ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນ ຟູ ຈ້ອງ ເຄື່ອນໄຫວຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

com viet

ຕອ​ບ​ສະ​ໜອງຕາມການ​ເຊື້ອເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນ ຟູ​ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ​​ພັກ, ລັດ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດນາມ ໄດ້ເດີນທາງ​​ເຖິງນະຄອນຫຼວງວຽງຈັນ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ພະຈິກ 2016.

ອອກຮັບ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ​ ຈ້ອງ ພ້ອມ​ຄະນະທີ່ສະໜາມບິນສາກົນວັດໄຕ ມີສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ລາວ  ພ້ອມ​ດ້ວຍບັນ​ດາ​ສະ​ຫາຍ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ ​ຈາກອົງ​ການ​, ສຳ​ນັກ​ງານສູນ​ກາງ ແລະ ນະ​ຄອນຫຼວງວຽງ​ຈັນ; ​ພະ​ນັກ​ງານ​ສະ​ຖານ​ທູດ, ຊາວໜຸ່ມ ນັກສຶສາລາວ, ຊາວ​ຫວຽດ​ນາມ ແລະ ມວນ​ຊົນ​ຊາວ​ນະ​ຄອນຫຼວງວຽງ​ຈັນຈຳນວນຫຼວງຫຼາຍ​​ ໂບກທຸງຊາດສອງປະເທດເພື່ອຂ່ຳນັບຊົມເຊີຍການເດີນທາງມາເຖິງນະຄອນຫຼວງວຽງຈັນຂອງຄະນະ​ຢ່າງຄຶກ​ຄື້ນ.

ພິທີຕ້ອນຮັບ ສະຫາຍ ຫງວຽນ ຟູ​ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ່າງເປັນທາງການໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ທີ່​​ທຳ​ນຽບ​ປະ​ທານ​ປະ​ເທດ ໂດຍສະຫາຍ ບຸນ​ຍັງ ວໍລະ​ຈິດ, ​ເລຂາທິການໃຫຍ່​ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ​ ແຫ່ງ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ແລະ ບັນດາສະຫາຍການນຳຂັ້ນສູງຂອງລາວເຮົາ ເຂົ້າຮ່ວມຢ່າງພ້ອມພຽງ.

​ສະຫາຍ ​ບຸນ​ຍັງ​ ວໍລະ​ຈິດ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ ໄດ້​ນຳ​ ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ ​ຟູ​ ຈ້ອງ ​ໄປ​ຍັງ​ແທ່ນ​ກຽດ​ຕິ​ຍົດ​ເພື່ອ​ເຄົາ​ລົບ​ທຸງ​ຊາດ ຫວຽດນາມ, ລາວ ຕາມ​ລຳ​ດັບ; ສະ​ຫາຍ​ ບຸນ​ຍັງ ວໍ​ລະ​ຈິດ ນຳ​ພາ ສະ​ຫາຍ ຫງວຽນ ຟູ ຈ້ອງ ຍ່າງ​ກວດ​ແຖວທະ​ຫານ​ກອງ​ກຽດ​ຕິ​ຍົດກອງ​ທັບ​ປະ​ຊາ​ຊົນ​ລາວ ແລະ ແນະ​ນໍາ ຄະນະຕ້ອນ​ຮັບ​ທາງ​ການ​ຝ່າຍ​ລາວ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ສສ ຫວຽດນາມ.

ພາຍຫຼັງ​ສໍາ​ເລັດ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ທີ່​ທຳ​ນຽບ​ປະທານ​ປະ​ເທດ, ສະຫາຍ ບຸນ​ຍັງ​ ວໍລະ​ຈິດ, ​ເລຂາທິການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ​ ພ້ອມ​ດ້ວຍ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ ສປປ ລາວ ​ໄດ້​​ພົບ​ປະ​ເຈ​ລະ​ຈາ​ກັບ ສະຫາຍ​​ ຫງວຽນ ຟູ ຈ້ອງ ເລຂາທິການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ​ຫວຽດ​ນາມ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ສສ ຫວຽດນາມ.

