ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປາຖະກະຖາ ວັນການທູດລາວ ຄົບຮອບ 71 ປີ ແລະ ເຜີຍແຜ່ ຜົນສຳເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29

speech 71 1

speech 71 2

ໃນ​ວັນ​ທີ 12 ຕຸລາ 2016, ທີ່ ສະໂມສອນ​ຂອງຄະນະໂຄສະນາ​ອົບຮົມ​ສູນ​ກາງ​ພັກ (ຫຼັກ 6)​​, ໄດ້ມີພິທີ​ປາຖະກະຖາ ​ກ່ຽວກັບວັນສ້າງຕັ້ງ​ການ​ທູດລາວ 12 ຕຸລາ 1945 ຄົບຮອບ 71 ປີ ແລະ ເຜີຍແຜ່ຜົນສຳເລັດການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ​, ​ເຊິ່ງໃຫ້​ກຽດ​ປາຖະກະຖາ​ໂດຍ ​ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ​ໄດ້ມີ​ບັນດາຄະນະ​ພັກ​ກະຊວງ, ພະ​ນັກ​ງານຂັ້ນນໍາອ້ອມ​ຂ້າງ​ສູນ​ກາງ, ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ ​ເຂົ້າ​ຮ່ວມຮັບຟັງ 300 ກວ່າທ່ານ.

ໃນ​ການປະຖະກະຖາຄັ້ງ​ນີ້, ທ່ານ ສະເຫຼີມໄຊ ກົມມະສິດ​ໄດ້​ຍົກ​ໃຫ້​ເຫັນ​ເຖິງປະຫວັດຄວາມເປັນມາຂອງວັນການທູດລາວ ແລະ ຜົນສຳເລັດອັນໃຫຍ່ຫຼວງຂອງວຽກງານການຕ່າງປະເທດ ແລະ ການທູດ ຂອງພັກ ແລະ ລັດ ເຮົາຍາດມາໄດ້ນັ້ນ ແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກເຮົາ, ຍ້ອນການຊີ້ນຳໆພາທີ່ໃກ້ຊິດໂດຍກົງ ຮອບດ້ານຂອງກົມການເມືອງ ໃນແຕ່ລະຍຸກ, ແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມກັນຈັດຕັ້ງປະຕິບັດຂອງຄະນະບໍລິຫານງານສູນກາງພັກ, ລັດຖະບານ ພ້ອມດ້ວຍຄວາມຮັບຜິດຊອບ ແລະ ການຮ່ວມແຮງຮ່ວມໃຈຂອງພະນັກງານ, ທະຫານ, ​ຕຳຫຼວດ ແຕ່ສູນກາງລົງຮອດທ້ອງຖິ່ນ ຕະຫຼອດຮອດນັກທຸລະກິດ, ພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ລວມທັງຄົນລາວຢູ່ຕ່າງປະເທດ. ຜ່ານການເຄື່ອນໄຫວການຕ່າງປະເທດ ແລະ ການທູດນັ້ນ ພວກເຮົາສາມາດຕອບໂຕ້ຖ້ອຍທຳນອງໃສ່ຮ້າຍປ້າຍສີຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ສາມາດປົກປັກຮັກສາອະທິປະໄຕ, ເຂດນ້ຳແດນດິນ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ,​ ສາມາດຊີ້ແຈງອະທິບາຍ,​ ຍາດແຍ່ງຄວາມເປັນໃຈ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນໄດ້ນັບມືນັບຫຼາຍຂຶ້ນ ເຮັດໃຫ້ ສປປ ລາວ ມີຖານະບົດບາດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ອັນໄດ້ສ້າງ​​ເງື່ອນ​ໄຂ​ສະພາບ​ແວດ​ລ້ອມ​ພາຍ​ນອກ ​ທີ່​ເອື້ອ​ອໍານວຍໃຫ້​ແກ່​ການສ້າງສາ​ພັດທະນາ​ປະ​ເທດ​ຊາດ​ ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ, ກ້າວ​ໄປ​ສູ່​ເປົ້າ​ໝາຍ​ໃນ​ການນໍາ​ເອົາ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​​ດ້ອຍ​ພັດທະນາ​ ໃນ​ປີ 2020 ​ແລະ ສ້າງ​ປະ​ເທດ ​ໃຫ້​ເປັນ​ປະ​ເທດ​ທີ່​ມັ່ງ​ຄັ່ງ, ປະຊາຊົນ​ມີ​ຄວາມສຸກ, ສັງຄົມ​ມີ​ຄວາມ​ຍຸຕິ​ທໍາ, ປະຊາທິປະ​ໄຕ​ປອງ​ດອງ ​ແລະ ສີວິ​ໄລ.​ ໂດຍປະຕິບັດຕາມແນວນະ​ໂຍບາຍການຕ່າງປະເທດ ສັນຕິພາບ ​ເອກະລາດ ມິດຕະພາບ ​ແລະ ການ​ຮ່ວມ​ມື ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສປປ ລາວ ໄດ້ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ,​ ຊຶ່ງມາຮອດປັດຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 139 ປະເທດ, ​ມີສະຖານທູດຂອງ ສປປ ລາວ ຢູ່ຕ່າງປະເທດ 26 ແຫ່ງ, ມີ 3 ສຳນັກງານຜູ້ຕ່າງໜ້າຖາວອນ, ກົງສູນໃຫຍ່ 9 ແຫ່ງ ແລະ 1 ຫ້ອງການກົງສູນ.​

