ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຄົບຮອບ 49 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 19 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

Sarn SLX 1

ສານຂອງ​ ​ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ, ໃນໂອກາດວັນຄົບຮອບ 49 ປີ ​​ແຫ່ງການສ້າງຕັ້ງອາຊຽນ

ແລະຄົບຮອບ 19 ປີ ສປປ ລາວເຂົ້າເປັນສະມາຊິກ​​ອາຊຽນ

---------------------

-        ຮຽນບັນດາທ່ານ ຜູ້ນໍາ ພັກ-ລັດ,

-        ພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ພີ່ນ້ອງ​​ ທີ່ຮັກແພງທັງຫຼາຍ,

ເນື່ອງໃນໂອກາດ ຄົບຮອບ 49 ປີ ແຫ່ງການສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ (8 ສິງຫາ 1967 - 8 ສິງຫາ 2016) ແລະ ຄົບຮອບ 19ປີ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າອາຊຽນ (23 ກໍລະກົດ 1997 - 23 ກໍລະກົດ 2016), ຂ້າພະເຈົ້າ ຕາງຫນ້າ ລັດຖະບານ ແຫ່ງ ສປປ ລາວ ຂໍສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວອັນອົບອຸ່ນ ມາຍັງບັນດາທ່ານ ຜູ້ນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດແລະພີ່ນ້ອງຊາວລາວທຸກຖ້ວນໜ້າທັງ ພາຍໃນ ແລະ ຕ່າງປະເທດ, ກໍ​ຄືຊາວຕ່າງປະ​ເທດ ທີ່ເຮັດວຽກ ແລະ ດໍາລົງຊີວິດຢູ່ ສປປ ລາວ.

ບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງ​​ ທີ່ຮັກແພງທັງຫຼາຍ,

ອາຊຽນ ​ເປັນ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ລະຫວ່າງ​ ລັດຖະບານ ທີ່ໄດ້ຜ່ານວິວັດທະນາການທີ່ຍາວນານ, ຜ່ານການທົດສອບຕ່າງໆນາໆ ແລະ ມີຜົນສໍາເລັດເທື່ອລະກ້າວ ໃນໄລຍະ 5 ທົດສະຫວັດ ທີ່ຜ່ານມາ, ອັນໄດ້ເຮັດໃຫ້ ອາຊຽນ ເປັນພາກພື້ນ ທີ່ມີສັນຕິພາບ, ສະຖຽນລະພາບ, ເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ປະຊາຊົນກໍໄປມາຫາສູ່ກັນຫລາຍຂຶ້ນ ຈົນສາມາດປະກາດສ້າງຕັ້ງເປັນປະຊາຄົມອາຊຽນ ໃນວັນທີ 31 ທັນວາ 2015 ຊຶ່ງເປັນຂີດຫມາຍປະຫວັດສາດທີ່ສໍາຄັນຂອງອາຊຽນ.

