ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຈີນ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

H.E.china1

H.E.china2H.E.china3H.E.china4

 

ຕອບສະໜອງຕາມຄຳເຊີນຂອງ ທ່ານ ຫວາງ ອີ້,ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ; ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ໃນວັນທີ 2-4 ສິງຫາ 2016 ນີ້ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນວັນທີ3 ສິງຫາ 2016 ນີ້,ທີ່ ເຮືອນຮັບແຂກຂອງລັດຖະບານຈີນ, ນະຄອນຫຼວງປັກກິ່ງ, ສປ ຈີນ ໄດ້ມີການພົບປະສອງຝ່າຍຂຶ້ນຢ່າງເປັນທາງການ ລະຫວ່າງ ທ່ານ ຫວາງ ອີ້, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ໃນໄລຍະຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກງານຕົວຈິງຫຼາຍດ້ານ, ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໂດຍສະເພາະແມ່ນການຢ້ຽມຢາມຢ່າງເປັນທາງການທີ່ ສປ ຈີນ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ບັນຍັງ ວໍລະຈິດ ໃນຫວ່າງບໍ່ດົນມານີ້; ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ຮ່ວມກັນໃນການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ, ຊຶ່ງໃນປີຜ່ານມາມູນຄ່າການຄ້າສອງຝ່າຍ ໄດ້ບັນລຸເຖິງ 3 ຕື້ກວ່າ ໂດລາ ສະຫະລັດ, ການລົງທຶນຂອງບັນດາວິສາຫະກິດຂອງຈີນ ຢູ່ ລາວ ຈັດຢູ່ໃນອັນດັບ 1 ລວມມີ 760 ໂຄງການ, ລວມມູນຄ່າ 6 ຕື້ກວ່າ ໂດລາສະຫະລັດ, ຈຳນວນນັກທ່ອງທ່ຽວຈີນ ເຂົ້າມາ ສປປ ລາວ ຫຼາຍກວ່າ 1 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວລາວ ກໍ່ເຂົ້າມາຈີນ ຫຼາຍຂຶ້ນ. ໃນນີ້, ໂຄງການຮ່ວມມືທີ່ພົ້ນເດັ່ນ ແມ່ນຜົນສຳເລັດຂອງການສົ່ງດາວທຽມລາວດວງທຳອິດ ຂຶ້ນສູ່ວົງໂຄຈອນ ແລະ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ; ສອງຝ່າຍເຫັນດີຈະຈັດກິດຈະກຳຕ່າງໆຮ່ວມກັນ ຢ່າງເປັນຂະບວນຟົດຟື້ນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 55 ປີ ໃນປີ 2016 ນີ້ ໃຫ້ມີຄວາມໝາຍສຳຄັນ ແລະ ມີຜົນສຳເລັດດີ; ເຫັນດີຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຈີນ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາແຜນວຽກຕ່າງໆຮ່ວມກັນ ໂດຍສະເພາະແມ່ນການຮ່ວມມືກັນຄົ້ນຄວ້າ ເພື່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ຂອງລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 13 ຂອງຈີນ ເຊື່ອມເຂົ້າກັນ ໂດຍປິ່ນອ້ອມຍຸດທະສາດ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຂອງຈີນວາງອອກ ກັບນະໂຍບາຍຫັນປະເທດລາວ ຈາກ ປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນ ປະເທດເຊື່ອມຈອດ.

ສປປ ລາວ ຍິນດີຕ້ອນຮັບການນຳຂັ້ນສູງຂອງຈີນ ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງອື່ນໆຢູ່ ສປປ ລາວ, ສປ ຈີນ ກໍຍິນດີຕ້ອນຮັັບການນຳຂັ້ນສູງຂອງ ສປປ ລາວ ເດີນທາງເຂົ້າມາຮ່ວມກອງປະຊຸມ ຈີ-20 ແລະ ຢ້ຽມຢາມຢູ່ ສປ ຈີນ; ສອງຝ່າຍຈະຮ່ວມມືກັນຢ່າງໃກ້ຊິດໃນການແກ້ໄຂບັນຫາການລັກລອບຄ້າຂາຍຢາເສບຕິດ, ການເຂົ້າອອກເມືອງແບບຜິດກົດໝາຍ ແລະ ບັນຫາການຄ້າມະນຸດ.

ນອກຈາກນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ໄດ້ມີຄວາມຄືບໜ້າຢ່າງຫຼວງຫຼາຍ ພາຍຫຼັງທີ່ໄດ້ສ້າງຕັ້ງຂຶ້ນມາພຽງ 1 ປີ; ຊົມເຊີຍການຮ່ວມມືຂອງ ອາຊຽນ-ຈີນ ຕະຫຼອດໄລຍະຜ່ານມາ ແລະ ໃນມໍ່ໆນີ້ຈະມີກອງປະຊຸມສຸດຍອດສະເຫຼີມສະຫຼອງການຮ່ວມມື ອາຊຽນ-ຈີນ ຄົບຮອບ 25 ປີ ທີ່ນະຄອນຫຼວງວຽງຈັນ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ຢາງ ເຈ້ຍ ສື, ທີ່ປຶກສາແຫ່ງລັດ ສປ ຈີນ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີຕ່າງປະເທດລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່​ໄດ້​ໃຫ້ການ​ສະໜັບສະໜູນຊ່ວຍ​ເຫຼືອ ສປປ ລາວ ໃນດ້ານຕ່າງໆ​ຕະຫລອດມາ ໂດຍສະເພາະການສະໜັບສະໜູນການເປັນປະເທດປະທານອາຊຽນຂອງ ສປປ ລາວ ໃນປີ 2016 ນີ້; ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ ຈະ​ພະຍາຍາມຮ່ວມ​ກັບ​ຝ່າຍຈີນ ​ເພື່ອພ້ອມກັນປົກ​ປັກ​ຮັກສາ ແລະ ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ໃຫ້​ນັບ​ມື້​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ເຂົ້າ​ສູ່​ລວງ​ເລິກ​ຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນໃນ​ທຸກ​ຂົງ​ເຂດ​ວຽກ​ງານ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ຊາດ, ເພື່ອ​​ສັນຕິພາບ, ການຮ່ວມມື​ ແລະ ການພັດທະນາ ໃນ​ພາກ​ພື້ນ ແລະ ໃນ​ໂລກ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້​ນຳເອົາຄວາມຢື້​ຢາ​ມຖາມ​ຂ່າວຈາກການນຳຂັ້ນສູງຂອງລາວ ເຖິງຄູ່ຮ່ວມຕຳແໜ່ງຝ່າຍຈີນ.

ນອກຈາກນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມທ່ຽວຊົມ ບາງເຂດທ່ອງທ່ຽວ ແລະ ສະຖານທີ່ທາງວັດທະນະທຳຂອງ ສປ ຈີນ ຕື່ມອີກ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480278
ມື້ນີ້108
ມື້ວານ157
ອາທິດນີ້676
ເດືອນນີ້6509