ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ກຳປູເຈຍ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ

lc 60th

​ໃນ​ຕອນ​ຄໍ່າຂອງ​ວັນ​ທີ 17 ມິຖຸນາ 2016, ທີ່​ໂຮງ​ແຮມ​ແດນສະຫວັນ, ນະຄອນຫຼວງວຽງຈັນ ​ກະຊວງ​ການ​ຕ່າງປະ​ເທດ ຮ່ວມ​ກັບ​ສະຖານ​ເອກ​ອັກຄະ​ຣາຖະທູດ ​ແຫ່ງ ຣາຊະ​ອາ​ນາຈັກ ກຳປູ​ເຈຍ ປະຈຳ​ ສປປ ລາວ ພ້ອມ​ກັນ​ສະ​ເຫຼີມຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ສປປ ລາວ ​ແລະ ຣາຊະ​ອານາຈັກ ກຳປູ​ເຈຍ ຄົບຮອບ 60 ປີ ​ໂດຍ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມດີ ດວງດີ,​ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ, ລັດຖະ​ມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ແລະ ທ່ານ ປຣາກ ​ໂຊ​ຄົນ,​ ລັດຖະມົນຕີ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈຍ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ.

ສ​ປປ ລາວ ​ແລະ ຣາຊະ​ອານາຈັກ ກຳປູ​ເຈຍ ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳ​ກັນ​ໃນ​ວັນ​ທີ 15/6/1956,​​ ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ, ບ້ານ​ພີ່​ເມືອງ​ນ້ອງ ທີ່​ມີ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ມີ​ການ​ຮ່ວມ​ມື ທີ່​ດີງາມ​ມາ​ແຕ່​ດຶກ​ດຳ​ບັນ ​ໂດຍ​ສະ​ເພາະ​ແມ່ນ​ໄລຍະ​ການ​ຕໍ່ສູ້​ກູ້​ຊາດ ຕ້ານ​ການ​ຮຸກ​ຮານ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ​ເພື່ອ​ປົດ​ປ່ອຍປະ​ເທດ​ຊາດ ກໍ​ຄື​ໄລຍະ​ການ​ສ້າງສາ ​ແລະ ​ພັດທະນາ​ປະ​ເທດ​ຊາດ​ໃນ​ປັດຈຸບັນ. ຕະຫຼອດ 60 ປີ ທີ່​ຜ່ານ​ມາ,​ ການ​ພົວພັນ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ ລາວ-ກຳປູ​ເຈຍ ​ໄດ້​ຮັບ​ການ​ພັດທະນາ ​ແລະ ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ຊຶ່ງສ​ະ​ແດງ​ອອກ​ໃນ​ການ​ແລກປ່ຽນການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ຂອງ​ຄະນະ​ຜູ້​ແທນ​ສອງ​ປະ​ເທດ​ໃນ​ຂັ້ນ​ຕ່າງໆ​ເຊັ່ນ: ການ​ຢ້ຽມຢາມ​ລັດຖະກິດ ກຳປູ​ເຈຍ ຂອງ​ພະນະ​ທ່ານ ຈູມ​ມາລີ ​ໄຊຍະ​ສອນ,​ ອາ​ດີດປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໃນ​ລະຫວ່າງ​ວັນ​ທີ 26-28 ກຸມພາ 2015; ການ​ຢ້ຽມຢາມລັດຖະກິດ ສປປ ລາວ ຂອງ ພະ​ບາດ ສົມ​ເດັດ ພະ​ບໍຣົມມະນຽດ ​ໂນ​ໂຣດົມ ສີ​ຫາ​ໂມ​ນີ, ພະ​ມະຫາ​ກະສັດ ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈ​ຍ ​ໃນ​ລະຫວ່າງ​ວັນ​ທີ 21-23 ທັນວາ 2015;​ ​ແລະ ການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ບານ​ເຕະ​ມິດຕະພາບ ລະຫວ່າງ​ສອງ​ປະ​ເທດ ຢູ່ ກຳປູ​ເຈຍ ນຳ​ໂດຍ ທ່ານ​ທອງ​ລຸນ ສີ​ສຸ​ລິດ,​ ອາ​ດີດ​ຮອງ​ນາຍົກລັດຖະມົນຕີ,​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ໃນ​ລະ ຫວ່າ​ງວັນທີ 18-19 ມີນາ 2016, ​ໄດ້​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ທີ່​ມີ​ມູນ​ເຊື້ອອັນ​ຍາວ​ນານ ຖານ​ບ້ານ​ໃກ້​ເຮືອນຄຽງ ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ ຢ່າງ​ບໍ່ຢຸດ​ຢັ້ງ.