ປະຊາຄົມອາຊຽນ ເປັນປະຊາຄົມແຫ່ງກາລະໂອກາດ ບໍ່ສະເພາະແຕ່ ສໍາລັບປະຊາຊົນອາຊຽນ 620 ລ້ານກວ່າຄົນ ເທົ່ານັ້ນ, ແຕ່ຍັງເປັນກາລະໂອກາດ ສໍາລັບປະເທດຕ່າງໆນອກພາກພື້ນອີກດ້ວຍ. ອາຊຽນ ເປັນຕະຫລາດ ແລະ ຖານການຜະລິດຫນຶ່ງດຽວ ທີ່ມີຍອດຜະລິດຕະພັນພາຍ​ໃນ 2,43 ພັນຕື້​ ໂດ​ລາສະຫະລັດ ໃນປີ 2015, ເປັນເສດຖະກິດໃຫຍ່ອັນດັບ 6 ຂອງໂລກ. ຄາດວ່າໃນຕໍ່ໜ້າ ເສດຖະກິດຂອງອາຊຽນ ຈະເຕີບໂຕໃນຈັງຫວະ 7% ຕໍ່ປີ ຊຶ່ງລວມຍອດຜະລິດຕະພັນພາຍໃນ ຈະບັນລຸ 4,7 ພັນຕື້ ໂດລາສະຫະລັດ ໃນປີ 2020 ຊຶ່ງມີຄວາມເປັນໄປໄດ້ ທີ່ຈະກາຍເປັນ ເສດຖະກິດ ໃຫຍ່ອັນດັບ 4 ຂອງໂລກ ໃນປີ 2030. ອາຊຽນ ເປັນພາກສ່ວນທີ່ສໍາຄັນ ແລະ ທັງເປັນແກນກາງຂອງໂຄງສ້າງພາກພື້ນທີ່ພວມຜັນແປໄປ ຢ່າງສະຫຼັບຊັບຊ້ອນ. ນອກ​ນັ້ນ, ອາຊຽນ ຍັງ​ເປັນ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ ລະຫວ່າງ ​ລັດຖະບານ ​ທີ່ມີລັກສະນະສະເພາະ ໂດຍມີ 10 ປະ​ເທດ​ສະມາຊິກ ທີ່ມີຄວາມຫລາກຫລາຍດ້ານ​ວັດທະນະທຳ, ສາດສະໜາ, ພາສາ ແລະ ອື່ນໆ, ແຕ່ຮ່ວມມືກັນພາຍໃຕ້​ປະຊາ​ຄົມ​ອາຊຽນ. ສປປ ລາວ ມີ​ຄວາມ​ພາກພູມ​ໃຈຢ່າງຍິ່ງ ​ທີ່​ເປັນສ່ວນໜຶ່ງຂອງ​ປະຊາ​ຄົມ​ອາຊຽນນີ້.

ຜົນສໍາເລັດຕ່າງໆທີ່ອາຊຽນ ຍາດມາໄດ້ ແມ່ນຫມາກຜົນ​ແຫ່ງ​ການ​ຮ່ວມ​ມື​ກັນ​ພາຍ​ໃນ​ອາ​ຊຽນ ​ແລະ ລະຫວ່າງ​ ອາ​ຊຽນກັບ​ຄູ່​ຮ່ວມ​ມື​ພາຍ​ນອກ ໂດຍຜ່ານກົນໄກທີ່ອາຊຽນລິເລີ່ມຂຶ້ນ ​ຕາມວິຖີທາງອາຊຽນ ແລະ ​ສອດ​ຄ່ອງ​ກັບ​ຈຸດ​ພິ​ເສດ ​ແລະ ລັກສະນະສະເພາະ​ຂອງ​ພາກພື້ນອາ​ຊຽນ. ເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ, ອາຊຽນຈະສືບຕໍ່ດໍາເນີນບົນຈິດໃຈນີ້ຕໍ່ໄປ.

ພໍ່ແມ່ພີ່ນ້ອງ​​ ທີ່ຮັກແພງ ທັງຫຼາຍ,

ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ເປັນ​ຂະ​ບວນການ​ທີ່​​ດໍາ​ເນີນ​ຕໍ່​ໄປ ຢ່າງບໍ່ຢຸດຢັ້ງ. ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 27 ໃນທ້າຍປີ 2015 ທີ່ ກົວລາລໍາເປີ ​​ໄດ້ກໍານົດທິດທາງເດີນຂອງອາຊຽນໃນ 10 ປີ ຂ້າງຫນ້າ ໂດຍໄດ້ຮັບຮອງເອົາ​ວິໄສທັດປະຊາ​ຄົມອາ​ຊຽນ 2025 ແລະ 3 ແຜນແມ່ບົດຄື: ແຜນແມ່ບົດ ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ ແລະ ແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ​ແນໃສ່​ສືບ​ຕໍ່​ສ້າງ​ປະຊາ​ຄົມອາ​ຊຽນໃຫ້​ເຂັ້ມ​ແຂງ ​ແລະ ຈະ​ເລີນກ້າວ​ຫນ້າ.

