ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ຕ້ອນຮັບ ບັນດາລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ

PD ADMM10th

 

ໃນ​ວັນ​ທີ 16 ພະຈິກ​ 2016, ທີ່ ​ຫ້ອງວ່າການປະທານປະ​ເທດ, ທ່ານ ບຸນ​ຍັງ ວໍລະຈິດ, ປະທານ​ປະ​ເທດ ແຫ່ງ ສປປ ລາວ, ​ໄດ້​ຕ້ອນຮັບການ​​ເຂົ້າ​ຢ້ຽມ​ຂ່ຳນັບຂອງ ບັນດາ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ​ອາ​ຊຽນ ​ແລະ ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ ​​​ໃນ​ໂອກາດ​ທີ່ບັນດາ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ​ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອາ​ຊຽນວົງ​​ແຄບ ທີ່ ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ.

 

ໂອກາດ​ດັ່ງກ່າວ, ທ່ານ​ປະທານ​ປະ​ເທດ ​ໄດ້​ສະ​ແດງຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ມີຄວາມ​ພາກພູມ​ໃຈ​ ທີ່​ໄດ້​ພົບ​ປະ​ບັນດາ​ທ່ານ​ລັດຖະມົນຕີປ້ອງ​ກັນ​ປະ​ເທດ​ອາ​ຊຽນ ​ແລະ ທ່ານ​ຮອງ​ເລຂາທິການ​ໃຫຍ່ອາ​ຊຽນ. ຊຶ່ງທ່ານ​ໄດ້ກ່າວ​ວ່າ: ການ​ທີ່ພວກ​ທ່ານ​ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ລັດຖະມົນຕີປ້ອງ​ກັນ​ປະ​ເທດ​ອາ​ຊຽນວົງ​​ແຄບ ​ຄັ້ງນີ້ ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ມຸ່ງ​ໝັ້ນ ​ແລະ ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ຂອງພວກ​ທ່ານ ​ໃນ​ການ​ເສີມ​ສ້າງການ​ພົວພັນ​ຮ່ວມ​ມື​ທາງ​ດ້ານວຽກ​ງານ​ປ້ອງ​ກັນຊາ​ດ ລະຫວ່າງ​ ກອງທັບ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນດ້ວຍກັນ, ຊຶ່ງ​ກົນ​ໄກ​ການ​ຮ່ວມ​ມື​ດັ່ງກ່າວ​ນີ້ ​ແມ່ນ​ມີ​ບົດບາດ​ອັນ​ສຳຄັນ​ພື້ນຖານ​ໃຫ້​ແກ່​ການຈັດຕັ້ງຜັນ​ຂະຫຍາຍ​ວິ​ໄສ​ທັດ​ອາ​ຊຽນ 2025 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.​ ໂດຍ​ການ​ສ້າງຕັ້ງປະຊາ​ຄົມອາ​ຊຽນ​ໃຫ້​ໜັກ​ແໜ້ນ​ເຂັ້ມ​ແຂງ ຊຶ່ງຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດສະມາຊິກ​ອາ​ຊຽນທັງ​ໝົດ ຈະຕ້ອງ​ມີ​ຄວາມ​ເປັນ​ເອກະ​ພາບ, ມີ​ຄວາມ​ຈິງ​ໃຈ​ຊ່ວຍ​ເຫຼືອ​ຊຶ່ງກັນ ​ແລະ ກັນ, ຮ່ວມ​ມື​ກັນ​ຢ່າງ​​ໃກ້ຊິດ​ໃນ​ກາ​ນພັດ​ທະນາ​ຂີດຄວາມ​ສາມາດ, ມີ​ການ​ປະສານ​ງານ​ຢ່າງ​ເປັນ​ລະບົບ ​ແລະ ປົກກະຕິ​ ເພື່ອ​​ເຮັດ​ໃຫ້​ພວກ​ເຮົາ​ສາມາດ​ຮັບ​ມື​ກັບ​ໄພ​ຂົ່ມຂູ່ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ ທີ່ພວກ​ເຮົາ​ກຳລັງ​ປະ​ເຊີນ​ຢູ່​ໃນ​ປັດຈຸບັນ ​ໄດ້​ຢ່າງ​ມີ​ປະສິດທິພາບ ​ແລະ ທັນ​ເວລາ. ທັງ​ໝົດນີ້​ ແມ່ນ​ເພື່ອ​ຮັບປະກັນ​ເຮັດໃຫ້​ພາກພື້ນຂອງ​ພວກ​ເຮົາ ກາຍ​ເປັນ​ພາກພື້ນທີ່​ມີ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຢ່າງ ຕໍ່​ເນື່ອງ.

 

ໃນ​ນາມ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນວົງ​ແຄບ ​ຄັ້ງນີ້ ​ແລະ ຂໍ​ຖື​ໂອກາດນີ້ ຂໍ​ສະ​ແດງ​ຄວາມ​ຂອບໃຈ​ຕໍ່​ກັບ​ການ​ສະໜັບສະໜູນ​ ແລະ ຊ່ວຍ​ເຫຼືອ​ການ​ເປັນ​ປະທານ​ອາ​ຊຽນຂອງ ສປປ ລາວ ​ໂດຍ​ສະ​ເພາະ​ແມ່ນ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​​ເທດ​ອາ​ຊຽນ ຄັ້ງທີ 10 ​ແລະ ກອງ​ປະຊຸມ​ປິ່ນ​ອ້ອມ​ອື່ນໆ ທີ່ ກະຊວງ​ປ້ອງ​ກັນ​ປະ​ເທດ​ ແຫ່ງ ສປປ ລາວ ​ເປັນ​ປະທານ​ຕະຫຼອດ​ປີ 2016 ນີ້. ​ໂອກາດ​ນີ້ ຂໍອວຍພອນ​ໃຫ້​ບັນດາ​ທ່ານ ຈົ່ງມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມຜາ​ສຸກ​ ແລະ ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ມີ​ກຽດ​ສະຫງ່າ​ຂອງ​ທ່ານ ​ແລະ ຂໍ​ອວຍພອນ​ໃຫ້​ທ່ານ​ເດີນທາງ​ກັບ​ຄືນປະ​ເທດ​ ດ້ວຍ​ຄວາມ​ສະຫວັດດີພາບ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484700
ມື້ນີ້11
ມື້ວານ205
ອາທິດນີ້1138
ເດືອນນີ້4005