ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສະຫລຸບຕີລາຄາ-ຖອດຖອນບົດຮຽນ ກ່ຽວກັບ ການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ

AMM SLX MOFA1 AMM SLX MOFA2

 

ໃນຕອນບ່າຍຂອງວັນທີ 01 ສິງຫາ 2016, ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມສະຫລຸບຕີລາຄາຄືນ ຜົນການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ໃນວັນທີ 21-26 ກໍລະກົດ 2016 ແລະ ກະກຽມການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ື່ນໆ ໃນວັນທີ 06-08 ກັນຍາ 2016. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍການເຂົ້າຮ່ວມຂອງ 13 ຫົວໜ້າອະນຸກຳມະການທີ່ຮັບຜິດຊອບວຽກງານສະເພາະ ເພື່ອກະກຽມ, ດຳເນີນການເປັນເຈົ້າພາບ ແລະ ປະທານອາຊຽນ ໃນປີ 2016, ບັນດາຫົວໜ້າກົມ ແລະ ບັນດາພະນັກງານຈາກບັນດາກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫລຸບຕີລາຄາຜົນ ແລະ ຖອດຖອນບົດຮຽນ ຈາກການຈັດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ໃນອາທິດຜ່ານມາ ໂດຍສະເພາະຜົນສຳເລັດທີ່ຈະໄດ້ສືບຕໍ່ ແລະ ສິ່ງທ້າທາຍຕ່າງໆທີ່ຈະໄດ້ປັບປຸງ ແລະ ແກ້ໄຂ, ຊຶ່ງເປັນພື້ນຖານອັນສຳຄັນເພື່ອໜູນໃຊ້ເຂົ້າໃນການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນວັນທີ 06-08 ກັນຍາ 2016, ທີ່ ນະຄອນຫລວງວຽງຈັນ.

 

ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການປຶກສາຫາລືກັນແບບກົງໄປກົງມາຢ່າງສ້າງສັນ, ແຕ່ລະອະນຸກຳມະການ ມີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນເອງຢ່າງສູງ, ທຸກພາກສ່ວນມີຄວາມກຽມພ້ອມຮັບໃຊ້ ແລະ ປະກອບສ່ວນການເປັນເຈົ້າພາບ ແລະ ປະທານຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ໂດຍສະເພາະດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການບິນພົນລະເຮືອນ, ພະລາທິການ, ພິທີການ ແລະ ອື່ນໆ. ປະທານກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາອະນຸກຳມະການ ເອົາໃຈໃສ່ສືບຕໍ່ຮັກສາມູນເຊື້ອຜົນສຳເລັດ ຈາກການເປັນເຈົ້າພາບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ປັບປຸງຂໍ້ຄົງຄ້າງ, ໄດ້ຊຸກຍູ້ໃຫ້ທຸກພາກສ່ວນກະກຽມໜ້າວຽກຂອງຕົນ ເພື່ອໃຫ້ເປັນແຜນວຽກລະອຽດ ເພື່ອສະດວກໃນການຕິດຕາມຄວາມຄືບໜ້າຂອງແຕ່ລະໜ້າວຽກ ພ້ອມທັງລາຍງານຄວາມຄືບໜ້າໃຫ້ຄະນະກຳມະການຊີ້ນຳລະດັບຊາດຊາບ ຢ່າງເປັນປົກກະຕິ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480325
ມື້ນີ້155
ມື້ວານ157
ອາທິດນີ້723
ເດືອນນີ້6556