ ອາຊຽນ-ລັດເຊຍ ແລະ ​ເຫັນ​ດີ​ໃຫ້​ເຈົ້າໜ້າທີ່​ກ່ຽວຂ້ອງ​ສືບຕໍ່ຈັດຕັ້ງປະຕິບັດ​ກິດ​ຈະ​ກຳ​ຕ່າງໆທີ່​ໄດ້​ເຫັນ​ດີ​ນຳ​ກັນ ແນ​ໃສ່​ສົ່ງ​ເສີມ​ການ​ຮ່ວມ​ມືດ້ານວັດທະນະທຳ ກໍ​ຄື ການສ້າງ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ ລະຫວ່າງ ອາຊຽນ ແລະ ລັດເຊຍ ​ໃຫ້​ນັບ​ມື້ນັບ​ຫຼາຍຂຶ້ນ.

ບັນດາ​ຜູ້ນຳ​ອາຊຽນ ​ແລະ ລັດ​ເຊຍ ​ເຫັນ​​ວ່າ ກອງປະຊຸມສຸດຍອດ ສະເຫຼີມສະຫຼອງການເປັນຄູ່ຮ່ວມ ອາຊຽນ-ລັດ​ເຊຍ ຄົບຮອບ 20 ປີ ຄັ້ງນີ້ ເປັນຂີດໝາຍອັນສໍາຄັນທາງປະຫວັດສາດ ​ໃນ​ການ​ພົວພັນ​ອາຊຽນ-ລັດ​ເຊຍ ​ແລະ ເປັນໂອກາດອັນ​ດີໃຫ້ສອງຝ່າຍໄດ້ປຶກສາຫາລື ເພື່ອວາງທິດທາງ​ໃນ​ການຮັດ​ແໜ້ນການຮ່ວມມື ເພື່ອກ້າວໄປສູ່ການຍົກລະດັບການ​ພົວພັນຂື້ນເປັນຄູ່ຮ່ວມຍຸດທະສາດໃນຕໍ່ໜ້າ. ​ໃນ​ໂອກາດ​ນີ້, ຜູ້ນໍາ​ສອງ​ຝ່າຍ​ເຫັນ​ດີ​ຮັບຮອງ​ເອົາຖະແຫຼງການໂຊຈິ ວ່າດ້ວຍການສະເຫຼີມສະຫຼອງການພົວພັນ ອາຊຽນ-ລັດເຊຍ ຄົບຮອບ 20 ປີ ເພື່ອກ້າວຂຶ້ນສູ່ການເປັນຄູ່ຮ່ວມຍຸດທະສາດ ​ເພື່ອຜົນປະໂຫຍດຮ່ວມກັນ. ພ້ອມ​ກັນ​ນັ້ນ ກໍ່​ໄດ້ຮັບ​ຊາບ​ ແຜນປະຕິບັດງານສໍາລັບ​ການ​ຮ່ວມ​ມື ອາຊຽນ-ລັດເຊຍ ​ໃນ​​ໄລຍະປີ 2016-2020 ​ແລະ ບົດລາຍງານຂອງ ໜ່ວຍງານຜູ້ຊົງຄຸນວຸດທິ ອາຊຽນ-ລັດເຊຍ ທີ່​ປະກອບ​ດ້ວຍ​ຂໍ້​ສະ​ເໜີ​ແນ​ະຕ່າງໆ ​ເພື່ອ​ຮັດ​ແໜ້ນການ​ຮ່ວມ​ມື​ອາຊຽນ-ລັດ​ເຊຍ​. ບັນດາເອກະສານຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ ຈະ​ເປັນພື້ນຖານອັນສຳຄັນໃນການ ກຳນົດທິດທາງຍຸດທະສາດ ​​ແນ​ໃສ່​ເສີມ​ຂະຫຍາຍ​ການ​ພົວພັນຮ່ວມ​ມື ລະຫວ່າງ​ອາຊຽນ ​ແລະ ລັດ​ເຊຍ ໃຫ້​ນັບ​ມື້ນັບ​ຂະຫຍາຍຕົວ​ຍິ່ງ​ຂຶ້ນ​ໃນ​ອະນາຄົດ​. ​

ໃນ​ໂອກາດ​ກອງ​ປະຊຸມ​ຄັ້ງນີ້, ບັນດາຜູ້ນຳ​ອາຊຽນ ​ແລະ ລັດ​ເຊຍ ຍັງ​​ໄດ້​ພົບ​ປະ​ກັບພາກ​ທຸລະ​ກິດ​ຈາກ​ບັນດາ​ປະ​ເທດ​ອາຊຽນ ​ແລະ ລັດ​ເຊຍ, ພົບ​ປະ​ກັບຜູ້ຕາງໜ້າຈາກ​ອົງການຮ່ວມມືທາງດ້ານເສດຖະກິດ ຍູຣາເຊຍ ​ແລະ ອົງການຮ່ວມມືຊຽງໄຮ້ ​​ເພື່ອ​ຊ​ອກຫາ​ໂອກາດ​ໃນ​ການ​ຮ່ວມ​ມື​ໃນຕໍ່ໜ້າ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ອາຊຽນ ​ແລະ ລັດ​ເຊຍ ກໍ​ຄື​ຜົນ​ປະ​ໂຫຍ​ດລວມຂອງ​ພາກພື້ນ ​ແລະ ໃນ​ໂລກ.

​     ໃນ​​​ໄລຍະ​ເຂົ້າຮ່ວມ​ກອງ​ປະຊຸມ​ ຢູ່ ​ໂຊ​ຈິ, ທ່ານນາຍົກ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ​ປະທານາທິບໍດີ ປູ​ຕິນ ​​ແຫ່ງ ສະຫະພັນ ລັດ​ເຊຍ, ໃນ​ນັ້ນໄດ້​ປຶກສາ​ຫາລື ກ່ຽວກັບ​ທິດ​ທາງ​ຮັດ​ແໜ້ນການ​ຮ່ວມ​ມື​ໃນ​ຂອບ​ສອງ​ຝ່າຍ ກໍ່ຄື​ການ​ຮ່ວມ​ມື​ໃນ​ເວທີ​ພາກພື້ນ ແລະ ສາກົນ​ຕ່າງໆ.

      ນ​ອກຈາກ​ການ​ເປັນ​ປະທານ​ໝູນວຽນ​ອາ​ຊຽນ ​ໃນ​ປີ 2016, ສປປ ລາວ ​ຍັງໄດ້​ຮັບໜ້າທີ່ເປັນປະເທດປະສານງານໃຫ້ແກ່ການພົວພັນ ອາຊຽນ-ລັດເຊຍ ໃນໄລຍະປີ 3 ປີ ນັບ​ແຕ່​ປີ 2015 ຫາ 2018 ອີກ​ດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485818
ມື້ນີ້117
ມື້ວານ206
ອາທິດນີ້854
ເດືອນນີ້5123