ໃນ​ການພົບ​ປະ​ເຈ​ລະ​ຈາ, ສະຫາຍ ບຸນ​ຍັງ​ ວໍລະ​ຈິດ, ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ສະຫາຍ ຫງວຽນ ຟູ ຈ້ອງ, ​ເລຂາທິການ​ໃຫຍ່​ ພ້ອມ​ດ້ວຍຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ສສ ຫວຽດນາມ ​ທີ່​ມາຢ້ຽມຢາມ​ສັນຖະວະ​ໄມຕີ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ໄດ້​ນໍາ​ເອົາ​​ມິດຈິດ​ມິດ​ໃຈອັນ​ດູດ​ດື່​ມ, ຄວາມ​ສະ​ມັກ​ຄີ​ພິ​ເສດ, ອັນ​ສະ​ໜິດ​ສະ​ໝົມ, ບໍ​ລິດ​ສຸດ​ຜຸ​ກຜ່ອງ​ຈາກ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ອ້າ​ຍນ້ອງ ມາສູ່​ພັກ, ລັດ ແລະ ປະຊາຊົນ​ລາວ​. ສະ​ຫາຍ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ບຸນ​ຍັງ​ ວໍ​ລະ​ຈິດ ໄດ້​ຕີ​ລາ​ຄາ​ສູງ​ການ​ມາ​ຢ້ຽມ​ຢາມ​ຂອງ ສະ​ຫາຍ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ ຟູ​ ຈ້ອງ, ເຊິ່ງ​ເປັນ​​ການ​ປະ​ກອບ​ສ່ວນອັນ​ສຳ​ຄັນເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ ທີ່​ປະ​ທານ​ໂຮ່​ຈີ​ມິນ​ ຜູ້​ຍິ່ງ​ໃຫຍ່, ປະ​ທານໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານສຸ​ພາ​ນຸ​ວົງ ທີ່​ເຄົາ​ລົບ​ຮັກເປັນ​ຜູ້​ສ້າງ, ຖະ​ນຸ​ຖະ​ໜອມ ແລະ ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໂດຍ​ບັນ​ດາ​ການ​ນຳ​ຮຸ່ນ​ຕ່າງໆ, ບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ໃຫ້​​ນັບ​ມື້​ນັບ​ໜັກ​ແໜ້ນ, ເລິກ​ເຊິ່ງ ແລະ ເກີດດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

ສະ​ຫາຍ ຫງວຽນ ຟູ ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ ກ່າວ​ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ສ​ສ ຫວຽດ​ນາມ ເດີນ​ທາງ​ມາ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ອີກ​ຄັ້ງ​ໃໝ່​ໃນ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ເຊິ່ງ​ເປັນ​ການ​ສະ​ແດງ​ຢ່າງ​ເຖິງຄວາມ​ມີ​ຊີ​ວິດ​ຊີ​ວາ ແຫ່ງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ພິ​ເສດ ຫວຽດ​ນາມ-ລາວ; ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ສູງ ຕໍ່​ການ​ຕ້ອນ​ຮັບ​ອັນ​ສົມ​ກຽດ ແລະ ສະ​ໜິດ​ສະ​ໜົມ ບົນ​ນ້ຳ​ໃຈ​ມິດ​ຕະ​ພາບທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ຖານ​ສະ​ຫາຍ​ອ້າຍ​ນ້ອງ ຈາກ​ສະ​ຫາຍ​ກາ​ນ​ນຳ​ຂັ້ນ​ສູງ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ ທີ່ມ​ີ​ຕໍ່​ຄະ​ນະ. ສະ​ຫາຍເລ​ຂາ​ທິ​ຫານ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະ​ຊາ​ຊົນ​ລາວ ຈະ​ສືບ​ຕໍ່​ຍາດ​ໄດ້​ຜົນ​ງານ​ອັນ​ໃໝ່ ໃຫຍ່ຫຼວງກວ່າ​ເກົ່າ, ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ X ຂອງ​ພັກ​ໃຫ້​ປາ​ກົດ​​ເປັນ​ຈິງ.

ສອງ​ຝ່າຍ​ຍັງ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ສະ​ພາບ​​ການ​ພົ້ນ​ເດັ່ນຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ, ຕີ​ລາ​ຄາ​ການ​ພົວ​ພັນ​ຮ່ວມ​ມື​ໄລ​ຍະ​ຜ່ານ​ມາ ແລະ ປຶກ​ສາ​ຫາ​ລືທິດ​ທາງຮ່ວມ​ມື​ໃນ​ຕໍ່​ໜ້າ ເພື່ອ​ນຳ​ເອົາການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ​ສອງ​ປະ​ເທດ ກ້າວ​ສູ່​ຈຸດ​ສູງອັນ​ໃໝ່.

