ວັນທີ 11 ສິງຫາ 2016, ທີ່ ກະຊວງການຕ່າງປະເທດໄດ້ຈັດຕັ້ງການເຜີຍແຜ່, ເຊື່ອມຊຶມ ລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ X ແລະ ຂໍ້ກໍານົດຕ່າງໆຂອງກົມການເມືອງສູນກາງພັກ ເພື່ອແນໃສ່ເຮັດໃຫ້ບັນດາສະຫາຍຄະນະພັກ ແລະ ສະມາຊິກພັກພາຍໃນກະຊວງການຕ່າງປະເທດໃຫ້ມີຄວາມໜັກແໜ້ນເຂັ້ມແຂງດ້ານການເມືອງແນວຄິດ, ກໍາໄດ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ X ບັນດາຂໍ້ກໍານົດ, ຄໍາແນະນໍາຂອງສູນກາງພັກ ໃຫ້ປະກົດຜົນເປັນຈິງ. ໂດຍການເປັນປະທານ ແລະ ບັນລະບາຍຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ, ສະມາຊິກພັກ ແລະ ພະນັກງານອາວຸໂສບໍານານ ກະຊວງການຕ່າງປະເທດ ເຂົ້າຮ່ວມ.
ໃນໂອກາດນີ້,ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນບັນດາເນື້ອໃນພື້ນຖານ ກ່ຽວກັບ ການກໍ່ສ້າງພັກ, ວັດຖຸປະສົງຂອງພັກປະຊາຊົນປະຕິວັດລາວ, ພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກ, ລະບຽບການຂະຫຍາຍພັກ, ຫລັກການຈັດຕັ້ງ ແລະ ລະບົບສາຍໃຍການຈັດຕັ້ງຂອງພັກ, ການຈັດຕັ້ງພັກແຕ່ລະຂັ້ນ, ແຕ່ສູນກາງຮອດທ້ອງຖິ່ນ, ບົດບາດການນໍາພາຂອງພັກໃນການຊີ້ນໍາ-ນໍາພາບັນດາອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕິດຕາມກວດກາ, ການຍ້ອງຍໍ ແລະ ວິໄນຂອງພັກ. ພ້ອມດຽວກັນນີ້, ສະຫາຍ ສະເຫລີມໄຊ ກົມມະສິດຍັງ ໄດ້ເຜີຍແຜ່ເອກະສານຄໍາແນະນໍາ ເລກທີ265/ຄຈສພ ລົງວັນທີ 9 ພຶດສະພາ 2016 ກ່ຽວກັບບາງເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ X ແລະ ຂໍ້ກໍານົດຂອງກົມການເມືອງສູນກາງພັກ ເລກທີ52/ກມສພ ລົງວັນທີ 10 ກໍລະກົດ 2001 ວ່າດ້ວຍ ລະບຽບການຄຸ້ມຄອງຍົກຍ້າຍສະມາຊິກພັກ ຕື່ມອີກ.