ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ໄດ້ໄຂຂຶ້ນຢ່າງເປັນທາງການ

HETHL Opening Opening Ceremony AMM

CourtesyCall PM

 

ໃນຕອນເຊົ້າຂອງ ວັນທີ 24 ກໍລະກົດ 2016, ພິທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ໄດ້ຈັດຂື້ນ ທີ່ ໂຮງແຮມດອນຈັນພາເລັດ ໂດຍການເຂົ້າຮ່ວມຂອງ ລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ພັນລະຍາຂອງລັດຖະມົນຕີຕ່າງປະເທດ, ຫົວຫນ້າເຈົ້າຫນ້າທີ່ອາວຸໂສອາຊຽນ, ຄະນະຜູ້ແທນ ແລະ ບັນດາສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້, ລັດຖະມົນຕີຕ່າງປະເທດຂອງ ຕີມໍ ເລສເຕ, ປາປົວ ນິວກິນີ ແລະ ນອກແວ ກໍໄດ້ເຂົ້າຮ່ວມໃນນາມແຂກຂອງ ສປປ ລາວ ທີເປັນປະທານອາຊຽນ.

 

ໃນພິທີເປີດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ກ່າວຕ້ອນຮັບບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ. ໃນນີ້, ທ່ານ ສະເຫລີມໄຊ ໄດ້ສະແດງຄວາມຂອບໃຈບັນດາປະເທດອາຊຽນ, ຄູ່ເຈລະຈາອາຊຽນ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃນການເປັນປະທານອາຊຽນ ພາຍໃຕ້ຄຳຂັວນ ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນແລະ ຜົນສຳເລັດຂອງບັນດາກອງປະຊຸມຄັ້ງນີ້ ຈະເປັນການກະກຽມອັນດີໃຫ້ແກ່ ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 28 ແລະ 29 ທີ່ຈະຈັດຂຶ້ນໃນເດືອນ ກັນຍາ 2016 ທີ່ ນະຄອນຫລວງວຽງຈັນ.

 

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຊຶ່່ງໃນນີ້ ທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາເລັດຂອງອາຊຽນ ໃນໄລຍະ 49 ປີ ຜ່ານມາ ໂດຍສະເພາະ ການປະກາດສ້າງຕັ້ງເປັນປະຊາຄົມອາຊຽນ ໃນວັນທີ 31 ທັນວາ 2015 ແລະ ເນັ້ນເຖິງຄວາມສຳຄັນໃນການສືບຕໍ່ຮັດແຫນ້ນການຮ່ວມມືກັນພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບຄູ່ຮ່ວມມືພາຍນອກ ເພື່ອສົ່ງເສີມ ແລະ ຮັດແຫນ້ນປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນກ້າວຫນ້າ.

 

ພາຍຫລັງ ພິທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49,​ ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ນໍາພາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ບົດບາດສຳຄັນຂອງ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ນັບແຕ່ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1967 ປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມືຂອງອາຊຽນໃນຂົງເຂດຕ່າງໆ ກໍຄື ການຮ່ວມມືກັບຄູ່ເຈລະຈາຂອງອາຊຽນ ແລະ ຄູ່ຮ່ວມມືພາຍນອກອື່ນໆ ພາຍໃຕ້ກົນໄກທີ່ອາຊຽນ ເປັນຜູ້ລິເລີ່ມຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485493
ມື້ນີ້194
ມື້ວານ227
ອາທິດນີ້529
ເດືອນນີ້4798