ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ

asean m china SpecialAseanMeeting

ໃນ​ວັນ​ທີ 14 ມິຖຸນາ 2016, ​ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ຊຶ່ງເປັນຂໍ້ລິເລີ່ມຂອງອາຊຽນ, ຈັດຂຶ້ນທີ່ ຄຸນໝິງ, ແຂວງ ຢຸນນານ, ສປ ຈີນ.

ກອງປະຊຸມສະໄໝພິເສດຄັ້ງນີ້ ໄດ້ປຶກສາຫາລືຫຼາຍບັນຫາທີ່ສໍາຄັນຄື: ໄດ້ທົບທວນຄືນການຮ່ວມມື ອາຊຽນ-ຈີນ ໃນໄລຍະຜ່ານມາ ໂດຍໄດ້ສະແດງຄວາມຍິນດີທີ່ເຫັນວ່າ ການຮ່ວມມືໄດ້ສືບຕໍ່ຂະຫຍາຍຕົວໃນທຸກຂົງເຂດ ໂດຍສະເພາະດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ແລະ ເຫັນວ່າສອງຝ່າຍຄວນນຳໃຊ້ໂອກາດຄົບຮອບ 25 ປີ ແຫ່ງການພົວພັນອາຊຽນ-ຈີນ ໃນປີນີ້ ເພື່ອເສີມຂະຫຍາຍການ​ຮ່ວມ​ມື​ໃຫ້​ນັບ​ມື້ນັບ​ສູງ​ຂຶ້ນ ​​​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ເສດຖະກິດ ແນ​ໃສ່​ບັນລຸ​ເປົ້າໝາຍມູນ​ຄ່າ​ການ​ຄ້າໃຫ້​ໄດ້ 1,000 ຕື້​    ໂດ​ລາ​ ສະຫະລັດ ​ແລະ ມູນ​ຄ່າ​ການ​ລົງທຶນໃຫ້ໄດ້ 150 ຕື້​ ໂດ​ລາ​ ສະຫະລັດ ພາຍ​ໃນ​ປີ 2020. ກອງປະຊຸມ ກໍໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດ ຂອງບັນດາຝ່າຍໃນທະເລຈີນໃຕ້ (ດີໂອຊີ) ລວມທັງການປຶກສາຫາລື ກ່ຽວກັບກົດແຫ່ງການປະພຶດ (ຊີໂອຊີ) ຊຶ່ງເຫັນວ່າມີຄວາມຄືບໜ້າດີ ແລະ ໄດ້ຢ້ຳເຖິງຄວາມສຳຄັນຂອງການຈັດຕັ້ງປະຕິບັດຖະແຫຼງການດັ່ງກ່າວຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.

ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ເພື່ອວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການເພີ້ມທະວີການຮ່ວມມືດ້ານການເຊື່ອມຈອດ, ການພັດທະນາພື້ນຖານໂຄງລ່າງ, ການໄປມາຫາສູ່ກັນຂອງປະ ຊາຊົນຂອງສອງພາກພື້ນ ແລະ ອື່ນໆ. ພິເສດ ອາຊຽນ ແລະ ສປ ຈີນ ໄດ້ເຫັນດີກໍານົດເອົາປີ 2016 ເປັນປີແລກປ່ຽນດ້ານການສຶກສາ ແລະ ຈະໄດ້ຈັດສັບປະດາການສຶກສາ ອາຊຽນ-ຈີນ ໃນເດືອນກໍລະກົດ 2016 ທີ່ ກຸຍຢາງ, ສປ ຈີນ. ພ້ອມກັນນີ້, ກອງປະຊຸມຍັງໄດ້ເຫັນດີເອົາປີ 2017 ເປັນປີຮ່ວມມືດ້ານການທ່ອງທ່ຽວ ອາຊຽນ-ຈີນ.

ໃນໂອກາດນີ້, ກອງປະຊຸມຍັງໄດ້ປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະ ເທດ ອາຊຽນ-ຈີນ ຊຶ່ງຈະຈັດຂຶ້ນໃນວັນທີ 25 ກໍລະກົດ 2016 ທີ່ ນະຄອນຫຼວງວຽງຈັນ ແລະ ກອງປະຊຸມສຸດຍອດສະເຫຼີມສະຫຼອງການຮ່ວມມື ອາຊຽນ-ຈີນ ຄົບຮອບ 25 ປີ ຊຶ່ງຈະຈັດຂຶ້ນໃນວັນທີ 7 ກັນຍາ 2016 ທີ່ ນະຄອນຫຼວງວຽງຈັນ ໂດຍສະເພາະບັນດາເອກະສານຜົນຂອງກອງປະຊຸມທີ່ຈະນໍາສະເໜີໃຫ້ຜູ້ນໍາອາຊຽນ ແລະ ສປ ຈີນ ພິຈາລະນາຮັບຮອງເອົາ ລວມທັງການຮ່ວມກັນຈັດບັນດາກິດຈະກໍາສະເຫຼີມສະຫຼອງຊຶ່ງຈະຈັດຂຶ້ນຢູ່ບັນດາປະເທດສະມາຊິກອາຊຽນ ແລະ ຈັດຢູ່ ສປ ຈີນ ໃນປີນີ້. ກອງປະຊຸມຍັງໄດ້ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ສະຫຼຸບ​ແລ້ວ, ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ-ຈີນ ​ໄດ້​ຕີ​ລາຄາ​ວ່າ ການ​ຮ່ວມ​ມື ອາຊຽນ-ຈີນ ເປັນ​ການ​ຮ່ວມ​ມື​ທີ່ມີໝາກຜົນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ​ແລະ ມີ​ທ່ວງທ່າ​ກ້າວ​ຂຶ້ນ​ໄປ​ເລື້ອຍໆ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ຫວາງ ອີ້, ລັດຖະມົນຕີການຕ່າງ ປະເທດ ແຫ່ງ ສປ ຈີນ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລາວ-ຈີນ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືທີ່ເປັນມູນເຊື້ອໃນໄລຍະຜ່ານມາ ແລະ ຈະສືບຕໍ່ເສີມຂະຫຍາຍເພື່ອຜົນປະໂຫຍດຂອງທັງສອງ ປະເທດ. ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມື ອາຊຽນ-ຈີນ ໂດຍສະເພາະການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນ ໃນເດືອນກໍລະກົດ ແລະ ກອງປະຊຸມສຸດຍອດສະ ເຫຼີມສະຫຼອງການຮ່ວມມື ອາຊຽນ-ຈີນ ຄົບຮອບ 25 ປີ ໃນເດືອນກັນຍາ 2016 ທີ່ ສປປ ລາວ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485352
ມື້ນີ້53
ມື້ວານ227
ອາທິດນີ້388
ເດືອນນີ້4657