ໃນ​ໂອກາດ​ດັ່ງກ່າວ,​ ທ່ານ ສະເຫຼີມໄຊກົມມະສິດ ຍັງໄດ້ເຜີຍແຜ່ ກ່ຽວກັບຜົນສຳເລັດໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ພາຍໃຕ້ຫົວຂໍ້: “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”. ໃນກອງປະຊຸມສຸດຍອດຄັ້ງນີ້ ໄດ້ຮັບຮອງເອົາ ຖະແຫຼງການອາຊຽນ ວ່າດ້ວຍ ອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດ: ອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດໃນພາກພື້ນ ແລະ ນອກພາກພື້ນ” ແລະ ໄດ້ຮັບຮອງເອົາ ເອກະສານ 8 ສະບັບ ເພື່ອຈັດຕັ້ງຜັນຂະຫຍາຍ 8 ບູລິມາສິດ ຂອງການເປັນປະທານອາຊຽນ ໃນປີ 2016 ກໍ່ຄືວິໄສທັດປະຊາຄົມອາຊຽນ 2025, ໃນນັ້ນ, ອັນສຳຄັນແມ່ນຜູ້ນຳໄດ້ຮັບຮອງເອົາ ແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ແຜນງານສຳລັບຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3, ເຊິ່ງ ເອກະສານດັ່ງກ່າວ ເປັນພາກສ່ວນໜຶ່ງຂອງວິໄສທັດປະຊາຄົມອາຊຽນ 2025. ຜ່ານການຈັດກອງປະຊຸມສຸດຍອດ ຄັ້ງທີ 28 ແລະ 29 ແບບຄຽງຄູ່ກັນ ແມ່ນໄດ້ຮັບຜົນດີ, ຊຶ່ງ ສປປ ລາວ ສາມາດຈັດທຸກກອງປະຊຸມ ແລະ ກິດຈະກຳໄດ້ຢ່າງຄົບຖ້ວນ ແລະ ມີປະສິດທິພາບ ຈົນໄດ້ຮັບຄຳຍ້ອງຍໍຊົມເຊີຍຈາກບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືອາຊຽນ, ເຮັດໃຫ້ຖານະບົດບາດທາງການທູດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນສູ່ລະດັບໃໝ່. ນອກຈາກນີ້, ທ່ານລັດຖະມົນຕີຕ່າງປະເທດຍັງໄດ້ຍົກ​ໃຫ້​ເຫັນ​ເຖິງຜົນສຳເລັດຂອງການຢ້ຽມຢາມລັດຖະກິດ ສປປ ລາວ ຢ່າງເປັນທາງການຂອງ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ; ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ປະທານາທິບໍດີ ແຫ່ງ ສ.ເກົາຫຼີ ຊຶ່ງການຢ້ຽມຢາມຂອງທັງສອງປະມຸກລັດນີ້ ຖືເປັນການຢ້ຽມຄັ້ງທຳອິດຂອງການນຳຂັ້ນສູງສຸດຂອງ ອາເມລິກາ ແລະ ສ. ເກົາຫຼີ;ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ,ຊຶ່ງເປັນການເສີມຂະຫຍາຍການພົວພັນຮ່ວມມືທີ່ດີກັບບັນດາປະເທດ​ເພື່ອນ​ມິດ​ກໍ​ຄື​ປະ​ເທດ​ມະຫາອຳນາດໃນໂລກ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484212
ມື້ນີ້189
ມື້ວານ147
ອາທິດນີ້650
ເດືອນນີ້3517