ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສະຫະລັດ ອາເມລິກາ ຄັ້ງທີ 9

 

LMI 9th Custom LMI 9th1 Custom

 

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ແຄຣີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ ໄດ້ເປັນປະທານຮ່ວມຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສະຫະລັດ ອາເມລິກາ, ໃນຕອນບ່າຍຂອງວັນທີ 25 ກໍລະກົດ 2016, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍມີບັນດາລັດຖະມົນຕີກະຊວງການຕ່າງປະເທດຂອງ ກໍາປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຜູ້ແທນ ເຂົ້າຮ່ວມຢ່າງພ້ອມພຽງ.

 

ບັນດາລັດຖະມົນຕີ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ໂຄງການຕ່າງໆ ໃນ 6 ເສົາຄໍ້າບູລິມະສິດ ເປັນຕົ້ນແມ່ນບັນດາໂຄງການ ທີ່ເປັນສັນຍາລັກຂອງຂອບຮ່ວມມືດັ່ງກ່າວ ຊຶ່ງໃນນັ້ນ ສປປ ລາວ ກໍໄດ້ຮ່ວມກັບ ສ. ອາເມລິກາ ກໍາລັງຈັດຕັ້ງປະຕິບັດ 3 ໂຄງການ ພາຍໃຕ້ແຜນວຽກຂອງໂຄງການພື້ນຖານໂຄງລ່າງທີ່ທັນສະໄໝ ສໍາລັບແມ່ນໍ້າຂອງ ແລະ 1 ໂຄງການຝຶກອົບຮົມພາສາອັງກິດສະເພາະດ້ານແບບຕໍ່ເນື່ອງ ໃຫ້ແກ່ບັນດາພະນັກງານລັດຖະກອນຂອງ ສປປ ລາວ ຢູ່ ສະຖາບັນການຕ່າງປະເທດ. ນອກຈາກນີ້, ບັນດາລັດຖະມົນຕີ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ເອກະສານແນວຄວາມຄິດໃໝ່ທີ່ ສະຫະລັດ ອາເມລິກາ ສະເໜີຂຶ້ນ ຊື່ວ່າ: ຄູ່ຮ່ວມມືເພື່ອການສ້າງພື້ນຖານໂຄງລ່າງທີ່ຍືນຍົງ ພ້ອມທັງແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ຂົງເຂດຈຸດສຸມຂອງການຮ່ວມມືໃນຕໍ່ໜ້າ.

 

ກອງປະຊຸມດັ່ງກ່າວ ໄດ້ຮັບຮອງເອົາເອກະສານສໍາຄັນ ຈໍານວນ 2 ສະບັບຄື: ບົດຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-. ອາເມລິກາ ຄັ້ງທີ 9 ແລະ ເອກະສານແນວຄວາມຄິດ ກ່ຽວກັບ ຄູ່ຮ່ວມມືເພື່ອການສ້າງພື້ນຖານໂຄງລ່າງທີ່ຍືນຍົງ ເພື່ອເປັນທິດທາງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ແນໃສ່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃນອະນຸພາກພື້ນແມ່ນໍ້າຂອງ ໃຫ້ດີຂຶ້ນເທື່ອລະກ້າວ.

 

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480383
ມື້ນີ້41
ມື້ວານ172
ອາທິດນີ້781
ເດືອນນີ້6614