ໃນວັນທີ 26 ກັນຍາ 2016, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງສະຫາຍ ນາງ ຫງວຽນຖິ ກິມເງິນ, ກໍາມະການກົມການເມືອງສູນກາງພັກ ຄອມມູນິດ ຫວຽດນາມ, ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງ ມາຢ້ຽມຢາມແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 26-27 ກັນຍານີ້.
ໃນໂອກາດດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍ ຍິນດີຕ້ອນຮັບ ແລະຕີລາຄາສູງ ຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ນາງ ຫງວຽນຖິ ກິມເງິນ ພ້ອມດ້ວຍຄະນະ ໃນຄັ້ງນີ້. ເຊິ່ງມີຄວາມໝາຍຄວາມສຳຄັນ ເປັນຢ່າງຍິ່ງ, ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດແລະ ປະຊາຊົນສອງຊາດ ກໍຄືສອງສະພາແຫ່ງຊາດ ລາວ-ຫວຽດນາມໃຫ້ແຕກດອກອອກຜົນ ຈະເລີນງອກງາມ ຍິ່ງຂຶ້ນເລື້ອຍໆ.
ໂອກາດດຽວກັນ, ສະຫາຍນາງ ຫງວຽນຖິ ກິມເງິນ ຕາງໜ້າຄະນະ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ສະຫລະເວລາ ອັນມີຄ່າຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້. ພ້ອມທັງ ໄດ້ແຈ້ງສະພາບຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ໃນການສືບຕໍ່ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ໃນວຽກງານຕ່າງໆ ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມໃຫ້ສະຫາຍປະທານປະເທດ ໄດ້ຮັບຊາບ.
ໃນວັນດຽວກັນ, ສະຫາຍ ນາງ ຫງວຽນຖິ ກິມເງິນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ທອງລຸນ ສີສຸລິດ, ກໍາມະການ ກົມການເມືອງ ສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ຫ້ອງວ່າການລັດຖະບານ ໃນໂອກາດທີ່ໄດ້ເດີນທາງ ມາຢ້ຽມຢາມແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 26-27 ກັນຍາ 2016.