ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ບັນດາທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ

SLXFAO

 

ທ່ານ Stephen Anthony Rudgard, ຜູ້ໜ້າໜ້າອົງການ​ອາຫານ ​ແລະ ການ​ກະ​ເສດ FAO ປະຈຳ​ລາວ

 

SLXSKorea

 

ທ່ານ ລີ​ ຊັງ ​ກຸນ, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ​ເກົາຫລີ ປະຈຳລາວ

 

SLXHoland

 

ທ່ານ Karel Hartogh, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ​ໂຮ​ນລັງ ປະຈຳລາວ

 

SLXNKorea

 

ທ່ານ ຢູນ ຄັງ ຮຽນ, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສ.ເກົາ​ຫລີ ປະຈຳລາວ

 

ໃນວັນທີ 22 ມິຖຸນາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງ ສປປ ລາວ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບອວຍພອນ ຂອງບັນດາທູດປະເທດເພື່ອນມິດ ແລະ ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ ປະຈຳ ສປປ ລາວ, ​ໃນ​ນີ້​ມີ ທ່ານ Stephen Anthony Rudgard, ຜູ້ໜ້າໜ້າອົງການ​ອາຫານ ​ແລະ ການ​ກະ​ເສດ FAOທ່ານ ລີ​ ຊັງ ​ກຸນ, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ​ເກົາຫລີທ່ານ Karel Hartogh, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ​ໂຮ​ນລັງ ແລະ ທ່ານ ຢູນ ຄັງ ຮຽນ, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສ.ເກົາ​ຫລີ ຕາມລຳດັບ.

 

ໃນໂອກາດດັ່ງກ່າວ, ບັນດາທູດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ທີ່​ໄດ້ຂຶ້ນ​ຕຳ​ແໜ່​ງ​ເປັນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ຄົນ​ໃໝ່ ​ແລະ ​ໄດ້​ອວຍພອນ​ໃຫ້​ທ່ານຈົ່ງໄດ້ຮັບຜົນສຳເລັດໃນການປະຕິບັດໜ້າທີ່ໃໝ່; ພ້ອມ​ກັນ​ນັ້ນ, ກໍ​ໄດ້ຕີລາຄາສູງ ຕໍ່ຜົນສຳເລັດແຫ່ງການສ້າງສາພັດທະນາ​ເສດຖະກິດ​-ສັງຄົມ​ ຂອງ ສປປ ລາວ ໃນໄລຍະຜ່ານມາ​ແລະ ຢືນຢັນວ່າ ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນໝູນວຽນ​ໃນ​ປີ 2016 ນີ້.

 

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສະແດງຄວາມພູມ​ໃຈ​ຕໍ່​ການ​ຊົມ​ເຊີຍ​ດັ່ງກ່າວ ​ແລະ ສະແດງຄວາມຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງບັນ​ດາທູດ ທີ່​ໄດ້​ຊຸກຍູ້​ສົ່ງ​ເສີມ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໄລຍະ​ຜ່ານ​ມາ ແລະ ໄດ້ກ່າວສະ​ແດງຄວາມຂອບໃຈ​ໂດຍຜ່ານບັນດາທ່ານທູດ ໄປຍັງ ລັດຖະບານ ແລະ ປະຊາຊົນ ຂອງ​ບັນດາ​ທູດ​ປະ​ເທດ​ກ່ຽວ​ຂ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອຸ້ມຊູໃນບັນດາຂະແໜງການຕ່າງໆ ຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ​ໃນ​ປີ 2020 ແລະ ຫວັງວ່າ ບັນດາທູດ ຈະສືບຕໍ່ຢ່າງຕັ້ງໜ້າ​ໃນ​ການປະກອບສ່ວນເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ບັນດາປະເທດເພື່ອນມິດ ໃຫ້ມີປະສິດທິຜົນສູງກວ່າເກົ່າໃນຕໍ່ໜ້າ; ພ້ອມທັງອວຍພອນໃຫ້ບັນດາທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງຕົນ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485821
ມື້ນີ້120
ມື້ວານ206
ອາທິດນີ້857
ເດືອນນີ້5126