ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບັນດາລັດຖະມົນຕີ ວັດທະນະທຳ-ສັງຄົມ ອາຊຽນ ໄດ້ຮ່ວມກັນພິຈາລະນາ ບັນດາເອກະສານສຳຄັນຕ່າງໆ

PMThonglounCulture

 

ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 15 ໄດ້ໄຂຂຶ້ນຢ່າງເປັນທາງການ, ທີ່ແຂວງຫລວງພະບາງ, ໃນວັນທີ 04 ມິຖຸນາ ນີ້,​​​ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວແລະທ່ານເລເລືອງມິ, ​ເລຂາທິການ​​ໃຫຍ່ອາຊຽນ, ພ້ອມດ້ວຍບັນດາ ລັດຖະມົນຕີວັດທະນະທຳ-ສັງຄົມອາຊຽນ 10 ປະເທດເຂົ້າຮ່ວມ.

 

ກອງປະຊຸມດັ່ງກ່າວ, ແມ່ນຈັດຂຶ້ນເປັນຄັ້ງທຳອິດແລະ ປີທຳອິດຂອງ ສປປ ລາວ ພາຍຫລັງ​​ສ້າງຕັ້ງເປັນປະຊາຄົມອາຊຽນເຊິ່ງຈະເປັນຂີດໝາຍອັນສຳຄັນ ໃຫ້ແກ່ບັນດາລັດຖະມົນຕີວັດທະນະທຳ-ສັງຄົມອາຊຽນ ຈະໄດ້ພ້ອມກັນພິຈາລະນາບັນດາເອກະສານສຳຄັນຕ່າງໆເພື່ອນຳສະເໜີໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ທີ່ຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນ​ປີ​ນີ້.

 

          ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ ທັງເປັນປະທານກອງປະຊຸມດັ່ງກ່າວໄດ້ແຈ້ງໃຫ້ຮູ້ວ່າ: ​ໃນວາລະທີ່ ສປປ ລາວເປັນປະທານອາຊຽນ, ພວກ​​ເຮົາໄດ້ນຳສະເໜີ ຈຳນວນ 8 ຂົງເຂດບູລິມະສິດ ແລະ ໄດ້ຄົ້ນຄວ້າ 5 ​ເອກະສານທີ່ສຳຄັນໂດຍແມ່ນຂະແໜງການທີ່ກ່ຽວຂ້ອງເປັນຜູ້ສະເໜີແລະ ອີກ 3 ​ເອກະສານທີ່ຄ້າງໄວ້ຢູ່ໃນ ກອງປະຊຸມປະຊາຄົມວັດທະນະທຳ-ສັງຄົມ ຄັ້ງຫລ້າສຸດຜ່ານມາຄື: ຖະແຫລງການອາຊຽນ ວ່າດ້ວຍອາຊຽນເປັນໜຶ່ງດຽວກັນ ໃນການຕອບໂຕ້ໄພພິບັດຂະໜາດໃຫຍ່ຢູ່ໃນພາກພື້ນແລະ ນອກພາກພື້ນ. ຖະແຫລງການອາຊຽນ ວ່າດ້ວຍຊີວະນາໆພັນແລະ ຖະແຫລງການອາຊຽນ ວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກແລະ ຊາວໜຸ່ມອອກໂຮງຮຽນ.

 

          ພ້ອມດຽວກັນນີ້ ຍັງມີ 2 ​ເອກະສານໃໝ່ຄື: ​ຖະແຫລງການວຽງຈັນ ວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກ​ເຮັດງານທີ່ມີ​ຄຸນຄ່າ ​ແລະ ​ເປັນ​ທຳໃນອາຊຽນ.ຖະແຫລງການວຽງຈັນວ່າດ້ວຍການຊຸກຍູ້ແລະ ສົ່ງເສີມການຮ່ວມມືທາງດ້ານມໍລະດົກວັດທະນະທຳອາຊຽນ. ​​ຜ່ານການຄົ້ນຄວ້າພິຈາລະນາ​​ໄດ້ເຫັນດີເປັນເອກະພາບຮ່ວມກັນຂອງບັນດາເຈົ້າໜ້າທີ່ອາວຸໂສ ດ້ານວັດທະນະທຳ-ສັງຄົມອາຊຽນ.

 

ຂ່າວຈາກ: ຂປລ

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485368
ມື້ນີ້69
ມື້ວານ227
ອາທິດນີ້404
ເດືອນນີ້4673