ໃນວັນທີ 7 ມິຖຸນາ 216, ກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາລື ຄວາມຄືບໜ້າຂອງການກະກຽມຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ທີ່ຈະຈັດຂຶ້ນໃນວັນທີ 21-26 ກໍລະກົດ 2016 ທີ່ ນະຄອນຫຼວງວຽງຈັນ ຂຶ້ນທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາຫົວໜ້າອານຸກຳມະການຮັບຜິດຊອບວຽກງານສະເພາະ ເພື່ອການກະກຽມ, ດຳເນີການເປັນເຈົ້າພາບ ແລະ ປະທານອາຊຽນ ໃນປີ 2016, ບັນດາຄະນະກົມ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄວາມຄືບໜ້າຂອງການກະກຽມຂອງແຕ່ລະໜ້າວຽກ ແລະ ປຶກສາຫາລືວິທີການແກ້ໄຂສິ່ງທີ່ຄົງຄ້າງ ກໍຄືບັນຫາ ແລະ ສິ່ງທ້າທາຍຕ່າງໆ ໃນການດຳເນີນການກະກຽມຂອງແຕ່ລະອານຸກຳມະກການ ເພື່ອແນ່ໃສ່ການກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ກອງປະຊຸມດັ່ງກ່າວຂ້າງເທິງ ໂດຍສະເພາະແມ່ນວຽກງານດ້ານເນື້ອໃນ, ດ້ານພະລາທິການ, ດ້ນພິທີການ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ດ້ານອື່ນໆ. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ການປັບປຸງບາງອານຸກຳມະການ ເນື່ອງຈາກບາງຫົວໜ້າອານຸກຳມະການຖືກຊັບຊ້ອນໄປຮັບຕຳແໜ່ງໜ້າທີ່ໃໝ່.
ກອງປະຊຸມດັ່ງກ່າວ, ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ມີການປຶກສາຫາລືກັນກົງໄປກົງມາ ໂດຍສະເພາະການປະກອບຄຳເຫັນ, ການລາຍງານຂອງແຕ່ລະອານຸກຳມະການ ແມ່ນໄດ້ສ່ອງແສງເຖິງຄວາມຮັບຜິດຊອບ ກໍຄື ຄວາມພ້ອມ ຂອງ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວຂ້າງເທິງ ໃຫ້ມີຜົນສຳເລັດຢ່າງມີປະສິດຕິຜົນສູງ.