ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 6

Mekong R.Korea

 

ໃນຕອນບ່າຍ ຂອງວັນທີ 24 ກໍລະກົດ 2016, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 6 ຈັດຂຶ້ນທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ. ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ໄດ້ນຳພາຄະນະຜູ້ແທນທາງການ ​ເຂົ້າ​ຮ່ວມກອງ​ປະຊຸມລັດຖະມົນຕີ​ຕ່າງປະ​ເທດ​ແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງ​ທີ 6 ຊຶ່ງຈັດຂຶ້ນພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ ຢຸນ ບຸ​ຍ ​ເຊ, ລັດຖະມົນຕີກະຊວງການ​ຕ່າງປ​ະ​ເທດ ສ.​ເກົາຫລີ ແລະ ທ່ານ ປັກ ຊົກຮອນ, ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ​ພ້ອມ​ນີ້, ຍັງ​ມີ​ບັນດາລັດຖະມົນຕີຕ່າງປະ​ເທດ ພ້ອມ​ດ້ວຍ​ຄະນະ ຈາກປະເທດແມ່ນໍ້າຂອງ (ກຳປູ​ເຈຍ, ສປປ ລາວ, ມຽນມາ, ​ໄທ ​ແລະ ສສ. ຫວຽດນາມ) ເຂົ້າຮ່ວມຢ່າງພ້ອມພຽງ.

 

ກອງ​ປະຊຸມ​ຄັ້ງ​ນີ້​ ໄດ້​ຕີ​ລາຄາ​ສູງຕໍ່​ຄວາມ​ຄືບ​ໜ້າ​ຂອງການຈັດ​ຕັ້ງ​ປະຕິບັດ ຂອບ​ກາ​ນຮ່ວມ​ມື​ແມ່​ນ້ຳຂອງ-ສ.​ເກົາຫຼີ ​ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະ​ການ​ຜັນ​ຂະຫຍາຍ​ແຜນ​ປະຕິບັດ​ງານ​ຂອບ​ການ​ຮ່ວມ​ມືແມ່​ນ້ຳຂອງ-ສ.​ເກົາຫລີ (ປີ 2014-2017) ​ແລະ ຖະ​ແຫຼ​ງການ​ຂອງ​ປະທານຮ່ວມ​ ກອງ​ປະຊຸມລັດຖະມົນຕີ​ຕ່າງປະ​ເທດ ​ແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງ​ທີ 5 ຮັບຮອງ​ເອົາ​ໃນ​ປີ 2015 ​ແລະ ​ໄດ້​ພ້ອມ​ກັນປຶກສາ​ຫາລື​ ກ່ຽວ​ກັບ​ທິດ​ທາງການ​ຮ່ວມ​ມື​ໃນ​ຕໍ່ໜ້າ ​ເພື່ອ​​ເສີມ​ຂະຫຍາຍສາຍ​ພົວພັນ ​ແລະ ​​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ​ແມ່​ນໍ້າຂອງ ​ແລະ ສ.​ເກົາຫລີ ​ໃຫ້​ກວ້າງ​ຂວາງ​ຂຶ້ນ​ກວ່າ​ເກົ່າ.

 

ພ້ອມ​ດຽວ​ກັນ​ນັ້ນ, ກອງ​ປະຊຸມ​​ໄດ້​ຮັບຮອງ​ເອົາຖະ​ແຫຼ​ງການ​ຂອງ​ປະທານຮ່ວມ​ ກອງ​ປະຊຸມລັດຖະມົນຕີ​ຕ່າງປະ​ເທດ ​ແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງ​ທີ 6 ​​ເພື່ອ​ເປັນ​ບ່ອນ​ອີງໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ຕໍ່ໜ້າ; ​ພິເສດ ກອງປະຊຸມ​ໄດ້​ຕົກລົງເຫັນດີຮັບຮອງ​ເອົາ​​​ 7 ໂຄງການໃໝ່ ໂດຍຈະ​ນຳ​ໃຊ້​ກອງ​ທຶນເພື່ອການຮ່ວມ​ມື​ແມ່ນໍ້າຂອງ-ສ.​ເກົາຫລີ ​​​​ຊຶ່ງ ສ.ເກົາຫລີ ​ໄດ້ປະກອບສ່ວນດ້ານງົບປະມານເຂົ້າໃນ ກອງທຶນດັ່ງກ່າວ ນັບແຕ່ປີ 2015 ເປັນຕົ້ນມາ ​ເປັນ​ຈຳນວນ​ເງິນ​ເຖິງ 1 ລ້ານ​ໂດ​ລາ​ສະຫະລັດ ຕໍ່ປີ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການຈັດ​ຕັ້ງ​ປ​ະຕິ​ບັດ ​ໂຄງການບູລິ​ມະ​ສິດຕ່າງໆຂອງຂອບການຮ່ວມມື ແລະ ໃນນັ້ນ ມີໂຄງການ ຈາກ ສປປ ລາວເຮົາ ຈຳນວນ 01 ໂຄງການ ກໍ່ໄດ້ຮັບອະນຸມັດ ຄື: ໂຄງການເພີ່ມຄວາມອາດສາມາດຂອງ ປະຊາຊົນ ແລະ ບັນດາເມືອງທຸກຍາກຂອງ ສປປ ລາວ ໃນການເຂົ້າເຖິງນິຕິກຳ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອເປັນການກະກຽມໃຫ້ການເຊື່ອມໂຍງ, ການຮ່ວມມືທາງດ້ານເສດຖະກິດ, ສະຖາບັນ ແລະ ການເປີດກວ້າງທາງດ້ານການຄ້າ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ມີມູນຄ່າ ປະມານ 423,000 ໂດລາສະຫະລັດ.

 

ຂອບ​ການ​ຮ່ວມ​ມື ​ແມ່ນ​ນ້ຳຂອງ-ສ.​ເກົາຫລີ ​​ໄດ້​ກວມ​ເອົາ​ 3 ຂົງເຂດ​​ຕົ້ນຕໍໃນ​ການ​ຮ່ວມ​ມື ​​ຄື: ການ​ເຊື່​ອມຈອດ​ອາ​ຊຽນ, ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ພັດທະນາ​ທີ່​ຖື​ເອົາ​ປະຊາຊົນ​ເປັນ​ໃຈກາງ ​ແລະ ກວມ​ເອົາ 6 ຂະ​ແໜງ​ການ​ບູລິ​ມະ​ສິດ​ຄື: ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ (ICT), ການ​ພັດທະນາ​ສີ​ຂຽວ, ການ​ພັດທະນາ​ຊັບພະຍາກອນ​ນ້ຳ, ​ກະສິກໍາ ​ແລະ ການ​ພັດທະນາຊົນນະບົດ, ​ແລະ ການ​ພັດທະນາ​ຊັບພະຍາກອນ​ມະນຸດ.

 

ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ ແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງ​ຕໍ່​ໄປຈະ​ຈັດ​ຂຶ້ນ​ຢູ່ ສ.ເກົາຫລີ ​ໃນ​ປີ 2017 ພາຍ​ໃຕ້ການ​ເປັນ​ປະທານ​ຮ່ວມ ຂອງ ສ.​ເກົາຫລີ ​ແລະ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485618
ມື້ນີ້123
ມື້ວານ196
ອາທິດນີ້654
ເດືອນນີ້4923