ພາຍຫຼັງການພົບປະສອງຝ່າຍ, ສະຫາຍເລຂາທິການໃຫຍ່, ປະທານປະເທດບຸນຍັງວໍລະຈິດແລະສະຫາຍເລຂາທິການໃຫຍ່ຫງວຽນຟູຈ້ອງ, ໄດ້ເປັນສັກຂີພິຍານໃນການລົງນາມບັນດາເອກະສານ ​​ຮ່ວມມືລະຫວ່າງສອງພັກ, ສອງລັດຖະບານ ຈຳ​ນວນ 07 ສະ​ບັບ.

ໃນ​ຕອນ​ແລງ​, ສະ​ຫາຍ ຫງວຽນ ຟູ ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາ​ມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ສ​ສ ຫວຽດ​ນາມ ໄດ້ພົບ​ປະ​ຢ້ຽມ​ຢາມ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ​ແຫ່ງ ສ​ປ​ປ​ ລາວ ທີ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ; ພົບ​ປະ​ຢ້ຽມ​ຢາມ ສະ​ຫາຍ ນາງ ປາ​ນີ ຢາ​ທໍ່​ຕູ້, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ທີ່​ຫໍ​ສະ​ພາ​ແຫ່ງ​ຊາດ; ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ, ​ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ, ປະ​ທານສູນ​ກາງ​ແນວ​ລາວ​ສ້າງ​ຊາດ; ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ ສະ​ຫາຍ ວິ​ໄລ​ວົງ ບຸດ​ດາ​ຄຳ, ​ກຳ​ມະ​ການ​ສູນ​ກາງ​ພັກ, ປະ​ທານ​ກຳ​ມາ​ທິ​ການແຜນ​ການ, ການ​ເງິນ ແລະ ກວດ​ສອບ ສະ​ພາ​ແຫ່ງ​ຊາດ ທັງ​ເປັນປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ ຂັ້ນ​ສູນ​ກາງ.

ໃນ​ຕອນ​ຄ່ຳ, ສະ​ຫາຍ ບຸນ​ຍັງ​ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ​ ເປັນເຈົ້າ​ພາບ​ຈັດ​ງານ​ລ້ຽງ​ຕ້ອນ​ຮັບເປັນ​ກຽດ​ໃຫ້​ແດ່​ ສະຫາຍ ຫງວຽນ ຟູ​ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງ​​ພັກ, ລັດ ສ​ສ ຫວຽດນາມ ທີ່​​ທ​ໍ​າ​ນຽບ​ປະ​ທານ​ປະ​ເທດ. ​​ໃນ​ບົດ​ປາ​ໃສ​ກ່າວ​ໃນ​ງານ​ລ້ຽງ, ສະ​ຫາຍ​ ບຸນ​ຍັງ​ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໄດ້​ສະ​ແດງ​ຄວາມ​ຂ່ຳ​ນັບ​ຮັບ​ຕ້ອນ ແລະ ຕີ​ລາ​ຄາ​ສູງ​ຕໍ່​ການ​ມາ​ຢ້ຽມ​ຢາມຂອງ ສະ​ຫາຍ ຫງວຽນ ຟູ ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ແລະ ​ຜົນ​ສຳ​ເລັດ​ຂອງ​ການ​ພົບ​ປະ​ເຈ​ລະ​ຈາ​ສອງ​ຝ່າຍ, ເຊິ່ງ​ຈະ​ເປັນ​ການ​ປະ​ກອບ​ສ່ວນ​ນຳ​ເອົາ​ການ​ພົວ​ພັນ​ພິ​ເສດ ກ້າວ​ສູ່​ຈຸດ​ສູງ​ອັນ​ໃໝ່; ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັ​ດ​ທີ່​ສຳ​ຄັນ​ໃຫ​ຍ່ຫຼວງ​ຮອບ​ດ້ານ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ​ອ້າຍ​ນ້ອງ ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເຮັດ​ໃຫ້​ປະ​ເທດ​ຊາດ​ຫວຽດ​ນາມ ​ມີ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ, ຖາ​ນະບົດ​ບາດ​ຂອງ​ຫວຽດ​ນາມໄດ້​ຮັບ​ການ​ຍົກ​ສູງ​ໃນ​ເວ​ທີ​ພາກ​ພື້ນ​ແລະ​ສາ​ກົນ. ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ແລະ ຄວາມ​ຮູ້​ບຸນ​ຄຸນ​ອັນ​ເລິກ​ເຊິ່ງ​ຕໍ່ ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ອ້າຍ​ນ້ອງ ທີ່​ໄດ້ໃຫ້​ການ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ, ທັນ​ການ ແລະ ມີ​ປະ​ສິດ​ທິ​ຜົນ ​ແກ່​​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ​ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ພາ​ລະ​ກິ​ດົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ລາວ​ໃນ​ປະ​ຈຸ​ບັນ​. ​​ໄດ້ຢືນ​ຢັນວ່າ ຈະ​ສືບ​ຕໍ່​ຮ່ວມ​​ກັບ​ສະ​ຫາຍ​ຫວຽດ​ນາມ​ອ້າຍ​ນ້ອງ ສືບ​ຕໍ່​ເ​ພີ່ມ​ທະ​ວີ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອແຫ່ງຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລາວ-ຫວຽດ​ນາມ, ຫວຽດ​ນາມ - ລາວ ທີ່​ໄດ້​ຜ່ານ​ການ​ທົດ​ສອບ​ດ້ວຍ​ເລືອດ​ເນື້ອ ແລະ ການ​ເວ​ລາ​ເປັນ​ເວ​ລາຫຼາຍ​ທົດ​ສະ​ຫວັດ​ນັ້ນ ໃຫ້​ໝັ້ນ​ຄົງ​ຂະ​ໜົງ​ແກ່ນ​ຕະຫຼອດ​ໄປ ແລະ ອວຍ​ພອນ​ໃຫ້​ປະ​ຊາ​ຊົນຫວຽດ​ນາມ​ອ້າຍ​ນ້ອງ ຈົ່ງ​ສືບ​ຕໍ່​ຍາດ​ໄດ້​ຜົນ​ສ​ຳ​ເລັດ​ໃໝ່ ໃຫຍ່ຫຼວງກວ່າ​ເກົ່າ ໃນ​ພາ​ລະ​ກິດ​ສ້າງ​ສາດ​ທະ​ນາ​ປະ​ເທດ​ຊາດ, ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໃຫ້​ປະ​ກົດ​ເປັນ​ຈິງ.

