ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດເຂດສາມ ຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 9

clv c

ໃນວັນທີ 23 ພະຈິກ 2016 ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ ໄດ້ສໍາເລັດການນໍາພາ ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ ​ເຂດ​ສາມຫຼ່ຽມ​ພັດທະນາ​ ກໍາປູ​ເຈຍ-ລາວ-ຫວຽດນາມ​ (CLVDTA) ຄັ້ງ​ທີ 9 ​​ທີ່ ສຽມລຽບ, ຣາຊະອານາຈັກ ກຳປູເຈຍ ຢ່າງຈົບງາມ.

ກອງປະຊຸມສຸດຍອດຄັ້ງນີ້ ໄດ້ດໍາເນີນໄປ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສົມ​ເດັດ ອັກຄະມະຫາ​ເສນາ​ບໍດີ ​ເຕ​ໂຊ ຮຸນ​ເຊັນ, ນາຍົກລັດຖະມົນຕີ​ ແຫ່ງ ຣາຊະ​ອານາຈັກ ​ກຳປູ​ເຈຍ, ເຊິ່ງມີ ພະນະທ່ານ ຫວງຽນ ​ຊວນ ຟຸກ,​ ນາຍົກລັດຖະມົນຕີ​ ແຫ່ງ​ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ດັ່ງກ່າວເຊັ່ນກັນ.

ໃນໂອກາດດັ່ງກ່າວ, ຜູ້ນໍາສາມປະເທດ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນທັດສະນະນໍາກັນ ຢ່າງເປີດອົກເປີດໃຈ ກ່ຽວກັບ ການທົບທວນຄືນຄວາມຄືບໜ້າ ຂອງການຈັດ​ຕັ້ງ​ປະຕິບັດ ​ແຜນ​ແມ່ບົດ ວ່າດ້ວຍ ​ການ​ພັດ​ທະນາ​ເສດຖະກິດ​-ສັງຄົມ ຂອງເຂດ​ສາມ​ຫຼ່ຽມພັດທະນາ ກໍ່ຄື ການຜັນຂະຫຍາຍຂໍ້ຕົກລົງ ຂອງຜູ້ນໍາສາມປະເທດ ຢູ່ໃນກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 8 ຜ່ານມາ ໃນປີ 2014 ທີ່ ນະຄອນຫຼວງວຽງຈັນ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ເຮັດໃຫ້ເຂດສາມຫຼ່ຽມພັດທະນານີ້ ໄດ້ຮັບການພັດທະນາ ທຽບເທົ່າກັບ ຂົງເຂດອື່ນໆຂອງສາມປະເທດ ໂດຍນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ຢ່າງຫຼວງຫຼາຍ ບໍ່ວ່າຈະເປັນຊັບພະຍາກອນທໍາມະຊາດ, ແມ່ນໍ້າ-ລໍາເຊ, ກະສິກໍາ, ອຸດສາຫະກໍາປຸງແຕ່ງ, ອຸດສາຫະກໍາພະລັງງານ ແລະ ການທ່ອງທ່ຽວ.

​ໃນໂອກາດອັນສະຫງ່າລາສີ ນີ້, ຜູ້ນຳ​ສາມປະເທດ ​ໄດ້​ຮັບຮອງ ແລະ ລົງ​ນາມ ​ຖະ​ແຫຼງການ​ຮ່ວມ ຂອງກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ເຊິ່ງເປັນນິມິດໝາຍສໍາຄັນ​ອີກຄັ້ງໜຶ່ງ ເພື່ອສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມຮ່ວມກັນ ແນໃສ່ສ້າງວຽກເຮັດງານທໍາ, ຍົກລະດັບຊີວິດການເປັນຢູ່ ແລະ ລົບລ້າງຄວາມທຸກຍາກ ຂອງປະຊາຊົນໃນເຂດດັ່ງກ່າວ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ ແລະ ໃຫ້ສາມາດຍັບເຂົ້າໃກ້ຈຸດປະສົງ ແລະ ເປົ້າໝາຍ ເບື້ອງຕົ້ນ ໃນການສ້າງຕັ້ງຂອບການຮ່ວມມືດັ່ງກ່າວ.

ຄຽງຄູ່ກັນນີ້, ໄດ້ມີການລົງນາມ ສັນຍາ ວ່າດ້ວຍ ການສົ່ງເສີມ ແລະ ອໍານວຍຄວາມສະດວດ ທາງດ້ານການຄ້າ ຢູ່ໃນເຂດສາມສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ເຊິ່ງຕາງໜ້າລັດຖະບານ ສປປ ລາວ ແມ່ນ       ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ. ສັນຍາດັ່ງກ່າວ ແມ່ນແນໃສ່ເພີ່ມທະວີ ມູນຄ່າການຄ້າ ແລະ ການລົງທຶນ ຢູ່ໃນເຂດດັ່ງກ່າວ ​ໂດຍຊຸກຍູ້ການສ້າງກິດຈະກໍາສົ່ງເສີມດ້ານການຄ້າຕ່າງໆ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ນັກທຸລະກິດ, ອໍານວຍຄວາມສະດວກໃຫ້ແກ່ ການຂົນສົ່ງສິນຄ້າ ແລະ ການໄປມາຫາສູ່ກັນຂອງປະຊາຊົນ. ພ້ອມດຽວກັນນີ້, ບັນດາຜູ້ນໍາ ໄດ້ຮັບຮອງເອົາໂຄງການບູລິມະສິດ 15 ໂຄງການ ​ແລະ ​ໄດ້ຖະ​ແຫຼງຂ່າວ ຕໍ່​ສື່​ມວນ​ຊົນ ກ່ຽວ​ກັບ ໝາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ນີ້.

​ເພື່ອປະກອບສ່ວນ​ເຮັດ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ ​ຄັ້ງທີ 9 ນີ້ ​ໄດ້​ຮັບ​ຜົນ​ສໍາ​ເລັດ​ຕາມ​ຈຸດປະສົງ​ທີ່​ວາ​ງ​ໄວ້, ກໍໄດ້​ມີ​ກອງ​ປະຊຸມ ​ເຈົ້າໜ້າທີ່​ອາວຸ​ໂສ ​ແລະ ກອງ​ປະຊຸມ​ຄະນະ​ກໍາມະການ​ປະສານ​ງານ​ຮ່ວມ ຂອງ ​ເຂດສາມ​ຫຼ່ຽມພັດທະນາ ກໍາປູ​ເຈຍ-ລາວ-ຫວຽດນາມ ​ເພື່ອ​ປຶກສາ​ຫາລື ​ແລະ ກະກຽມບັນດາ​ເອກະສານ​ຕ່າງ ຂອງ ກອງ​ປະຊຸມ​ສຸດ​ຍອດ.

ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ​ໄດ້​ດໍາ​ເນີນ​ໄປ​ດ້ວຍ​ບັນ​ຍາກາດ ​ໄມຕີ​ຈິດ-ມິດຕະພາບ, ຄວາມ​ສາມັກຄີ, ​ຄວາມເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື ແບບອ້າຍນ້ອງ ​ຂອງ ​ສາມ​ຊາດ ທີ່ມີມູນເຊື້ອອັນ​ດີງາມມາ​ແຕ່ດົນນານ ​ແລະ ກອງ​ປະຊຸມ ​ໄດ້​ປິດ​ລົງ ດ້ວຍ​ຜົນ​ສໍາ​ເລັດ​ຢ່າງ​ຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480242
ມື້ນີ້72
ມື້ວານ157
ອາທິດນີ້640
ເດືອນນີ້6473