ສປປ ລາວ ຮູ້ສຶກເປັນກຽດຢ່າງສູງ ແລະ ພູມໃຈ ທີ່ໄດ້ຖືກມອບຫມາຍເປັນປະທານອາຊຽນ ເປັນຄັ້ງທີ ສອງ ໃນປີ 2016 ຊຶ່ງເປັນປີທີ່ມີຄວາມໝາຍສຳຄັນ ສຳລັບ ອາຊຽນ ເນື່ອງຈາກວ່າເປັນປີໄຂສັງກາດໃໝ່ຂອງການເປັນປະຊາຄົມອາຊຽນ ແລະ ທັງເປັນປີທໍາອິດຂອງການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2025. ບົນຈິດໃຈດັ່ງກ່າວ, ສປປ ລາວ ຈຶ່ງໄດ້ວາງຄໍາຂວັນ ສໍາລັບການເປັນປະທານວ່າ ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນແລະ ໄດ້ກໍານົດ 8 ບູລິມະສິດ ຄື: 1.) ຜັນຂະຫຍາຍວິ​​​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025; 2.) ຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ; 3.) ອໍານວຍຄວາມສະດວກດ້ານການຄ້າ; 4.) ພັດທະນາວິສາຫະກິດຂະຫນາດນ້ອຍ ແລະ ກາງ; 5.) ພັດທະນາການທ່ອງທ່ຽວ; 6.) ຮັດແໜ້ນການເຊື່ອມຈອດອາຊຽນ; 7.) ຫັນປ່ຽນຈາກການ​ຈ້າງ​ງານ​ນອກ​ລະບົບ​ໄປ​ສູ່​ການ​ຈ້າງ​ງານ​ໃນ​ລະບົບ ​ເພື່ອ​ກ້າວ​ໄປ​ສູ່​ການສົ່ງເສີມວຽກທີ່ຖືກຕ້ອງ ແລະ ເປັນທຳໃນອາຊຽນ ແລະ 8.) ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານມໍລະດົກວັດທະນະທຳອາຊຽນ.

ການເປັນປະທານອາຊຽນຂອງ ສປປ ລາວ ໄດ້ດໍາເນີນມາແລ້ວ 7 ເດືອນ. ພວກເຮົາໄດ້ສຳເລັດການເປັນເຈົ້າພາບ ແລະ ປະທານກອງປະຊຸມໃນລະດັບຕ່າງໆ ທີ່ສຳຄັນ ເຊັ່ນ: ກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 15, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 10, ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 24 ແລະ ກອງປະຊຸມອື່ນໆ.

ການຈັດຕັ້ງປະຕິບັດ 8 ບູລິມະສິດ ມີຄວາມຄືບໜ້າດີ ໂດຍໄດ້ສໍາເລັດບາງເອກະສານເຊັ່ນ: ຖະແຫຼງການວຽງຈັນ ວ່າດ້ວຍ ການຫັນປ່ຽນຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ຖືກຕ້ອງ ແລະ ເປັນທຳໃນອາຊຽນ. ສ່ວນເອກະສານອື່ນໆ ກໍພວມຢູ່ໃນຂັັ້ນຕອນສຸດທ້າຍຂອງການຮ່າງ ເຊັ່ນ: ແຜນງານ ສໍາລັບຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3, ແຜນແມ່ບົດການເຊື່ອມຈອດອາຊຽນ 2025, ຖະແຫລງການວຽງຈັນ ວ່າດ້ວຍ ການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານມໍລະດົກວັດທະນະທຳອາຊຽນ, ຂອບວຽກການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ, ຂອບວຽກ ກ່ຽວກັບ ການເຂົ້າເຖິງແຫຼ່ງທຶນຂອງທຸລະກິດຂະໜາດນ້ອຍ ແລະ ກາງ, ການປັບປຸງສະພາບແວດລ້ອມໃນການສ້າງຕັ້ງ ແລະ ດໍາເນີນທຸລະກິດ    ສໍາລັບ ທຸລະກິດຂະໜາດນ້ອຍ ແລະ ກາງ, ຖະແຫຼງການ ວ່າດ້ວຍ ການສົ່ງເສີມການຮ່ວມມືເພື່ອການພັດທະນາແບບຍືນຍົງ ແລະ ຖະແຫຼງການວຽງຈັນ ວ່າດ້ວຍ ການສົ່ງເສີມການຮ່ວມມື ເພື່ອພັດທະນາພື້ນຖານໂຄງລ່າງໃນອາຊີຕາເວັນອອກ ແລະ ອື່ນໆ. ບັນດາເອກະສານເຫລົ່ານັ້ນ ຈະຖືກຮັບຮອງເອົາ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 6-8 ກັນຍາ 2016 ນີ້ ທີ່ນະຄອນຫລວງວຽງຈັນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ ບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ກໍຄືບັນດາຄູ່ຮ່ວມມືພາຍນອກ ແລະ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໄດ້ໃຫ້ການຮ່ວມ​ມື, ຊ່ວຍ​ເຫລືອ ​ແລະ ສະຫນັບສະຫນູນ ສປປ ລາວ ໃນການເປັນປະທານອາຊຽນ ຕະຫລອດ 7 ເດືອນ ທີ່ຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ຈະ​ສືບ​ຕໍ່ໄດ້​ຮັບ​ການຮ່ວມ​ມື, ​ຊ່ວຍ​ເຫລືອ ​ແລະ ສະ​ຫນັບ​ສະ​ຫນູນ ຈາກພວກທ່ານ ໂດຍສະເພາະແມ່ນເພື່ອຮັບປະກັນຜົນສໍາເລັດໃນການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ພໍ່ແມ່ພີ່ນ້ອງ​​ ທີ່ຮັກແພງທັງຫຼາຍ,