ສອງ​ປະ​ເທດ​ຍັງ​ໄດ້​ຮ່ວມ​ກັນ​ສ້າງ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ນຳ​ກັນ ​ເພື່ອ​ຊ່ວຍ​ສົ່ງ​ເສີມ​ການ​ຮ່ວມ​ມືທາງ​ດ້ານ​ການ​ເມືອງ, ​ເສດຖະກິດ-ການ​ຄ້າ, ການ​ຄົມມະນາຄົມ,​ ການ​ລົງທຶນ,​ ການ​ສຶກສາ, ວັດທະນາ​ທຳ ​ແລະ ອື່ນ​ໆ ໃຫ້​ມີ​ປະສິດທິພາບ ​ແລະ ມີ​ປະສິດທິ​ຜົນ​ສູງ ນຳ​ເອົາ​ຜົນ​ປະ​ໂຫຍ​ດມາສູ່​ປະຊາຊົນ​ຂອງ​ສອງ​ປະ​ເທດ; ສອງ​ປະ​ເທດ​ມີ​ກົນ​ໄກ​ຮ່ວມ​ມື​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ​ຕາມ​ຊາຍ​ແດນ​ທົ່ວ​ໄປ ລາວ-ກຳປູ​ເຈຍ; ດ້ານການ​ຄ້າ ​ແລະ ການ​ລົງທຶນ​ເຫັນ​ວ່າ​ມີ​ບາດກ້າວ​ຂະຫຍາຍຕົວ ​ເປັນ​ຕົ້ນ​ແມ່ນ ​ຂະ​ແໜງອຸດສາຫະກຳ​ບໍ່​ແຮ່ ​ແລະ ການ​ຂຸດ​ຄົ້ນ, ການ​ຄ້າ​ຂາຍຍົກ-ຂາຍຍ່ອຍ; ການ​ເຄື່ອນ​ໄຫວ​ດ້ານ​ການ​ເງິນ ​ແລະ ປະກັນ​ໄພ, ການ​ບໍລິການ​ພັກ​ເຊົ່າ ​ແລະ ອື່ນໆ; ສອງ​ປະ​ເທດ​ຍັງ​ໄດ້​ມີ​ການ​ແລກປ່ຽນທຶນ​ການ​ສຶກສາລະ​ດັບ​ປະລິນຍາ​ຕີ 15 ທຶນ​ຕໍ່ປີ.​ ນອກຈາກ​ການ​ຮ່ວມ​ມື​ສອງ​ຝ່າຍ​ແລ້ວ ສອງ​ປະ​ເທດ​ຍັງ​ມີ​ການ​ຮ່ວມ​ມື​, ສະໜັບສະໜູນຊ່ວຍ​ເຫຼືອ​ເຊິ​ງກັນ ​ແລະ ກັນ ​ໃນ​ເວທີ​ພາກພື້ນ ​ແລະ ສາກົນ ​ເຊັ່ນ: ​CLV, CLMV, ACMEC, ASEAN, UN, GMS ​ແລະ ອື່ນໆ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485811
ມື້ນີ້110
ມື້ວານ206
ອາທິດນີ້847
ເດືອນນີ້5116