ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະເທດ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​​ທີປຶກສາຫາລືເສດ​ຖະ​ກິດ​ໂລກ ວ່າ​ດ້ວຍ ອາ​ຊຽນ ຄັ້ງ​ທີ 25

saluemsay wef

 

ໃນວັນທີ 01-02 ມິຖຸນາ 2016 ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະເທດ ​ແຫ່ງ ສປປ ລາວ ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​​ທີປຶກສາຫາລືເສດ​ຖະ​ກິດ​ໂລກວ່າ​ດ້ວຍ ອາ​ຊຽນ ຄັ້ງ​ທີ 25 (25th World Economic Forum on ASEAN) ​ທີ່ ກົວລາລຳເປີ, ປະ​ເທດ ມາເລເຊຍ ໂດຍ​ການເປັນປະທານຮ່ວມ ຂອງ ພະນະທ່ານ ນາຈິບ ຣາຊັກ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ແລະ ອົງ​ການ​ເວ​ທີປຶກສາຫາລື​ເສດ​ຖະ​ກິດ​ໂລກ (WEF). ກອງປະຊຸມໃນ​ຄັ້ງ​ນີ້ ໄດ້ມີບັນດາຜູ້ນຳອ​າ​ຊຽນ ແລະ ຂອງຫຼາຍປະເທດ, ຕົວແທນຈາກ​ພາກ​ລັດ​ຖະ​ບານ ແລະ ພາກ​ທຸ​ລະ​ກິດ​ໃນພາກ​ພື້ນ​ ແລະ ໃນ​ໂລກ ເຂົ້າ​ຮ່ວມ​ຫຼາຍກວ່າ 600 ​ທ່ານ ຈາກ 50 ປະເທດໃນ​ໂລກ.

ກອງປະຊຸມດັ່ງ​ກ່າວ ຈັດຂື້ນເພື່ອ​ເປັນ​ເວ​ທີ​ປຶກສາຫາລື ແລະ ແລກ​ປ່ຽນ​ທັດ​ສະ​ນະຄວາມ​ຄິດ​ເຫັນ​ເຊີ່ງ​ກັນ​ ແລະ ກັນ ຂອງບັນດາຜູ້ເຂົ້າຮ່ວມ ແນໃສ່ຊອກຫາຊ່ອງທາງ ເພື່ອແກ້ໃຂບັນຫາຕ່າງໆ ລວມເຖິງສິ່ງທ້າທາຍທີ່​ເກີດ​ຂື້ນຢູ່ໃນໂລກ ແລະ ພາກພື້ນ. ສະເພາະກອງປະຊຸມໃນຄັ້ງນີ້ ​ໄດ້​ເນັ້ນ​ໃສ່​​ 03 ບັນຫາ​ຫຼັກ ​ຄື: ການຂັບເຄື່ອນການເຕີບໂຕ ແບບຍືນຍົງ ແລະ ການມີສ່ວນຮ່ວມຂອງສັງຄົມ; ການປະຕິວັດອຸດສາຫະກຳ ຄັ້ງທີ 4 ແລະ ການຮັດແໜ້ນສາຍພົວພັນການຮ່ວມມືໃນພາກພື້ນ ພາຍຫຼັງການສ້າງຕັ້ງ ປະຊາຄົມເສດຖະກິດອາຊຽນ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເຂົ້າຮ່ວມຫຼາຍພາກຍ່ອຍຂອງກອງປະຊຸມ ແລະ ປະກອບຄຳເຫັນຢູ່ກອງ​ປະ​ຊຸມ​ເວ​​ທີປຶກສາຫາລືເສດ​ຖະ​ກິດ​ໂລກ (WEF) ແມ່ນກອງ​ປະ​ຊຸມ​ປະ​ຈຳ​ປີ ທີ່​ໄດ້ມີ​ການ​ຜັດ​ປ່ຽນ​​ຈັດ​ຂຶ້​ນ​ໃນ​ພາກ​ພື້ນ​​ມາ​ແລ້ວ 24 ຄັ້ງ, ຊື່ງໃນ​ແຕ່​ລະ​ຄັ້ງ​ແມ່ນ​ຈະ​ມີ​ຫົວ​ຂໍ້​ທີ່​ແຕກ​ຕ່າງ​ກັນ ໂດຍ​ອີງ​ຕາມ​ສະ​ພາບ​​ຕົວ​ຈິງ​ທີ່​ເກີດ​ຂື້ນ​​ໃນ​​ພາກ​ພື້ນ ແລະ ໃນໂລກ ໃນແຕ່ລະໄລຍະ, ຊຶ່ງມີຜູ້ນຳພາກລັດ ແລະ ພາກທຸລະກິດຈາກທົ່ວໂລກ ເຂົ້າຮ່ວມຢ່າງຫຼວງຫຼາຍ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ການພັດທະນາທີ່ຍືນຍົງ ໃນທົ່ວໂລກ ກໍ່ຄືໃນພາກພື້ນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480346
ມື້ນີ້4
ມື້ວານ172
ອາທິດນີ້744
ເດືອນນີ້6577