ສະ​ຫາຍເລ​ຂາ​ທິ​ການ​ໃຫຍ່ ຫງວຽນ ຟູ ຈ້ອງ, ສະ​ແດງ​ຄວາມ​ດີ​ໃຈເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ມາ​ຢ້ຽມ​ຢາມ​ລາວ​ເປັນ​ປະ​ເທດ​ທຳ​ອິດ ພາຍຫຼັງທີ່​​ຖືກ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ອີກ​ສະ​ໄໝ​ໜຶ່ງໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຜ່ານ​ມາ, ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນ​ຮັບອັນ​ອົບ​ອຸ່ນ ແລະ ສະ​ໜິດ​ສະ​ໝົມ​ຖານ​ສະ​ຫາຍ​ອ້າຍ​ນ້ອງ, ຕີ​ລາ​ຄາ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍທີ່​ຍາດ​ໄດ້​ຜົນ​ສຳ​ເລັດ​ໃນຫຼາຍ​ດ້ານ ແລະ ຈະ​ພ້ອມ​ກັບ​ສະ​ຫາຍ​ລາວ ສີບ​ຕໍ່ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ຫວຽດ​ນາມ-ລາວ; ລາວ-ຫວຽດ​ນາມ ສືບ​ຕໍ່ນັບ​ມື້​ນັບ​ໜັກ​ແໜ້ນ, ເລິກ​ເຊິ່ງ ແລະ ເກີດດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ. ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ ຟູ ​ຈ້ອງ ໄດ້​ຕີ​ລາ​ຄາ ແລະ ຊົມ​ເຊີຍ​ບັນ​ດາ​ຜົນ​ສຳ​ເລັດຫຼາຍ​ດ້ານ​ທີ່​ສຳ​ຄັນ​ຂອງ​ປະ​ຊາ​ຊົນ​ລາວ ອ້າຍ​ນ້ອງ ທີ່​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ ໂດຍ​ພາຍ​ໃຕ້​ການ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ພັກ​ປະ​ຊາ​ຊົນ ປະ​ຕິ ວັດ​ລາວ ແລະ ອວຍ​ພອນ​ໃຫ້​ປະ​ຊາ​ຊົນ​ລາວ ຈົງ​ຍາດ​ໄດ້​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໃຫ້​ປະ​ກົດ​ເປັນ​ຈິງ, ສ້າງ​ໃຫ້​ປະ​ເທດລາວຕາມ​ທິດ ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງ​ຄົມ​ມີ​ຄວາມ​ປອງດອງ, ຍຸ​ຕິ​ທຳ ແລະ ສີ​ວິ​ໄລ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484698
ມື້ນີ້9
ມື້ວານ205
ອາທິດນີ້1136
ເດືອນນີ້4003