          ຂ້າພະເຈົ້າ ໃນນາມ ພັກ ແລະ ລັດຖະບານ ຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງ​ຈິງ​ໃຈ ມາຍັງ ພໍ່ແມ່ພີ່ນ້ອງຊາວ​ລາວທຸກຖ້ວນຫນ້າ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການເປັນເຈົ້າພາບກອງປະຊຸມອາຊຽນທີ່ດີ ໄລຍະຜ່ານມາ ກໍຄືການ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ນີ້. ໃນຕົ້ນເດືອນ ກັນຍາ ທີ່ຈະມາເຖິງນີ້, ສປປ ລາວ ຈະໄດ້ເປັນເຈົ້າພາບ ແລະ ປະທານ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມທັງໝົດ 11 ກອງປະຊຸມສຸດຍອດ ໂດຍຈະມີບັນດາຜູ້ນຳ ຈາກ 17 ປະເທດ, ເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ເຂົ້າຮ່ວມ. ໃນໂອກາດນີ້ ຍັງຈະມີການຢ້ຽມຢາມສອງຝ່າຍຂອງປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດຈຳນວນໜຶ່ງ. ຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາຍັງ ພໍ່ແມ່ພີ່ນ້ອງຊາວ​ລາວທີ່ຮັກແພງ ຈົ່ງພ້ອມກັນສືບຕໍ່ປະກອບສ່ວນ ​ຕາມ​ພາລະ​ຫນ້າ​ທີ່​ ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ເພື່ອພ້ອມກັນເປັນເຈົ້າພາບທີ່ດີ ແລະ ຮັບປະກັບຜົນສໍາເລັດຂອງບັນດາກອງປະຊຸມສຸດຍອດດັ່ງກ່າວ ໃນທຸກດ້ານ.

​ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນ​ປະ​ເສີດ ແດ່ບັນດາຜູ້ນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍແລະປວງຊົນລາວທຸກຖ້ວນຫນ້າທັງຢູ່ພາຍໃນແລະຕ່າງປະເທດກໍ​ຄືຊາວຕ່າງປະ​ເທດ ທີ່ເຮັດວຽກ ແລະ ດໍາລົງຊີວິດຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ​​​ທີ່​ຊອບ​ທໍາຂອງຕົນແລະຮ່ວມກັນສະເຫຼີມສະຫຼອງວັນອາຊຽນຄົບຮອບ49ປີແລະວັນເຂົ້າອາຊຽນຂອງສປປລາວຄົບຮອບ 19ປີຢ່າງມ່ວນ​ຊື່ນ ​ແລະ ມີເນື້ອໃນ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນຜົນສໍາເລັດຂອງ​ການ​ເປັນປະທານອາຊຽນໃນປີ 2016 ຂອງ ສປປ ລາວ.

ຂໍຂອບໃຈ.

----------------------

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484496
ມື້ນີ້12
ມື້ວານ188
ອາທິດນີ້934
ເດືອນນີ້3801