ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ສືບຕໍ່ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນບວກສາມ ຄັ້ງທີ 17 ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງກອງຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 6

 

AMM Plus3 Custom EAS 6th Slx Custom

 

ໃນວັນທີ 26 ກໍລະກົດ 2016, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະ​ເທດອາຊຽນບວກສາມ ຄັ້ງທີ 17 ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງຊຸມມສຸດຍອດ ອີເອເອສ ຄັ້ງທີ 6.

 

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນບວກສາມ ຄັ້ງທີ 17 (ອາຊຽນ + ສປ ຈີນ, ຍີ່ປຸ່ນ, ສ. ເກົາຫລີ) ໄດ້ຕີລາຄາວ່າ ນັບ​ແຕ່​ໄດ້​ຮັບ​ການ​ສ້າງຕັ້ງ​ໃນ​ປີ 1997 ​ເປັນຕົ້ນມາ, ການການຮ່ວມມືອາຊຽນບວກສາມ ​ໄດ້​ຮັບ​ຜົນສຳ​ເລັດທີ່ສຳຄັນ​ໃນຫຼາຍດ້ານ ​ໂດຍ​ສະ​ເພາະ​ ແມ່ນ​ດ້ານ​ການ​ເງິນ ​ແລະ ຄວາມໝັ້ນຄົງ​ດ້ານ​ສະບຽງອາຫານ. ກ່ຽວກັບ​ການ​ຮ່ວມ​ມືດ້ານ​ການ​ເງິນ, ກອງ​ປະຊຸມ​ມີ​ຄວາມ​ຍິນ​ດີ​ທີ່​ເຫັນ​ວ່າການ​ຮ່ວມ​ມື​ໃນ​ຂອບ​ຂໍ້​ລິ​ເລີ່​ມຊຽງ​ ໃໝ່ຫຼາຍຝ່າຍ (CMIM), ຫ້ອງການຕິດຕາມ​ເສດຖະກິດ​ມະຫາ​ພາກອາຊຽນບວກ​ສາມ (AMRO), ຂໍ້​ລິ​ເລີ່​ມພັນທະບັດ​ອາຊີ (ABMI), ​ເຄື່ອງມື​ຄໍ້​າປະກັນ​ສິນ​ເຊື່ອ ​ແລະ ການ​ລົງ​ທຶນ (CGIF), ​ສືບຕໍ່​​ໄດ້​ຮັບ​ການ​ເສີມ​ຂະ​ຫຍາ​ຍ​ໃຫ້​ມີ​ຄວາມເຂັ້ມ​ແຂງ​ເພື່ອ​ຮັບປະກັນ​ສະຖຽນລະ​ພາບ​ທາງ​ການ​ເງິນ​ໃນ​ພາ​ກພື້ນ. ສ່ວນຄວາມໝັ້ນຄົງດ້ານ​ສະບຽງອາຫານ​ແມ່ນ​ສືບ​ຕໍ່ໄດ້​ຮັບ​ການ​ຄໍ້າປະກັນ ​ໂດຍຜ່ານ​ການຈັດຕັ້ງປະຕິບັດຄັງ​ເຂົ້າສຸກ​ເສີນ​ອາຊຽນບວກ​ສາມ (APTERR). ອັນສຳຄັນ​ແມ່ນ​ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນບວກ​ສາມ ​ໄດ້​ຢ້ຳຄືນ​ຄວາມ​ສຳຄັນ​ຂອງ​ກົນ​ໄກ​ອາຊຽນບວກ​ສາມຕໍ່ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມສັນຕິ​ພາບ, ສະຖຽນລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກພື້ນ ​ແລະ ​ເປັນກົນ​ໄກ​ຂັບ​ເຄື່ອນ​ການ​ເຕີບໂຕທາງດ້ານເສດຖະກິດຢູ່​ອາຊີ​ຕາ​ເວັນ​ອອກ. ພ້ອມນັ້ນ, ກໍ​ໄດ້​ຊຸກຍູ້​ໃຫ້​​ເຈົ້າໜ້າທີ່​ກ່ຽວຂ້ອງ​ສືບຕໍ່ຈັດຕັ້ງປະຕິບັດ​ແຜນ​ວຽກ​ໄລຍະ​ປີ 2013-2017 ​ໃຫ້​ມີປະສິດທິ​ຜົນ​ສູງ ແນ​ໃສ່​ເສີມຂະຫຍາຍການຮ່ວມ​ມື​ອາຊຽນບວກ​ສາມ​ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.

