ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ ຜູ້ໃໝ່

SLX VietEmbNew1 SLX VietEmbNew2

 

ວັນທີ 13 ມັງກອນ 2017, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫງວຽນ ບາ ຮຸ່ງ, ໃນໂອກາດໄດ້ຮັບ​​ແຕ່ງຕັ້ງເປັນເອກອັກຄະລັດຖະທູດວິ​ສາ​ມັນ ຜູ້ມີອຳນາດເຕັມແຫ່ງ . ຫວຽດນາມ ປະຈຳ ສປປ ລາວ ຜູ້ໃໝ່.

 

ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດໄດ້ສະແດຄວາມຍິດີຕ້ອນຮັບ ແລະຊົມເຊີຍຕໍ່ທ່ານ ຫງວຽນ ບາ ຮຸ່ງ ທີ່ໄດ້ຮັບ​​ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າພາຍໃນໄລຍະເວ​ລາ ທີ່ທ່ານປະຕິບັດ​​ໜ້າທີ່ວຽກງານການທູດຂອງຕົນ ຢູ່ ລາວ ນີ້, ທ່ານຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ​​ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມໃຫ້ແໜ້ນແຟ້ນມີປະສິດທິຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ, ໂດຍສະເພາະການຮ່ວມມືກັນ ເພື່ອເພີ່ມທະວີບໍລິມາດ ແລະ ປະສິດທິພາບ ທາງດ້ານການຄ້າ, ການລົງທືນ ລະຫວ່າງ ສອງປະເທດ ເປັນຕົ້ນແມ່ນການປະຕິບັດໂຄງການໃຫຍ່ຮ່ວມກັນ ໃຫ້ມີປະສິດທິຜົນດີ, ພິເສດແມ່ນ ການຮ່ວມມືກັນໃນເວທີພາກພື້ນ ແລະ ສາກົນ. ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະໃຫ້ການຮ່ວມມືຢ່າງເຕັມທີ່ ເພື່ອໃຫ້ທ່ານເອກອັກຄະລັດຖະທູດ ສໍາເລັດໜ້າທີ່ອັນສູງສົ່ງ ທີ່ໄດ້ຮັບມອບໝາຍຂອງຕົນ.

 

ພິ​ເສດ ໃນ​ປີ 2017 ນີ້, ສະຖານທູດຫວຽດນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ຈະ​ໄດ້​ປະ​ສານ​ງານ​ກັນ​ ແລະ ຮ່ວມມືກັນ ຢ່າງ​ໃກ້​ຊິດ ເພື່ອ​ກະ​ກ​ຽມ​ໃຫ້​ບັນ​ດາ​ກິດ​ຈະ​ກຳ ສະ​ເຫຼີມ​ສະຫຼອງ​ສອງວັນ​ປະ​ຫວັດ​ສາດ​ຂອງ​ສອງ​ຊາດ ຄື: ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຄົບ​ຮອບ 40 ປີ (18/7/1977-18/7/2017) ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ​ລະ​ຫວ່າງ ລາວ-ຫວຽດ​ນາມ ຄົບ​ຮອບ 55 ປີ (5/9/1962-5/9/2017) ປະ​ສົມ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

 

ໃນໂອກາດດຽວກັນ, ທ່ານ ຫງວຽນ ບາ ຮຸ່ງ, ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ, ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຕະຫຼອດໄລຍະປະຕິບັດໜ້າທີ່ຂອງຕົນ ຢູ່ ລາວ, ຈະເຮັດສຸດຄວາມສາມາດເພື່ອເຮັດໃຫ້ສາຍພົວພັນມິດຕະພາບ​, ຄວາມສາມັກແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ​ ​ຈະເລີນງອກງາມຍິ່ງໆຂຶ້ນ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນມິດຕະພາບ, ການສ້າງສາພັດທະນາຂອງສອງປະເທດ, ການຮ່ວມມືທີ່ມີໝາກຜົນໃນດ້ານເສດຖະກິດ, ການຄ້າ, ການລົງທືນ; ການຮ່ວມມືໃນດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ອື່ນໆ ໃຫ້ນັບມື້ນັບດີຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483881
ມື້ນີ້5
ມື້ວານ183
ອາທິດນີ້319
ເດືອນນີ້3186