ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ເຜີຍແຜ່ເນື້ອໃນເອກະສານສຳຄັນຂອງພັກ ແລະ ວັນປະຫວັດສາດສຳຄັນຂອງຊາດ

 

Historyday2 Historyday1

 

ໃນວັນທີ 18 ມັງກອນ 2017, ທີ່ ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາເອກະສານສຳຄັນຂອງພັກ ແລະ ວັນປະຫວັດສາດສຳຄັນຂອງຊາດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ, ພະນັກງານອາວຸໂສບຳນານ ແລະ ພະນັກງານລັດຖະກອນພາຍໃນກະຊວງ ເຂົ້າຮ່ວມຫຼາຍກວ່າ 400 ຄົນ.

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ລວມມີ 4 ເອກະສານ ຄື: ເອກະສານວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 96 ປີ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລືບລ້າງຄວາມທຸກຍາກ 17-24 ຕຸລາ ແລະ ຜົນສຳເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ເປັນເຈົ້າພາບ.

ໃນພິທີ ທ່ານປະທານ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ, ຄວາມໝາຍສຳຄັນຂອງວັນຊາດ ທີ 2 ທັນວາ, ຜົນສຳເລັດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະ 41 ປີຜ່ານມາ, ຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ການປະຕິວັດ, ປະຫວັດຄວາມເປັນມາຂອງວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອການລຶບລ້າງຄວາມທຸກຍາກ, ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ທິດທາງແຜນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 5 ປີ ຕໍ່ໜ້າ, ຜົນສຳເລັດການເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29, ກອງປະຊຸມກ່ຽວຂ້ອງ ແລະ ຜົນປະໂຫຍດທີ່ ສປປ ລາວ ໄດ້ຮັບໃນການເປັນປະທານອາຊຽນໃນປີ 2016 ຜ່ານມາ.

ໃນໂອກາດນີ້ ທ່ານປະທານໄດ້ເນັ້ນໜັກໃຫ້ບັນດາພະນັກງານ-ລັດຖະກອນ ພາຍໃນກະຊວງ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນໜ້າທີ່ການເມືອງ, ພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອ 2 ທັນວາ ເຂົ້າໃນການສ້າງສາພັດທະນາປະເທດຊາດ, ຮ່ຳຮຽນເອົາແບບຢ່າງ ຄຸນສົມບັດສິນທຳປະຕິວັດຂອງ ປະທານ ໄກສອນ ພົມວິຫານ ແລະ ຕັ້ງໜ້າເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ VIII ຂອງລັດໃຫ້ປະກົດຜົນເປັນຈິງ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480349
ມື້ນີ້7
ມື້ວານ172
ອາທິດນີ້747
ເດືອນນີ້6580