ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ປະທານປະເທດ ຫວຽດນາມ

SLXViet1 SLXViet2

ໃນຕອນບ່າຍຂອງວັນທີ 9 ມິຖຸນາ 2016, ສະຫາຍ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າ​ງປະ​ເທດ ​ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງກະຊວງ​ການ​ຕ່າງປະ​ເທດ ​ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິ້ນ ດ້າຍ ກວາງ, ປະທານປະເທດ ແຫ່ງ ສສ.ຫວຽດນາມ, ທີ່ ທຳນຽບ​ປະທານ​ປະ​ເທດ, ນະຄອນຫລວງຮ່າໂນ້ຍ, ສສ.ຫວຽດນາມ. ​​ໃນ​ໂອ​ກາດ​ດັ່ງກ່າວ, ສະຫາຍ ເຈິ້ນ ດ້າຍ ກວາງ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ ສະຫາຍ ສະເຫຼີມໄຊ ກົມມະສິດ, ທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື້ອໜັ້ນ ຂອງການນໍາພັກ-ລັດ, ກໍຄືປະຊາຊົນລາວບັນດາເຜົ່າ. ສະຫາຍສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມປິຕິຊົມຍິນດີເປັນຢ່າງຍິ່ງ ແລະ ຮູ້ສຶກເປັນກຽດອັນສູງທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງມາຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ ​ເປັນ​ປະ​ເທດ​ທຳ​ອິດພາຍຫລັງໄດ້ຮັບຕຳແໜ່ງເມື່ອບໍ່ດົນມານີ້.

 

ສະຫາຍ​ ສະ​ເຫຼີມ​ໄຊ ກົມມະ​ສິດ ​ໄດ້​ແຈ້ງ​ໃຫ້ການ​ນຳ​ຂັ້ນ​ສູງ​ຂອງ ສສ. ຫວຽດນາມ ຊາບ​ວ່າ ການ​ພົບ​ປະ​ສອງ​ຝ່າຍ ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ ລາວ ​ແລະ ຫວຽດນາມ ​ແມ່ນ​ມີ​ຜົນສຳ​ເລັດ​ດີ, ຊຶ່ງ​ທັງ​ສອງ​ຝ່າຍ​ຢັ້ງຢືນ​ເຖິງ​ຄວາມ​ຕັ້ງ​ໃຈ ທີ່​ຈະ​ສືບຕໍ່​ເສີມ​ຂະຫຍາຍ​ການ​ພົວພັນ​ມິດຕະພາບ​ ຄວາມສາມັກ​ຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຂອງ​ສອງ​ປະ​ເທດ, ສຳຄັນ​ແມ່ນ​ພ້ອມ​ກັນ​ສືບຕໍ່ຈັດ​ຕັ້ງ​ປະຕິບັດ​ບັນດາຂໍ້​ຕົກ​ລົງ ​ແລະ ​ໂຄງການ​ຮ່ວມ​ມື​ນຳ​ກັນ ​ໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ຂຶ້ນ​ເລື້ອຍໆ. ການ​ຢ້ຽມຢາມ​ຂອງ​ລັດຖະມົນຕີ​ຕ່າງປະ​ເທດ​ລາວຄັ້ງ​ນີ້ ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມນັ້ນ ໃຫ້ນັບມື້ນັບມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍີ່ງໆຂຶ້ນ.

 

ໃນ​ວັນ​ດຽວ​ກັນ, ທີ່ ສຳນັກງານນາຍົກລັດຖະມົນຕີ ​ແຫ່ງ ສສ.ຫວຽດນາມ, ສະຫາຍລັດຖະມົນຕີຕ່າງ​ປະ​ເທດ ກໍ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ ສະຫາຍ ຫງຽວນ ຊວນ ຟຸກ, ນາຍົກລັດຖະມົນຕີ ​ແຫ່ງ ສສ.ຫວຽດນາມ ອີກ​ດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485684
ມື້ນີ້189
ມື້ວານ196
ອາທິດນີ້720
ເດືອນນີ້4989