ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດແຫ່ງສປປ ລາວ ຢ້ຽມຢາມ ສສ ມຽນມາຢ່າງເປັນທາງການ

pre v mynmar

    ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຕິນ ຈໍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ​ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ ໄດ້ເດີນທາງຢ້ຽມ ຢາມທາງລັດຖະກິດ ທີ່ ສາທາລະນະລັດ ສະຫະພາບ ມຽນມາ ໃນວັນທີ 5 ສິງຫາ 2016.

​    ໃນ​ຕອນ​ເຊົ້າ​ວັນ​ທີ 5 ສິງຫາ 2016, ຢູ່ທຳນຽບປະທານາທິບໍດີ ​ແຫ່ງ ສສ ມຽນມາ, ທ່ານ ຕິນ ຈໍ ໄດ້ຈັດພິທີຕ້ອນຮັບ ​ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ ​ຢ່າງເປັນທາງການ. ພິທີຕ້ອນຮັບໄດ້ຈັດຂຶ້ນ​ຢ່າງສົມກຽດ ແລະ ໃນເວລາຕໍ່ມາ ໄດ້​ມີ​ກອງ​ປະຊຸມ ພົບປະສອງຝ່າຍ ລະຫວ່າງ ທ່ານ ບຸນຍັງ ວໍລະຈິດ, ປະທານ​ປະ​ເທດ​ ແຫ່ງສປປ ລາວ ພ້ອມດ້ວຍຄະນະ ແລະ ທ່ານ ຕິນ  ຈໍ, ປະທານາທິບໍດີແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ.

ທັງສອງ​ຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃນໄລຍະຜ່ານມາ, ພ້ອມກັນນັ້ນ ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດ ຄວາມເຫັນຮ່ວມກັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ​ໄດ້ຕົກລົງເຫັນດີ ຜັນຂະຫຍາຍຜົນການຕົກລົງ ຂອງຄະນະກຳມາທິການຮ່ວມມື ລາວ-ມຽນມາ ຄັ້ງທີ 11 ແລະ ຜົນການຕົກລົງຂອງສອງປະມຸກລັດ ໃນໂອກາດ ຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງທ່ານ ປະທານາທິບໍດີ ມຽນມາ ໃນເດືອນພຶດສະພາ ທີ່ຜ່ານມາໃຫ້ເປັນຮູບປະທໍາ ​ແລະ ຊອກຊ່ອງທາງຮ່ວມກັນ ໃນການສົ່ງເສີມການຄ້າ, ການລົງທຶນ, ການສຶກສາ, ການທ່ອງ ​ທ່ຽວ ແລະ ຟື້ນຟູຄືນການເປີດສາຍການບິນໂດຍກົງ ລະຫວ່າງ ວຽງຈັນ-ຢາງກຸ້ງ ຫລື ຫລວງພະບາງ-ບາການ ກໍຄືການພົວພັນຮ່ວມມື ລະຫວ່າງ ສອງປະເທດທັງ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ນັບມື້ນັບກວ້າງຂວາງ ແລະ ເກີດດອກອອກຜົນຍິ່ງໆ ຂຶ້ນບົນພື້ນຖານ ສອງຝ່າຍຕ່າງມີຜົນປະໂຫຍດ. ພາຍຫລັງການພົບປະສອງຝ່າຍແລ້ວ ການນໍາທັງສອງກໍໄດ້ເປັນສັກຂີພິຍານ ພິທີລົງນາມສັນຍາ ການຄຸ້ມຄອງ ຂົວມິດຕະພາບ ລາວ-ມຽນມາ ເຊິ່ງຈະໄດ້ນຳໃຊ້ ໃນເວລາອັນໃກ້ໆນີ້ ຕາງໜ້າລັດຖະບານລາວ ລົງນາມໂດຍທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາງໜ້າລັດຖະບານມຽນມາ ລົງນາມ ໂດຍທ່ານນາງ ອອງຊານ ຊູຈີ ລັດຖະມົນຕີ ກະຊວງການຕ່າງ ປະເທດ ແຫ່ງ ສສ ມຽນມາ. ຈາກ​ນັ້ນ, ທ່ານ ບຸນ​ຍັງ ວໍລະຈິດ ​ກໍໄດ້ພົບ​ປະ​ກັບ​ທ່ານ ມານ ວິນ ຄາຍ ຕານ, ປະທານ ​ລັດຖະສະພາ ​ແລະ ສະພາ​ສູງ ​ແຫ່ງ ສສ ມຽນມາ ທີ່ ລັດຖະສະພາ​ແຫ່ງ​ຊາດ, ເຊິ່ງທ່ານ ມານ ວິນ ຄາຍ ຕານ ໄດ້ສະແດງ ຄວາມຍິນດີ ຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ທາງລັດຖະກິດ ຢູ່ ສສ ມຽນມາ ຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ, ເຊິ່ງເປັນການປະກອບສ່ວນສໍາຄັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ຍາວນານ ແລະ ການຮ່ວມມື ລະຫວ່າງ ລາວ-ມຽນມາ ໃຫ້ນັບມື້ ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານປະທານລັດຖະສະພາ ທີ່ໄດ້ໃຫ້ການຕ້ອນຮັບ ໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຍາວນານ ແລະ ການຮ່ວມມື ລະຫວ່າງ ສອງປະເທດລາວ-ມຽນມາ ຈະນັບມື້ນັບຂະຫຍາຍຕົວບໍ່ຢຸດຢັ້ງ.

ໃນ​ວັນ​ດຽວ​ກັນ, ທ່ານ ຕິນ ຈໍ, ປະທານປະເທດ ແຫ່ງ ສສ ມຽນມາ ພ້ອມດ້ວຍພັນລະຍາ ໄດ້ເປັນກຽດເປັນເຈົ້າພາບ ຈັດງານລ້ຽງອາຫານທ່ຽງ ຢູ່ທໍານຽບປະທານປະເທດ ເພື່ອຕ້ອນຮັບທ່ານ ບຸນຍັງ ວໍລະຈິດ, ປະທານ​ປະ​ເທດ ແຫ່ງ ສປປ ລາວ ພ້ອມ ​ດ້ວຍພັນລະຍາ ແລະ ​ຄະນະ. ນອກຈາກ​ນັ້ນ, ທ່ານປະທານປະເທດ ພ້ອມດ້ວຍຄະນະ ກໍໄດ້​ຢ້ຽມຢາມ​ສະຖານ​ທີ່​ທ່ອງ​ທ່ຽວ ສໍາຄັນ​ທາງວັດທະນະທຳ ຄື: ວັດອຸປາສັນຕິ ເຊິ່ງເປັນວັດສັກສິດແຫ່ງໜຶ່ງຂອງຊາວມຽນມາ ແລະ ສະຖານທີ່ລ້ຽງຊ້າງເຜຶອກ  ຂອງ ສສ ມຽນມາ ກ່ອນເດີນທາງກັບຄືນປະເທດ ໃນຕອນແລງວັນດຽວກັນ ດ້ວຍຄວາມສະຫວັດດີພາບ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480224
ມື້ນີ້54
ມື້ວານ157
ອາທິດນີ້622
ເດືອນນີ້6455