 

ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 6 ໄດ້ສະແດງຍິນ​ດີ​ຕໍ່ຜົນສຳເລັດຂອງຂອບການຮ່ວມມື ອີເອເອສ ຕະລອດ​ໄລຍະ 10 ປີ ຜ່ານມາ ​ໂດຍ​ສະ​ເພາະ​ແມ່ນອີເອເອສ​ເປັນ​ກົນ​ໄກ​ທີ່​ມີ​ລັກສະນະ​ພິ​ເສດ ​ກໍຄື​ເປັນ​ເວທີ​ປຶກສາ​ຫາລື​ຂອງ​ຜູ້ນຳ (Leaders-led Forum) ທີ່ໄດ້​ເຕົ້າ​ໂຮມ​ບັນດາຜູ້ນຳ​ຢູ່​ພາກພື້ນອາຊີ-ປາຊີ​ຟິກ ​ແລະ ອາຊີ​ຕາ​ເວັນ​ອອກ ​​ເພື່ອ​ມາປຶກສາ​ຫາລື​ ກ່ຽວກັບບັນຫາ​ຍຸດ​ທະ​ສາດ, ການ​ເມືອງ ​ແລະ ​ເສດຖະກິດ​​ ທີ່​ມີຄວາມ​ສຳຄັນ ​ແນ​ໃສ່​ສົ່ງ​ເສີມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ແລະ ອຳນວຍ​ຄວາມ​ສະດວກ​​ໃຫ້​ແກ່ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ, ​ເຊິ່ງທັງໝົດນີ້​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມ​ສົນ​ບູນພູນ​ສຸກ​ຢູ່​ພາກພື້ນອາຊີ​ຕາ​ເວັນ​ອອກ. ບັນດາລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດ ອີເອເອສ ​ຍັງໄດ້ປຶກສາຫາລືກ່ຽວກັບຖະແຫຼງການ ກົວລາລຳເປີ ວ່າດ້ວຍການສ້າງຕັ້ງ ອີເອເອສ ຄົບຮອບ 10 ປີ ແລະ ຊຸກຍູ້​ການຈັດຕັ້ງປະຕິບັດກິດຈະກຳຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຄື: ການເງິນ, ພະລັງງານ ແລະ ສິ່ງແວດລ້ອມ, ການສຶກສາ, ບັນຫາສຸຂະພາບ ແລະ ພະຍາດລະບາດ, ການຄຸ້ມຄອງໄພພິບັດ, ແລະ ການເຊື່ອມຈອດອາຊຽນ. ​ໃນ​ໂອກາດ​ນີ້, ກອງ​ປະຊຸມ ຍັງ​ໄດ້​​ແລກປ່ຽນຄວາມ​ຄິດ​ເຫັນ ກ່ຽວກັບ​ບັນຫາ​ພາກພື້ນ ​ແລະ ສາກົນ​ທີ່​ພົ້ນ​ເດັ່ນ​ ໂດຍສະເພາະແມ່ນ ການ​ກໍ່​ຄວາມ​ບໍ່ສະຫງົບຂອງ​ລັດທິ​ຫົວ​ຮຸນ​ແຮງ ​ແລະ ການກໍ່​ການ​ຮ້າຍ ຢູ່ ອີຣັກ, ຊີຣີ, ຝຣັ່ງ ແລະ ພາກພື້ນອື່ນໆຂອງໂລກ ​​​ລວມທັງ​ບັນຫາອື່ນໆທີ່ມີຄວາມສົນໃຈຮ່ວມກັນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480398
ມື້ນີ້56
ມື້ວານ172
ອາທິດນີ້796
ເດືອນນີ້6629