ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫລີມສະຫລອງວັນຄົບຮອບ 49 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ 19 ປີ ສປປ ລາວ ເຂົ້າອາຊຽນ

ASEANDAY1 ASEANDAY2

ໃນຕອນເຊົ້າ ຂອງ ວັນທີ 6 ສິງຫາ 2016, ທີ່ ປະຕູໄຊ, ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ,​ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດເປັນປະທານ ໃນພິທີຍ່າງເພື່ອສຸຂະພາບ ໂດຍເລີ່ມແຕ່ ປະຕູໄຊ ເຖິງ ຫໍຄໍາ ແລະ ກັບຄືນຫາປະຕູໄຊ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 49 ປີ (8/8/1967-8/8/2016) ແລະ ສປປ ລາວ ເຂົ້າອາຊຽນ ຄົບຮອບ 19 ປີ (23/7/1997-23/7/2016).

ເປັນກຽດເຂົ້າຮ່ວມໃນພິທີຍ່າງເພື່ອສຸຂະພາບຄັ້ງນີ້ມີ ທ່ານ ເລ ເລືອງ ມິງ, ເລຂາທິການໃຫຍ່ອາຊຽນ; ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານລັດຖະກອນຈາກບັນດາຈຸດປະສານງານອາຊຽນ, ອົງການທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນ ພ້ອມທັງບັນດາທູຕານຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ປະຊາຊົນ ຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ໃນພິທີເປີດ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຢໍ້າເຖິງຄວາມຫມາຍອັນສໍາຄັນຂອງ ວັນອາຊຽນ” ສໍາລັບປະຊາຊົນບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ແລະ ວັນຄົບຮອບ 19 ປີ ທີ່ ສປປ ລາວ ເຂົ້າອາຊຽນ ຊຶ່ງມີຄວາມຫມາຍສໍາຄັນສໍາລັບປວງຊົນລາວທັງຊາດ. ປີນີ້ ເປັນປີສໍາຄັນ ເພາະເປັນປີທໍາອິດຂອງການເປັນປະຊາຄົມອາຊຽນ ແລະ ສປປ ລາວ ໃນນາມປະທານອາຊຽນ ຈະຕ້ອງໄດ້ເປັນເຈົ້າການນໍາພາການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນປີ 2025 ແລະ ບັນດາແຜນແມ່ນບົດພາຍໃຕ້ຄຳຂວັນ “ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ແນໃສ່ຮັດແຫນ້ນປະຊາຄົມອາຊຽນໃຫ້ນັບມື້ນັບເຂັ້ມແຂງ ແລະ ສົ່ງເສີມບົດບາດຂອງອາຊຽນໃຫ້ພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ບັນດາທູຕານຸທູດຂອງປະເທດສະມາຊິກອາຊຽນ, ຄູ່ເຈລະຈາ, ປະເທດເພື່ອນມິດ ແລະ ບັນດາອົງການຈັດຕັ້ງສາກົນ ທີ່ໃຫ້ການສະຫນັບສະຫນູນ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໂດຍສະເພາະ ຜົນສໍາເລັດຂອງການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆ ທີ່ກ່ຽວຂ້ອງ.

ການຈັດກິດຈະກໍາດັ່ງກ່າວ ຍັງເປັນການສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຂອງປວງຊົນລາວ ກ່ຽວກັບປະຊາຄົມອາຊຽນ ທີ່ປະກອບດ້ວຍ 3 ເສົາຄໍ້າ ຄື: ປະຊາຄົມການເມືອງ-ຄວາມຫມັ້ນອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ແລະ ລະດົມໃຫ້ປະຊາຊົນຊາວນະຄອນຫລວງວຽງຈັນ ກໍຄືປະຊາຊົນລາວທຸກຖ້ວນຫນ້າ ພ້ອມກັນສືບຕໍ່ປະກອບສ່ວນ ຕາມພາລະຫນ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອເປັນເຈົ້າພາບທີ່ດີ ແລະ ເຮັດໃຫ້ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ນີ້ ໄດ້ຮັບຜົນສໍາເລັດ ແລະ ມີປະສິດທິພາບຢ່າງຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480387
ມື້ນີ້45
ມື້ວານ172
ອາທິດນີ້785
ເດືອນນີ້6618