ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

pm visit china1

 

pm visit china2

 

     ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຫລີ ເຄີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ. ທ່ານ ທອງລຸນ ສີີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ນັບແຕ່ວັນທີ 28 ພະຈິກ ຫາວັນ ທີ 01 ທັນວາ 2016.

ພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນຈີນ ໂດຍການຕ້ອນຮັບຂອງ ທ່ານ ຫລີ ເຄີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ເລີ່ມຕົ້ນດ້ວຍການເຄົາລົບທຸງຊາດດ້ວຍການບັນເລງຊາດລາວ ແລະ ເພງຊາດຈີນຕາມລຳດັບ. ພາຍຫລັງສຳເລັດພິທີຕ້ອນຮັບທາງການ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພົບປະສອງຝ່າຍກັບ ທ່ານ ຫລີ ເຄີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໃນຕອນແລງຂອງວັນທີ 28 ພະຈິກ 2016 ທີ່ຫໍສະພາປະຊາຊົນຈີນ ນະຄອນຫລວງປັກກິ່ງ.ໃນໂອກາດພົບປະ, ທ່ານ ຫລີ ເຄີ ສຽງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການຕາມຄຳເຊີນ ແລະ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສົງຄົມຂອງຈີນໃຫ້ຝ່າຍລາວຮັບຊາບ.ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມຂອງທ່ານນາຍົກລັດຖະມົນຕີ ຫລີ ເຄີ ສຽງ. ໃນການພົບປະຄັ້ງນີ້ ເຕັມດ້ວຍບັນຍາກາດມິດໄມຕີຈິດອັນສະໜິດສະໜົມ ຖານເພື່ອນມິດຍຸດທະສາດອັນຍາວນານ, ປະເທດບ້ານໃກ້ເຮືອນຄຽງທີ່ດີ, ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຂອງ ແຕ່ລະປະເທດ ແລະ ໄດ້ແລກປ່ຽນຄຳຄິດ ຄຳເຫັນຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບກັນຢ່າງກວ້າງຂວາງ ກ່ຽວກັບການເສີມຂະຫຍາຍສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ມີຄວາມຫລັກຫລາຍ ແລະ ອຸດົມສົມບູນຍິ່ງຂຶ້ນ, ພ້ອມນັ້ນ ກໍໄດ້ແລກປ່ຽນທັດສະນະຕໍ່ບາງບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ຕໍ່ການຮ່ວມມືສອງຝ່າຍລາວ-ຈີນ, ຜູ້ນໍາສອງປະເທດ ໄດ້ເປັນເອກະພາບກັນວ່າ: ນັບແຕ່ສອງປະເທດໄດ້ສ້າງສາຍພົວພັນແບບຄູ່ຮ່ວມຍຸດສາດໃນປີ 2009 ເປັນຕົ້ນມາ, ຄວາມເຊື່ອໝັ້ນ ເຊິ່ງກັນ ແລະກັນ ທາງດ້ານການເມືອງຂອງສອງຝ່າຍ ນັບມື້ນັບເລິກເຊິ່ງ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນແຕ່ລະຂົງເຂດໄດ້ຮັບໝາກຜົນ ເປັນໜ້າເພິ່ງພໍໃຈຕາມທິດນຳທີ່ວ່າ: ໝັ້ນຄົງຍາວນານ, ເພື່ອນບ້ານທີ່ເປັນມິດ,ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ ແລະ ບົນຈິດໃຈ 4 ດີຄື: ບ້ານໃກ້ຮືອນຄຽງທີ່ດີ,ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ພ້ອມກັນນີ້, ສອງຝ່າຍໄດ້ເຫັນດີເພີ່ມທະວີການສະໜັບສະໜູນ ແລະ ຮ່ວມມື ປະສານສົມທົບກັນໃຫ້ສະໜິດແໜ້ນໃນຂອບການຮ່ວມມືໃນພາກພື້ນ ແລະ ສາກົນ, ເພື່ອຜົນປະໂຫຍດຂອງສອງຝ່າຍ ກໍຄືພາລະກິດ ສັນຕິພາບ ແລະ ມິດຕະພາບ ແລະ ການຮ່ວມມືພັດທະນາຂອງພາກພື້ນ ແລະ ໃນໂລກ.

ພາຍຫລັງສຳເລັດການພົບປະສອງຝ່າຍທ່ານນາຍົກທັງສອງປະເທດໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານການຮ່ວມມືສອງຝ່າຍ ກ່ອນເຂົ້າຮ່ວມງານລ້ຽງຮັບຮອງໃຫ້ກຽດແດ່ ທ່ານ ທອງລຸນ ສີສຸລິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະຈັດໂດຍ ທ່ານ ຫລີ ເຄີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484727
ມື້ນີ້38
ມື້ວານ205
ອາທິດນີ້1165
ເດືອນນີ້4032