ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທູດ ນິວຊີແລນ

 

HE SaleumxayAmbassaor1 HE SaleumxayAmbassaor2

 

 

ໃນວັນທີ 15 ມິຖຸນາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ​ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການເຂົ້າຢ້ຽມ​ຄຳນັບ​ຂອງ ​ທ່ານ ເບັນ ຄິງ ( Ben King ), ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ ແຫ່ງ ນິວຊີແລນ ປະຈຳ ສປປ ​ລາວ, ເນື່ອງ​ໃນ​ໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ໃໝ່. ໃນໂອກາດ​ດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ກໍ່ໄດ້​ສະແດງຄວາມຂອບໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ພ້ອມທັງສະແດງ​ຄວາມ​ຍ້ອງຍໍ-ຊົມເຊີຍ​ ທີ່ ​ທ່ານ ສະເຫຼີມໄຊ ກົມມະສິດ ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ ​ພັກ ແລະ ລັດຖະບານ ໃຫ້​ດຳລົງຕຳ   ແໜ່ງ​ເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ອວຍພອນໃຫ້ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈົ່ງໄດ້ຮັບຜົນສຳເລັດໃນການປະຕິບັດໜ້າທີ່ອັນໃໝ່, ຊົມເຊີຍ ແລະ ຕີລາຄາອັນດີຕໍ່ໝາກຜົນສຳເລັດ ແຫ່ງການສ້າງສາພັດທະນາປະເທດຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການທູດລາວ, ຍິນດີໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ແລະ ຈະສືບຕໍ່ພົວພັນຮ່ວມມືກັບ ສປປ ລາວ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ນິວຊີແລນ ທີ່ມີມາແລ້ວນັ້ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

 

ໃນ​ໂອກາດ​ດັ່ງກ່າວ, ທ່ານ​ລັດຖະມົນຕີ​ຕ່າງປະ​ເທດ ກໍ​ໄດ້​ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງຕີ​ລາຄາ​ສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ນິວຊີແລນ ຊຶ່ງໄດ້ຮັບການຮັດ     ແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ພ້ອມທັງ ສະແດງຄວາມຂອບໃຈຕໍ່ ລັດຖະບານ ນິວຊີແລນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ດ້ານການພັດທະນາຊັບພະຍາກອນມະນຸດ, ໂຄງການພັດທະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ, ການຮ່ວມມືດ້ານກະສິກຳ ແລະ ການຊ່ວຍເຫຼືອໂຄງການເກັບກູ້ລະເບີດບໍ່ທັນແຕກ ຜ່ານຂອບຫຼາຍຝ່າຍ, ການເພີ່ມການຊ່ວຍເຫຼືອທາງການ ODA ໃຫ້ແກ່ ສປປ ລາວ ໃນໄລຍະ 3 ປີ ຂ້າງໜ້າ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ນອກຈາກນີ້, ທ່ານລັດຖະມົນຕີຕ່າງປະເທດ ຍັງສະແດງຄວາມຊົມເຊີຍທີ່ການພົວພັນ ລະຫວ່າງ ອາຊຽນ-ນິວຊີແລນ ໄດ້ຮັບການຍົກລະດັບ ເປັນການພົວພັນແບບຄູ່ຮ່ວມມືຍຸດທະສາດ, ຂອບໃຈຕໍ່ ລັດຖະບານ ນິວຊີແລນ ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການກະກຽມທາງດ້ານບຸກຄະລາກອນ ເປັນເຈົ້າພາບຈັດກອງປະຊຸມອາຊຽນ ໃນປີ 2016 ແລະ ຫວັງຢ່າງຍິ່ງວ່າ ສປປ ລາວ ຈະໄດ້ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຈອນ ຄີ ເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ຈະເປັນເຈົ້າພາບໃນທ້າຍປີນີ້. ສອງປະເທດ ລາວ-ນິວຊີແລນ ຢືນຢັນຈະສືບຕໍ່ການຮ່ວມມືເຊິ່ງກັນ ແລະ ກັນ ໃນເວທີສາກົນ ໂດຍສະເພາະໃນເວທີ ສປຊ.

 

ໃນປີ 2017 ນີ້, ສອງກະຊວງການຕ່າງປະເທດ ລາວ-ນິວຊີແລນ ຈະຈັດກອງປະຊຸມປຶກສາຫາລືລະດັບສູງ (ລະດັບຫົວໜ້າກົມ) ຄັ້ງທີ 1 ຂຶ້ນ ທັງນີ້ ກໍເພື່ອເພີ່ມທະວີການພົວພັນສອງຝ່າຍໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485618
ມື້ນີ້123
ມື້ວານ196
ອາທິດນີ້654
ເດືອນນີ້4923