ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຝຶກອົບຮົມວຽກງານພັກ-ພະນັກງານ ໃຫ້ແກ່ບັນດາສະຫາຍຄະນະໜ່ວຍພັກ ພາຍໃນອົງຄະນະພັກກະຊວງການຕ່າງປະເທດ

1

2

ໃນຕອນເຊົ້າຂອງວັນທີ 19 ຕຸລາ 2016, ທີ່ ກະຊວງການຕ່າງປະເທດ ໄດ້ຈັດຊຸດຝຶກອົບຮົມວຽກງານພັກ-ພະນັກງານ ໃຫ້ແກ່ບັນດາສະຫາຍຄະນະໜ່ວຍພັກ ພາຍໃນອົງຄະນະພັກກະຊວງການຕ່າງປະເທດຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີນັກວິທະຍາກອນມາຈາກກົມກໍ່ສ້າງພັກ ແລະ ກົມປ້ອງກັນພັກ-ພະນັກງານ, ຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະນຳກະຊວງ ແລະ ບັນດາສະຫາຍຄະນະໜ່ວຍພັກ, ກຳມະການພັກ ພາຍໃນອົງຄະນະພັກກະຊວງ ເຂົ້າຮ່ວມທັງໝົດ.

ຈຸດປະສົງຂອງການຈັດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນການເພີ່ມທະວີການກໍ່ສ້າງ ແລະ ປັບປຸງການຈັດຕັ້ງຮາກຖານພັກຢູ່ໃນອົງຄະນະພັກກະຊວງການຕ່າງປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ເຮັດໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງນຳພາຄຸ້ມຄອງ ເຫັນໄດ້ໜ້າທີ່ຄວາມຮັບຜິດຊອບໃນການຊີ້ນຳ-ນຳພາ ວຽກງານພັກ-ພະນັກງານ ແລະ ເປັນການຍົກສູງຄຸນທາດການເມືອງ, ຄຸນສົມບັດ, ຄວາມຮູ້ຄວາມສາມາດການນຳພາສູງກວ່າເກົ່າ, ພ້ອມກັນນັ້ນກໍ່ເປັນການຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ໃຫ້ປະກົດຜົນເປັນຈິງ. ຊຸດຝຶກອົບຮົມໃນຄັ້ງນີ້ ຈະດຳເນີນໄປເປັນເວລາ 03 ວັນ, ເລີ່ມແຕ່ວັນທີ 19-21 ຕຸລາ 2016, ຜູ້ເຂົ້າຮ່ວມຈະ​ໄດ້ຮັບຟັງ ແລະ ພ້ອມກັນຄົນຄວ້າເຊື່ອມຊຶມ ບັນດາເນື້ອໃນເອກະສານວຽກງານສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ, ວຽກງານກໍ່ສ້າງ ແລະ ຂະຫຍາຍພັກ, ວຽກງານການຕີລາຄາການຈັດແບ່ງປະເພດການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກ, ການອອກບັດ-ມອບສະມາຊິກພັກ ແລະ ພື້ນຖານກ່ຽວກັບວຽກງານປ້ອງກັນພັກ-ພະນັກ ງານ, ເຊິ່ງພິທີເປີດ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ຈົ່ງຕັ້ງໜ້າຄົ້ນຄວ້າ, ເຊື່ອມຊຶມ, ຍາດເອົາບັນດາບົດຮຽນ ແລະ ປະສົບການໃນການເຮັດວຽກພັກ-ພະນັກງານ ຈາກນັກວິທະຍາກອນຜູ້ທີ່ມີຄວາມຮູ້ຄວາມສາມາດ, ແລກປ່ຽນທອດຖອນບົດຮຽນ, ພ້ອມກັນຄົ້ນຄວ້າໃຫ້ເລິກເຊິ່ງເຖິງຖອງ ຕໍ່ບັນຫາຕ່າງໆ ທີ່ເຫັນວ່າຍັງບໍ່ທັນຈະແຈ້ງ ເພື່ອພ້ອມກັນແກ້ໄຂ ແລະ ບຸກທະລຸຕາມມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກໍຄືກອງປະຊຸມ ໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດວາງໄວ້, ພ້ອມກັນຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ກຳແໜ້ນທິດສະດີມາກເລນິນ ແລະ ແນວຄິດໄກສອນພົມວິຫານ ອັນເປັນພື້ນຖານທິດສະດີໃນການວາງແນວທາງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕ່າງໆ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ ແລະ ຕ້ອງກຳແໜ້ນ ແລະ ຮູ້ນຳພາດ້ານການເມືອງແນວຄິດ, ສຶກສາອົບຮົມບັນດາສະຫາຍສະມາຊິກພັກໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງດ້ານການເມືອງແນວຄິດ, ນຳພາບັນດາອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດ, ເປັນແບບຢ່າງນຳໜ້າໃນທຸກວຽກງານ, ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີພາຍໃນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484457
ມື້ນີ້161
ມື້ວານ273
ອາທິດນີ້895
ເດືອນນີ້3762