ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີໄທ

SLX PMThai1

 

SLX PMThai2

 

ໃນ​ວັນ​ທີ 10 ສິງຫາ 2016, ທີ່ ທໍານຽບລັດຖະບານ ຣາຊະ​ອານາຈັກ​ໄທ, ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ, ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ລາວ ​ເຂົ້າ​ຢ້ຽມຂ່ຳນັບ​ ທ່ານ ພົນ​ເອກ ປຣະຢຸດ ຈັນ​ໂອຊາ, ນາຍົກລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ​ໄທ, ​ໃນ​ໂອກາດ​ເດີນທາງ​ຢ້ຽມຢາມ​ ຣາຊະ​ອານາຈັກ​ໄທ ຢ່າງ​ເປັນ​ທາງ​ການ, ​ໃນລະຫວ່າງ​ວັນ​ທີ 9-10 ສິງຫາ 2016. ​ໃນ​ໂອກາດ​ດັ່ງກ່າວ, ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ ກໍ​ໄດ້​ນຳ​ເອົາ​ຄວາມ​ຢື້ຢາມ​ຖາມ​ຂ່າວຈາກ ​ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ເຖິງ ພະນະ​ທ່ານ ພົນ​ເອກ ປຣະຢຸດ ​ຈັນ​ໂອຊາ;​ ​ໄດ້​​ແຈ້ງ​ຜົນ​ຫຍໍ້ ກ່ຽວກັບ ການ​ພົບ​ປະ​ສອງ​ຝ່າຍ ກັບ​ລັດຖະມົນຕີ​ຕ່າງປະ​ເທດ​ໄທ ແລະ ຈະ​ໃຫ້ການ​ຮ່ວມ​ມື​ຢ່າງ​ໃກ້ຊິດກັບ ລັດຖະມົນຕີ​ຕ່າງປະ​ເທດ​ໄທ ​ໃນ​ການ​ເອົາ​ໃຈ​ໃສ່​ປະຕິບັດ​ພາລະ​ບົດບາດ ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ໃນ​ການ​ຍຸກ​ຊູ້ຕິດຕາມບັນດາ​ຂະ​ແໜງການ​ກ່ຽວຂ້ອງ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ເພື່ອ​ສ້າງ​ໃຫ້ການ​ພົວພັນ​ຮ່ວມ​ມື ລະຫວ່າງ ລາວ-​ໄທ ສາມາດ​ນໍາ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາສູ່​ປະຊາຊົນ​ສອງ​ຊາດ, ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ລັດຖະບານ​ໄທ ທີ່​ໃຫ້ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ເປັນ​ຢ່າງ​ດີ​ແກ່​ການ​​ເປັນ​ເຈົ້າພາບຈັດກອງ​ປະຊຸມ AMM ຄັ້ງທີ 49 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ ນະຄອນຫຫຼວງວຽງຈັນ. ​ຫຼັງຈາກ​ນັ້ນ, ທ່ານ ພົນ​ເອກ ປຣະຢຸດ ຈັນ​ໂອຊາ ກໍ​ໄດ້​ຝາກຄວາມຢື້ຢາມຖາມຂ່າວເຖິງ ພະນະທ່ານ ທອງລຸນ ສີສຸລິດ ແລະ ສະ​ແດງ​ຄວາມ​ຕ້ອນຮັບ ​ແລະ ຊົມ​ເຊີຍຕໍ່ ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ ທີ່​ໄດ້​ນຳພາ​ຄະນະ​ຜູ້​ແທນ​ລາວ ມາ​ຢ້ຽມຢາມ​ໄທ​ໃນ​ຄັ້ງ​ນີ້ ຊຶ່ງເປັນການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ຖານ​ບ້ານ​ໃກ້​ເຮືອນຄຽງທີ່​ດີ ມີ​ມາ​ແຕ່​ດົນ​ນານ ​ແລະ ການ​ຮ່ວມ​ມື​ອັນ​ດີ ລະຫວ່າງ​ສ​ອງປະ​ເທດ ລາວ ​ແລ​ະ ​ໄທ ​ໃຫ້​ແໜ້ນ​ແຟ້ນ ​ແລະ ກວ້າງຂວາງ​ຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485819
ມື້ນີ້118
ມື້ວານ206
ອາທິດນີ້855
ເດືອນນີ້5124