ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສອງກະຊວງການຕ່າງປະເທດ ລາວ-ກຳປູເຈຍ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື

m mofa c1

m mofa c2

ຕອບສະຫນອງຕາມຄຳເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປຣາກ ໂຊຄົນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ​ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 16-17 ມິຖຸນາ 2106, ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ ແລະ ກຳປູເຈຍ.

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 17 ມິຖຸນາ 2016, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ ​ແລະ ພົບ​ປະ​ປຶກສາຫາລື​ ຢ່າງ​ເປັນ​ທາງ​ການ ກັບ ທ່ານ ປຣາກ ​ໂຊ​ຄົນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມ​ມື​ສາກົນ ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈຍ ຢູ່ທີ່ ກະຊວງການຕ່າງປະເທດ. ​ໃນ​ການ​ພົບ​ປະ​ຄັ້ງ​ນີ້, ສອງ​ຝ່າຍ​​ຕີ​ລາຄາການ​ພົວພັນ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ​ມີ​ການ​ຂະຫຍາຍຕົວ ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ຊຶ່ງ​ເຫັນ​ໄດ້​ຈາກ​ການ​ແລກປ່ຽນການ​ຢ້ຽມຢາມ ​ເຊິ່ງກັນ ​ແລະ ​ກັນ ​ຂອງ​ຄະນະ​ຜູ້​ແທນ​ຂັ້ນປະມຸກ​ລັດ, ຫົວໜ້າລັດຖະບານ ​ແລະ ຂະ​ແໜງການ​ຕ່າງໆ ຕະຫຼອດຮອດ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ແລະ ສອງ​ຝ່າຍ​ເຫັນ​ດີຈະສືບຕໍ່ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນ​ຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ; ​ເພີ່ມ​ທະວີ​ການ​ປະຕິບັດ ບັດ​ດາ​ສັນຍາ ​ແລະ ຂໍ້​ຕົກລົງ​ຕ່າງໆ ທີ່​ສອງ​ຝ່າຍ​ໄດ້​ຕົກລົງ​ນຳກັນ ​ໃຫ້​ເກີດ​ດອກ​ອອກ​ຜົນ ​ແລະ ​ເປັນ​ຮູບ​ປະ​ທຳ; ສືບຕໍ່​ເພີ່ມ​ທະວີ​ການຮ່ວມ​ມື​ກັນ​ໃ​ນ ການຮັກສາ​ຄວາມ​ສະຫງົບ​, ​ສະກັດ​ກັ້ນການ​ເຄື່ອນ​ໄຫວ​ຂອງ​ຄົນ​ບໍ່ດີ,​ ການ​ລັກລອບ​ຂົ່ນສົ່ງ-ຄ້າຂາຍ​ຢາ​ເສບ​ຕິດ ​ແລະ ​ປະກົດ​ການ​ຫຍໍ້​ທໍ້​ອື່ນໆ ເພື່ອ​ຮັກສາ​ສັນຕິພາບ, ສະ​ເຖຍລະ​ພາບ ລຽບຕາມ​ເສັ້ນ​ຊາຍ​ແດນຂອງ​ສອງ​ປະ​ເທດ; ສືບຕໍ່ສົ່ງ​ເສີມ​ກົນ​ໄກ​ການ​ຮ່ວມ​ມື ຄະນະ​ກຳ​ມະ​ທິການ​ຮ່ວມ ວ່າ​ດ້ວຍ​ການ​ຮ່ວມ​ມື​ສອງ​ຝ່າຍ (JC) ຂອງສອງປະເທດ, ຊຶ່ງລວມມີ ດ້ານການເມືອງ, ເສດຖະກິດ-ການຄ້າ, ການຄົມມະນາຄົມ, ການລົງທຶນ, ການສຶກສາ,​ ວັດທະນາທຳ ແລະ ອື່ນໆ; ສອງຝ່າຍເຫັນດີສ້າງຕັ້ງສະຖານກົງສູນໃຫຍ່ຂອງສອງປະເທດ ຢູ່ປະເທດຂອງກັນ ຊຶ່ງຝ່າຍລາວຕັ້ງຢູ່ ແຂວງຊຽງແຕງ ຂອງກຳປູເຈຍ ແລະ ຝ່າຍກຳປູເຈຍຕັ້ງຢູ່ ແຂວງຈຳປາສັກ ຂອງລາວ, ຊຶ່ງ​ຈະ​ຈັດ​ພິທີ​ເປີດຢ່າງ​ເປັນ​ທາງ​ການ​ໃນ​ໄວໆນີ້; ເຫັນດີສືບຕໍ່ປັກຫຼັກໝາຍຊາຍແດນຂອງ​ສອງ​ປະ​ເທດທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ; ຕົກລົງເຫັນດີກໍ່ສ້າງເສັ້ນທາງ ແລະ ຂົວເຊລຳເພົາ ເພື່ອເຊື່ອມຈອດລະຫວ່າງສອງປະເທດ; ຊຸກ​ຍູ້ໃຫ້​ມີ​ການ​ລົງທຶນ,​ ການ​ຄ້າ​ຮ່ວມ​ກັນຫຼາຍຂຶ້ນ ​ໂດຍ​ສະ​ເພາະ​ໃຫ້​ເຂົ້າ​ໄປ​ລົງທຶນ​ຢູ່​ໃນ​ປະ​ເທດ​ຂອງ​ກັນ ​ແລະ ກັນ,​ການ​ຄ້າ​ລະຫວ່າງ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ; ​ແລະ ດ້ານການສຶກສາສອງຝ່າຍເຫັນດີເປັນເອກະພາບ ເພີ່ມທຶນ​ແລກປ່ຽນການສຶກສາລະດັບປະລິນຍາຕີ ລະຫວ່າງສອງລັດຖະບານ ເປັນ 15 ທຶນຕໍ່ປີ. ນອກ​ນັ້ນ, ສອງ​ຝ່າຍ​ຍັງ​ເຫັນ​ດີ​ໃຫ້ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ ​ແລະ ​ໃຫ້ການ​ສະໜັບສະໜູນ ຊ່ວຍ​ເຫຼືອ​​ເຊິ່ງກັນ​ແລະ ກັນ ​ໃນ​ເວທີ​ພາກພື້ນ ​ແລະ ສາກົນ ​ເຊັ່ນ: CLV, CLMV, ACMEC, ASEAN, UN, GMS ​ແລະ ອື່ນໆ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484638
ມື້ນີ້154
ມື້ວານ188
ອາທິດນີ້1076
ເດືອນນີ້3943