ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານປະທານປະເທດ ແຫ່ງ ສປປ ລາວ ນຳພາຄະນະ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ຕໍ່ເຫດການສິ້ນພະຊົນ ຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ

 

Kingsthai1 Kingsthai2

 

ວັນ​ທີ 18 ຕຸລາ 2016, ທີ່ ສະຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ຣາຊະອານາຈັກໄທ​ ປະຈຳ ​ສປປ ລາວ, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຊັນປຶ້ມໄຫວອາໄລ ຕໍ່ເຫດການສິ້ນພະຊົນ ຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 13 ຕຸລາ 2016 ທີ່ຜ່ານມາ. ການເຊັນປຶ້ມໄຫວ້ອາໄລຄັ້ງນີ້ ມີເນື້ອໃນຂຽນວ່າ: ໃນນາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການສິ້ນພະຊົນຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ.

ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ເປັນພະຣາຊາທີ່ມີນ້ຳໃຈເສຍສະຫຼະອັນສູງສົ່ງ ແລະ ມີຄຸນງາມຄວາມດີອັນໃຫຍ່ຫຼວງອຸທິດເຫື່ອແຮງໃຫ້ແກ່ປະເທດຊາດ ແລະ ປວງຊົນຊາວໄທຕະຫຼອດໄລຍະ 70 ປີ ທີ່ພະອົງຂຶ້ນຄອງລາດ ເຊິ່ງເຮັດໃຫ້ ພະອົງ ເປັນທີ່ເຄົາລົບຮັກ ແລະ ເປັນທີ່ສັກກາລະບູຊາ ຂອງປວງຊົນຊາວໄທທຸກທົ່ວໜ້າ.

ການຈາກໄປຂອງພະອົງ ເປັນການສູນເສຍຜູ້ເປັນປະມຸກຂອງຊາດໄທ ທັງເປັນການສູນເສຍຜູ້ນຳທີ່ມີວິໄສທັດໃນການພັດທະນາຮອບດ້ານ ເຊິ່ງເປັນທີ່ຮັບຮູ້ຢ່າງກວ້າງຂວາງໃນທົ່ວໂລກ. ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ຍັງປ່ຽມລົ້ນໄປດ້ວຍຄວາມມີພະໄທຕໍ່ຄວາມສຳພັນຖານບ້ານພີ່ເມືອງນ້ອງ, ບ້ານໃກ້ເຮືອນຄຽງ ຕໍ່ ສປປ ລາວ ແລະ ຕໍ່ການເສີມຂະຫຍາຍສາຍພົວພັນທີ່ດີງາມ ລະຫວ່າງ ປະຊາຊົນສອງຊາດ ລາວ-ໄທ ຕະຫຼອດມາ.

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມໄວ້ອາໄລອັນສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງ ພະບໍຣົມວົງສານຸວົງທຸກພະອົງ ແລະ ປວງຊົນຊາວໄທພີ່ນ້ອງ ມານະໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດຈົ່ງໄປສູ່ຂະຕິສຸກ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484561
ມື້ນີ້77
ມື້ວານ188
ອາທິດນີ້999
ເດືອນນີ້3866