ໃນວັນທີ 14 ຕຸລາ 2016 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ມີກາແອນ ຊັງ, ເລຂາທິການໃຫ່ຍຂອງອົງການຝຣັງໂກໂຟນີສາກົນ (OIF), ໃນໂອກາດມາຢ້ຽມຢາມທາງການ ຕາມການເຊື້ອເຊີນຂອງລັດຖະບານ ແຫ່ງ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມທາງການຂອງທ່ານ ເລຂາທິການ ໃຫ່ຍ OIF ແລະ ການຊ່ວຍເຫຼືອຂອງອົງການ OIF ໃນຂະແໜງການຕ່າງໆທີ່ສຳຄັນ ໂດຍສະເພາະໃນຂະແໜງສຶກສາ, ສາທາລະນະສຸກ ແລະ ວັດທະນະທຳ. ພ້ອມດຽວກັນ, ກໍໄດ້ສະເໜີໃຫ້ສືບຕໍ່ສະໝັບສະໜູນຊ່ວຍເຫຼືອ ແລະ ເພີ້ມທະວີ ການຮ່ວມມືໃຫ້ຫຼາຍຕື່ມອີກ, ແນໃສ່ເພື່ອສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ OIF ໃຫ້ນັບມື້ ນັບແຕກດອກອອກຜົນຫຼາຍຂຶ້ນ.
ສ່ວນ ທ່ານ ເລຂາທິການໃຫ່ຍ OIF ໄດ້ຕີລາຄາສູງຕໍ່ການຮັບຕ້ອນອັນອົບອຸ່ນຂອງລັດຖະບານ ແຫ່ງ ສປປ ລາວ ແລະ ສະແດງຄວາມຍິນດີສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ.